ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ໂຮນລັງ Mark Rutte ຊະນະຄູ່ແຂ່ງ ຈາກພັກຊາດນິຍົມ


ນາຍົກລັດຖະມົນຕີ ໂຮນລັງ ທ່ານ Mark Rutte ຂອງພັກ VVD ເສລີນິຍົມ ປາກົດໂຕ ຕໍ່ໜ້າ ພວກສະໜັບໜູນ ໃນນະຄອນ The Hague ຂອງໂຮນລັງ, ວັນທີ 15 ມີນາ 2017.
ນາຍົກລັດຖະມົນຕີ ໂຮນລັງ ທ່ານ Mark Rutte ຂອງພັກ VVD ເສລີນິຍົມ ປາກົດໂຕ ຕໍ່ໜ້າ ພວກສະໜັບໜູນ ໃນນະຄອນ The Hague ຂອງໂຮນລັງ, ວັນທີ 15 ມີນາ 2017.

ຜົນການ​ນັບ​ຄະ​ແນນ​ສຽງ​ຂັ້ນຕົ້ນຈາກການເລືອກຕັ້ງຂອງປະເທດໂຮນລັງ ​ແຈ້ງ ວ່າ
ພັກຂອງນາຍົກລັດຖະມົນຕີ Mark Rutte ໄດ້ຮັບບ່ອນນັ່ງໃນສະພາເປັນສ່ວນໃຫຍ່
ໂດຍເອົາຊະນະ ພັກທີ່ຕໍ່ຕ້ານພວກ​ຄົນ​ເຂົ້າ​ເມືອງ ແລະ ຕໍ່ຕ້ານສາສະໜາອິສລາມ
ຊາດນິຍົມຂອງ ທ່ານ Geert Wilders ດ້ວຍຄະແນນຫຼາຍກວ່າທີ່ໄດ້ຄາດຄິດກັນໄວ້.

ມາເຖິງຕອນນີ້ ໄດ້ມີການນັບຄະແນນສຽງຫຼາຍກວ່າເຄິ່ງນຶ່ງແລ້ວ ພັກປະຊາຊົນ ເພື່ອ
ອິດສະຫລະພາບ ແລະ ປະຊາທິປະໄຕ ທີີ່​ເປັນກາງອຽງຂວາ ຂອງທ່ານ Rutte ແມ່ນ
ຄາດກັນວ່າ ຈະໄດ້ຮັບ 32 ບ່ອນນັ່ງ ຂອງ​ຈຳນວນ​ທັງໝົດ 150 ບ່ອນນັ່ງ ຊຶ່ງນຳໜ້າ
ພັກອື່ນໆ.

ຄາດກັນວ່າ ມີ 3 ພັກການເມືອງ ຈະໄດ້ຊະນະພັກ​ລະ 19 ບ່ອນນັ່ງ ໂດຍປະກອບມີ
ພັກອິດ​ສະຫຼະພາບ​ທີ່ຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ ຂອງທ່ານ Wilders ພ້ອມດ້ວຍ ພັກ
ຄຣິສຕຽນ ເດໂມແຄຣັດ ແລະ ພັກ D66.

ການ​ນັບ​ຄະ​ແນນ​ສຽງ​ຂັ້ນສຸດທ້າຍຂອງສະພາ ຈະໄດ້ຖືກປະກາດ ຢ່າງເປັນທາງການ
ໃນວັນທີ 21 ມີນາ ຈະມາເຖິງນີ້.

ທ່ານ Jesse Klaver ຜູ້ນຳພັກສີຂຽວຂອງໂຮນລັງ ( Groen Links) ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ສຳລັບການເລືອກຕັ້ງ ໃນໂຮນລັງ ປີ 2017 ໃນໂຮງມະຫໍລະສົບ AFAS ທີ່ນະຄອນ Amsterdam, ປະເທດໂຮນລັງ, ວັນທີ 9 ມີນາ 2017.
ທ່ານ Jesse Klaver ຜູ້ນຳພັກສີຂຽວຂອງໂຮນລັງ ( Groen Links) ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ສຳລັບການເລືອກຕັ້ງ ໃນໂຮນລັງ ປີ 2017 ໃນໂຮງມະຫໍລະສົບ AFAS ທີ່ນະຄອນ Amsterdam, ປະເທດໂຮນລັງ, ວັນທີ 9 ມີນາ 2017.

ບັນດາເຈົ້າໜ້າທີ່ ກ່າວວ່າ ການອອກ​ໄປປ່ອນບັດຂອງຜູ້ມີສິດອອກສຽງ ແມ່ນສູງທີ່ສຸດ
ໃນຮອບ 3 ທົດສະວັດທີ່ຜ່ານມາ ໂດຍຄິດສະເລ່ຍມີ 81 ເປີເຊັນ.

ທ່ານ Andre Krouwel ຮອງສາສະດາຈານ ໃນສາຂາການປຽບທຽບດ້ານການເມືອງ
ຢູ່ທີ່ ມະຫາວິທະຍາໄລ Free ໃນນະຄອນ Amsterdam ກ່າວວ່າ ການອອກ​ໄປປ່ອນ
ບັດ ສະແດງໃຫ້ເຫັນວ່າ ພົນລະເມືອງຊາວໂຮນລັງ ໄດ້ມອງເຫັນວ່າ ການລົງຄະແນນ
ສຽງນີ້ ແມ່ນມີຄວາມສຳຄັນທີ່ສຸດ.

ທ່ານໄດ້ບອກວີໂອເອວ່າ “ມັນໄດ້ເປັນ ຂ້າພະເຈົ້າຄິດວ່າ ການແຂ່ງຂັນທີ່ຕື່ນເຕັ້ນ
ທີ່ສຸດ ເພາະວ່າ ເປັນເວລາຍາວນານມາແລ້ວ ທີ່ມັນເບິ່ງຄືວ່າ ທ່ານ Geert Wilders
ຈະເປັນພັກໃຫຍ່ທີ່ສຸດ ແລະ ຂ້າພະເຈົ້າຄິດວ່າ ອັນນັ້ນໄດ້ປຸກລະດົມ ​ໃຫ້ຫຼາຍໆຄົນ
ອອກ​ໄປ​ປ່ອນ​ບັດ.”

ແຕ່ທ່ານ Krouwel ໄດ້ກ່າວວ່າ ແມ່ນກະທັງທີ່ ພັກຂອງທ່ານ Rutte ໄດ້ຊະນະບ່ອນນັ່ງ
ຫຼາຍທີ່ສຸດກໍຕາມ ການໄດ້ຮັບ​ບ່ອນນັ່ງຂອງພັກທ່ານ Wilders ນັ້ນ ເປັນການເອົາບ່ອນ
ນັ່ງ ຈາກພາຄີປະຊົມໂດຍທຳມະຊາດ ສະນັ້ນແລ້ວ ການ ຈັດຕັ້ງລັດຖະບານ ຈະສະລັບ
ສັບຊ້ອນ ຫຼາຍຂຶ້ນກວ່າທີ່ຜ່ານມາ.

ທ່ານໄດ້ກ່າວຕື່ມວ່າ “ໂດຍທົ່ວໄປແລ້ວ ທ່ານສາມາດຈັດຕັ້ງລັດຖະລານໄດ້ຢ່າງງ່າຍ
ດາຍ ໂດຍສາມພັກປະສົມ. ບັດນີ້ ທ່ານຈະຕ້ອງມີຢ່າງນ້ອຍ 4 ພັກ ແລະ ບາງທີອາດ​
ຈະ​ແມ່ນ 5 ພັກການເມືອງ ສະນັ້ນສະຖານະການ ຈຶ່ງຫຍຸ້ງຍາກ.”

ການເຈລະຈາເຫຼົ່ານັ້ນ ອາດຈະມີຂຶ້ນໃນສອງສາມເດືອນຂ້າງໜ້າ ແລະ ພັກການເມືອງ
ທີ່ໃຫຍ່ທີ່ສຸດ ໄດ້ຊີ້ໃຫ້ເຫັນວ່າ ພວກເຂົາເຈົ້າ ຈະບໍ່​ເຮັດ​ວຽກຮ່ວມກັບທ່ານ Wilders.

Netherlands Election
please wait
Embed

No media source currently available

0:00 0:02:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG