ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບາດເຈັບ 100 ກວ່າຄົນ ໃນອຸບັດເຫດລົດໄຟຕໍາກັນ ທີ່ປະເທດ Netherlands


ລົດໄຟຕໍາກັນທາງຫົວ ທີ່ເນເທີແລນດ໌
ລົດໄຟຕໍາກັນທາງຫົວ ທີ່ເນເທີແລນດ໌

ຕໍາຫລວດໃນ​ປະ​ເທດ​ເນ​ເທີແລນ​ດ໌ ກ່າວ​ວ່າ ມີ​ຄົນ​ໂດຍສານ​ຢ່າງ​ໜ້ອຍ 120 ຄົນ​ບາດ​ເຈັບ ​ຊຶ່ງ​ຫລາຍ​ຄົນ​ແມ່​ນອາການ​ສາ​ຫັດ ​ເວລາ​ລົດໄຟ​ສອງ ຂະ​ບວນ​ແລ່ນ​ຕໍາ​ກັນ​ທາງ​ຫົວ ​ໃນ​ເມືອງ Amsterdam ​ເມື່ອ​ວັນ​ເສົາ​ວານ​ນີ້.

ໂຄສົກ​ຕໍາຫລວດ ​ໄດ້​ບອກ​ສື່​ມວນ​ຊົນ​ວ່າ ຍັງ​ບໍ່​ມີ​ລາຍ​ງານວ່າ​ມີ​ຄົນ​ເສຍ​ຊີວິດ ​ແຕ່ວ່າ​ໃນ​ຈໍານວນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ 70 ຄົນ​ມີ​ອາການ​ບໍ່​ຮ້າຍ​ແຮງ ​ແລະ​ສ່ວນ​ທີ່​ເຫລືອ​ນັ້ນ​ແມ່ນ​ມີ​ອາການ​ສາຫັດ ຫລື​ສາຫັດ​ທີ່​ສຸດ ​ໂຮ​ມທັງ​ຂາ​ຫັກ ​ແລະ​ຫົວ​ແຕກ.

ອຸບັດ​ເຫດ​ລົດ​ໄຟ​ຕໍາ​ກັນ​ຄັ້ງ​ນີ້ ຍັງ​ຜົນໃຫ້​ເປັນ​ອຸບປະ​ສັກກີດຂວາງ​ຕໍ່​ການ​ສັນຈອນ​ທາງ​ລົດ​ໄຟ ຂະ​ບວນລ​ະຫວ່າງ ສະຖານີ​ກາງ​ເມືອງ ​ໄປ​ຍັງ ສະໜາມ​ບິນນານາ​ຊາດ Schiphol ນັ້ນ.

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ເວລາ​ນີ້ ວ່າ​ດ້ວຍ​ເຫດ​ໃດ​ລົດ​ໄຟ​ສອງ​ຂະ​ບວນຈຶ່ງ ໄປແລ່ນ​ຢູ່​ລາງ​ດຽວ​ກັນ ​ຊຶ່ງ​ຕໍາຫລວດ​ກໍາລັງ​ສືບສວນ​ສອບ​ສວນ​ເລຶ່ອງນີ້​ຢູ່.

XS
SM
MD
LG