ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນເທີແລນດ໌ຈັບ​ ຊາວ​ໂຊ​ມາ​ເລຍ 12 ຄົນທີ່ຖືກສົງໃສວ່າ ຈະທໍາການກໍ່ການຮ້າຍ


ທຸງຊາດປະເທດ Netherlands
ທຸງຊາດປະເທດ Netherlands

ເຈົ້າໜ້າ​ທີ່​ Netherlands ໄດ້​ທໍາ​ການຈັບກຸມ​ຊາວ​ໂຊ​ມາ​ເລຍ 12 ຄົນ​ທີ່​ຖືກສົງ​ໃສ​ວ່າຈະ​ທໍາ​ກາ​ນ​ໂຈມ​ຕີ​ກໍ່​ການ​ຮ້າຍ ຢູ່​ໃນ​ປະ​ເທດ Netherlands ​ໃນ​ໄວໆ​ນີ້.

ຄະນະໄອຍະ​ການ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ ​ພວກ​ຕ້ອງ​ສົງ​ໃສໄດ້​ຖືກ​ຈັບຫລັງ​ຈາກ​ທີ່​ຝ່າຍ​ສືບ​ລັບ​ຂອງ Netherlands ໄດ້ແຈ້ງ​ໃຫ້ຕໍາຫລວດ​ຊາບ. ຊາຍ​ທັງ 12 ຄົນ ຊຶ່ງ​ມີ​ອາຍຸໃນ​ລະຫວ່າງ 19 ຫາ 48 ປີ ​ໄດ້​ຖືກ​ຈັບ​ໃນ​ມື້​ວັນ​ສຸກ​ຜ່ານ​ມາທີ່​ເມືອງ​ທ່າ Rotterdam. ທາງ​ໄອ​ຍະ​ການ​ໃຫ້​ຮູ້ອີກ​ວ່າ 6 ຄົນ​ໃນ​ຈໍ​ານວນ 12 ຄົນ​ນັ້ນ ດໍາລົງ​ຊີວິດ​ຢູ່​ໃນ​ເມືອງ​ດັ່ງກ່າວ. ອີກ 5 ຄົນບໍ່​ຮູ້​ທີ່ຢູ່ ສ່ວນ​ຄົນ​ນຶ່ງ​ນັ້ນ ​ເປັນຄົນ Denmark.

ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ພວ​ກ​ເຂົາ​ເຈົ້າ​ໄດ້​ທໍາ​ການ​ກວດ​ຄົ້ນ​ຮ້ານ​ຄ້າ​ແຫ່ງ​ນຶ່ງ ກັບ​ 4 ຫລັງ​ເຮືອນ​ໃນ​ເມືອງ Rotterdam ​ແລະ motel ຫລື​ໂຮງ​ແຮມ​ນ້ອຍໆ​ອີກ 2 ​ແຫ່ງ​ໃນ​ເມືອງ Gilze-Rijen ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ແຕ່​ກໍບໍ່​ໄດ້​ພົບ​ອາວຸດ​ຫລື​ວັດຖຸ​ລະ​ເບີດ​ໃດ​ໆ.

ໄດ້​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ຂຶ້ນ​ເລື້ອຍໆ ຢູ່​ໃນ​ຢູ​ໂຣບ ກ່ຽວ​ກັບການ​ກໍ່​ການ​ຮ້າຍ​ໃນ​ ລະຫວ່າງ​ເທດສະການ​ບຸນຄຣິສຕ໌ມາສ​ແລະ​ປີ​ໃໝ່​ນີ້. ເມື່ອໄວໆມາ​ນີ້ ກໍ​ໄດ້​ມີ​ການວາງ​ລະ​ເບີດ​ສະລະ​ຊີບ​ ຢູ່​ໃນ​ປະ​ເທດ Sweden ​ແລະ​ຫໍ່​ເຄື່ອງ​ສອງ​ຫໍ່​ໄດ້​ລະ​ເບີດ​ຂຶ້ນ ຢູ່​ສະຖານທູດ​ຂອງ​ປະ​ເທດ Switzerland ​ແລະ​ຂອງ​ປະ​ເທດ Chile ​ໃນ​ນະຄອນຫລວງ Rome ຂອງ​ປະ​ເທດ​ອິຕາລີ ອາທິດແລ້ວນີ້.

XS
SM
MD
LG