ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນເທີແລນ ແກ້ແຄ້ນ ສະເປນ ຢ່າງເຈັບແສບ ໃນການແຂ່ງຂັນ ເຕະບານໂລກ (ສະໄລດ໌/ວີດີໂອ)


ສ່ວນນຶ່ງ ຂອງການແຂ່ງຂັນ ເຕະບານໂລກ ລະຫວ່າງເນເທີແລນ ແລະສະເປນ
ສ່ວນນຶ່ງ ຂອງການແຂ່ງຂັນ ເຕະບານໂລກ ລະຫວ່າງເນເທີແລນ ແລະສະເປນ
ທິມເຕະບານເນ​ເທີ​ແລນ ໄດ້ແກ້ແຄ້ນ ທີ​ມສະ​ເປ​ນ ຢ່າງ​ເຈັບ
​ແສບ ​ໂດຍ​ເອົາຊະນະ​ ​ຜູ້​ປ້ອງ​ກັນ​ແຊ້ມ ​ແລະ​ທີ​ມອັນດັບນຶ່ງ
ຂອງ​ໂລກ ດ້ວຍຄະແນນ 5 ປະຕູຕໍ່ 1 ​ໃນ ການ​ແຂ່ງຂັນ​ເຕະ
ບານໂລກ ​ໃນ​ວັນ​ສຸກວານ​ນີ້.

​ການແຂ່ງຂັນໃນ​ກຸ່ມ B ​ນັ້ນ ເປັນການສູ້ກັນຄືນໃໝ່ ໃນການ
ແຂ່ງຂັນເຕະບານ ໂລກ ​ໃນປີ 2010 ​ເວລາທີມສະ​ເປ​ນ​ ໄດ້
ໄຊຊະນະເນເທີແລນ 1 ຕໍ່ປະຕູຕໍ່ 0.

ທີມ​ເນ​ເທີ​ແລນ ຊຶ່ງຢູ່​ໃນ​ອັນ​ດັບ​ທີ 15 ​ຂອງ​ໂລກ ​ໄດ້​ຄວ້າເອົາ
ໄຊຊະນະມາຄອງດ້ວຍການພັງ 4 ປະຕູໃນເຄິ່ງທີສອງຂອງ
ການແຂ່ງຂັນ ​ໃນ​ວັນ​ສຸກວານນີ້ ​ຫລັງ​ໄດ້ສະເໝີກັນ 1 ປະຕູຕໍ່ 1 ໃນ​ເຄິ່ງ​ເວ​ລາ ຢູ່​ທີ່​ເດີ່ນ
Fonte Nova ໃນ​ເມືອງ Salvado ທາງພາກຕາເວັນອອກຂອງບຣາຊິລ.

ນັກເຕະບານເນທີແລນ Arjen Robben ​ແລະ Robin van Persie ຕ່າງກໍ ພັງປະຕູ
ໄດ້ຜູ້ລະ​ສອງ​ເທື່ອ ​ໂດຍການເຕະເຂົ້າປະຕູຂອງ Robben ໃນນາທີທີ​ 53 ຂອງການ
ແຂ່ງຂັນນັ້ນແລະເຮັດ​ໃຫ້ທີມເນ​ເທິ​ແລນ​ ນຳ​ໜ້າໄປ​ດ້ວຍ​ດີ. ອີກ ປະຕູນຶ່ງນັ້ນ ແມ່ນຍິງ
ເຂົ້າໂດຍ Stefan de Vrij.

ທິມສະ​ເປັນໄດ້ມີຄະແນນນຳໜ້າ 1 ປະຕູຕໍ່ 0 ໃນເຄິ່ງເວລາທຳອິດ ເວລາທ້າວ Xabi
Alonzo ​ໄດ້ເຕະລູກໂທດໃນນາທີທີ 27. ທ້າວ De Vrij ​ໄດ້​ເຮັດໃຫ້ ທ້າວ Diego
Costa ລົ້ມລົງ ​ແລະ Alanzo ​ກໍໄດ້​ເຕະລູກໂທດເຂົ້າ ໂດຍທີ່ ມືຮັກສາປະຕູ Jasper
Cillessen ບໍ່ສາມາດຮັບໄດ້.

​ທີມເນ​ເທີ​ແລນ ໄດ້ຕີສະ​ເໝີ​ກ່ອນເຄິ່ງ​ເວລາ​ ​ໂດຍທ້າວ Van Persie ​ເອົາ​ຫົວ​ຕຳ​ເຂົ້າ​ຢ່າງ​
ໜ້າ​ງຶດ​ງໍ້.

ການແຂ່ງຂັນເຕະບານໂລກໝົດ​ມື້ເທື່ອ​ທຳ​ອິດ ​ໄດ້ເລີ້ມ​ຂື້ນ​ລະຫວ່າງ ທີມເມັ​ກຊິ​ໂກ ຊຶ່ງ
ຊະນະກາ​ເມ​ຣູນ 1 ປະຕູຕໍ່ 0. ຕໍ່​ມາ​ໃນ​ມື້ດຽວ​ກັນ ທ້າວ Alexis Sanchez ​ໄດ້​ຊ່ວຍ
​ໃຫ້ທີມຊິ​ເລ່ ຊະນະອອສ​ເຕ​ເລຍ 3 ປະຕູຕໍ່ 1 ​ໃນ​ການ ແຂ່ງຂັນເຕະບານ​ໂລກ ທີ່​ເມືອງ
Cuiaba.
CN- Brazil Celebrates Victory in World Cup Opener
please wait

No media source currently available

0:00 0:01:28 0:00
XS
SM
MD
LG