ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິສຣາແອລ ເຕືອນປະຊາຊົນ ໃນເຂດກາຊາ ໃຫ້ຍ້າຍໜີຈາກ ເຂດປະຕິບັດງານ ຂອງຮາມັສ (ວີດີໂອ/ສະໄລດ໌)


ຄວັນໄຟກຸ້ມຂຶ້ນ ຈາກຊາກຫັກພັງຂອງຕຶກ Al-Zafer apartment ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນເມືອງກາຊາ, ວັນເສົາ ທີ 24 ສິງຫາ 2014.
ຄວັນໄຟກຸ້ມຂຶ້ນ ຈາກຊາກຫັກພັງຂອງຕຶກ Al-Zafer apartment ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນເມືອງກາຊາ, ວັນເສົາ ທີ 24 ສິງຫາ 2014.

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu
​ໄດ້​ເຕືອນ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ກາຊາ​ ໃຫ້​ພາກັນ​ຍົກຍ້າຍ​
ໜີອອກ ຈາກບ່ອນ​ໃດ​ກໍ​ຕາມ ທີ່​ພວກ​ຫົວ​ຮຸນ​ແຮງ​ປາ​ແລ​ສ​ໄຕ​ນ໌
ກຳລັງ​ປະຕິບັດງານ​ຢູ່​ນັ້ນ ແລະ​ບອກວ່າ ພວກ​ສະຖານ​ທີ່​ຕ່າງໆ​
ເຫຼົ່ານັ້ນ ສາມາດ​ຕົກ​ເປັນເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ໄດ້.

ນາຍົກລັດຖະມົນຕີ​ອິສຣາ​ແອ​ລໄດ້​ກ່າວໃນ​ວັນ​ອາທິດ​ມື້​ນີ້ ນຶ່ງ​ມື້​
ຫຼັງຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ​ໄດ້​ທຳລາຍ​ຕຶກ
apartment ຫຼັງ​ນຶ່ງ ຢ່າງຮາບ​ຄາບຈົມ​ດິນ ວ່າ​ພວກ​ຊາວກາຊາ
ຄວນ​ຈະ “ອອກ​ຈາກໄປ​ໃນ​ທັນທີ” ​ຈາກ​ທຸກໆ​ເຂດ​ທີ່​ກຸ່ມຮາ​ມັສ
ກຳລັງ​ດຳ​ເນີນ​ ອັນ​ທີ່​ທ່ານ​ເອີ້ນ​ວ່າ ກິດຈະກຳ​ກໍ່​ການ​ຮ້າຍ​ນັ້ນ.

ກອງທັບອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ເຕືອນ​ພວກ​ປະຊາຊົນ​ ທີ່​ອາ​ໄສ​ຢູ່ຕຶກ​ອາຄານ​ຫຼາຍ​ຊັ້ນຫລັງ​ນັ້ນ ​ໃຫ້​ພາກັນ​ອອກ​ໜີ​ໄປ​ ໃນ​ເວລາ​ບໍ່​ດົນ ກ່ອນ​ພວກ​ຕົນ​ຈະທຳ​ການ​ໂຈມ​ຕີ ທີ່
​ໄດ້​ເຮັດ​ໃຫ້​ມີ​ຄົນໄດ້​ຮັບ​ບາດ​ເຈັບ​ ເກືອບ 20 ຄົນນັ້ນ.

ການ​ໂຈມ​ຕີ​ທາງ​ອາກາດ​ອີກ​ບັ້ນ​ນຶ່ງ​ຂອງ​ອິສຣາ​ແອ​ລ ​ໃນ​ວັນ​ເສົາ​ວານ​ນີ້ຕຶກ​ຫ້ອງການ 7
ຊັ້ນຫຼັງ​ນຶ່ງ ໄດ້​ຖືກ​ທຳລາຍ ຊຶ່ງ​ອິສຣາ​ແອ​ລ ກ່າວ​ວ່າ ອາຄານ​ຫຼັງ​ນີ້ ​ໄດ້ຖືກ​ໃຊ້​ເປັນ​ຫ້ອງ
ການ​ຕ່າງໆ​ຂອງ​ກຸ່ມ​ຮາ​ມັສ.

​ໃນ​ວັນ​ອາທິດ​ມື້​ນີ້ ການ​ໂຈມ​ຕີ​ທາງ​ອາກາດ​ບັ້ນ​ນຶ່ງ​ຂອງ​ອິສຣາ​ແອ​ລ ​ໄດ້ສັງຫານ​ປະຊາຊົນ
2 ຄົນ​ທີ່​ຂີ່​ລົດຈັກ​ຊ້ອນ​ກັນ​ໄປ​ ໃນ​ເຂດ​ກາຊາ.

​ໃນ​ແຫ່ງ​ອື່ນໆ​ອີກ ​ໃນ​ວັນ​ອາທິດ​ມື້​ນີ້ ຈະ​ຫຼວດຈຳນວນນຶ່ງ​ທີ່​ຍິງ​ມາຈາກ​ ​ຊີ​ເຣຍ ​ໄດ້​ຕົກລົງ​
ໃສ່​ເຂດເປົ່າ​ແປນ​ຫລາຍແຫ່ງໃນ​ພາກ​ເໜືອ​ຂອງ​ອິສ ຣາ​ແອ​ລ. ​ແຕ່​ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ໃນ​ທັນທີ​ກ່ຽວ​ກັບ​ຄວາມ​ເສັຍ​ຫາຍ ຜູ້​ບາດ​ເຈັບ​ຫລືລົ້ມ​ຕາຍ ​ແລະ​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ພວກ​ໃດ​ຍິງລູກ​ຈະ​ຫຼວດ​ເຫຼົ່າ​ນີ້.

ອີ​ຈິບ ​ໄດ້​ຮຽກຮ້ອງ​ໃຫ້​ ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ ຮັບ​ເອົາ​ການ ຢຸດ​ຍິງຖາວອນ ​ແລະ​ກັບ​ຄືນໄປ​ເຈລະຈາ​ກັນ​ໂດຍ​ທາງອ້ອມ​ໃນນະຄອນຫຼວງ​ໄຄ​ໂຣອີກ ​ໃນ​ຂະນະ​ທີ່​ທັງ​ສອງ​ຝ່າຍ​ສືບ​ຕໍ່ລະ​ອົມ​ຍິງ​ໃສ່​ກັນ​ຢູ່​ນີ້.

israelpalestinians24august14
please wait

No media source currently available

0:00 0:00:33 0:00

XS
SM
MD
LG