ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ເນ​ຕັນ​ຢາ​ຮູ ປະ​ກາດ​ວ່າ ຈະ​ກຳ​ອຳ​ນາດ ຕໍ່​ໄປ ຂະ​ນະ​ທີ່ ປະ​ເຊີນ​ກັບ ການ​ຖືກ​ຟ້ອງ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຕໍ່​ພວກ​ນັກ​ຂ່າວ ເມື່ອ​ວັນ​ທີ 28 ກຸມ​ພາ 2019 ທີ່​ນະ​ຄອນ​ເຈ​ຣູ​ຊາ​ແລັມ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຕໍ່​ພວກ​ນັກ​ຂ່າວ ເມື່ອ​ວັນ​ທີ 28 ກຸມ​ພາ 2019 ທີ່​ນະ​ຄອນ​ເຈ​ຣູ​ຊາ​ແລັມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ວ່າ ທ່ານ​ຈະ​ເປັນ​ຜູ້​ນຳ​ຂອງ​ອິ​ສ​ຣາ​ແອ​ລ “ຕື່ມ​ອີກ​ຫຼາຍໆ​ປີ” ໃນ​ຂະ​ນະ​ທີ່​ທ່ານ​ປະ​ເຊີນ​ກັບ​ການຖືກ​ຟ້ອງ​ ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ.

ທ່ານ​ເນ​ຕັນ​ຢາ​ຮູກ່າວ​ຕໍ່​ປະ​ຊ​າ​ຊົນ​ອິ​ສ​ຣາ​ແອ​ລ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສທາງ​ໂທ​ລະ​ພາບ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ຈົ່ງ​ຢ່າ​ໄດ້​ເຊື່ອ ການ​ນຳ​ສະ​ເໜີ​ຂ່າວແບບ​ບິດ​ເບືອນ ແຕ່ມັນ​ຂຶ້ນ​ຢູ່​ກັບ​ພວກທ່ານ. ​ບໍ່​ແມ່ນ​ຂຶ້ນ​ຢູ່​ກັບ​ພວກ​ລັດ​ຖະ​ກອນ. ມັນ​ບໍ່ຂຶ້ນ​ຢູ່​ກັບ​ສະ​ດູ​ດີ​ໂອ​ຂອງ​ໂທ​ລະ​ພາບ. ມັນ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ນັກ​ຊ່ຽວ​ຊານ​ແລະພວກ​ນັກ​ຂ່າວ.”

ໂດຍ​ການ​ສະ​ທ້ອນໃຫ້​ເຫັນ​ເຖິງ​ເພື່ອນ ​ແລະ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ​ທ່ານ ຄື​ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ນັ້ນ​ ທ່ານ​ເນ​ຕັນ​ຢາ​ຮູ ​ເອີ້ນ​ການ​ດຳ​ເນີນ​ຄະ​ດີຕໍ່​ທ່ານນີ້​ວ່າ “ເປັນ​ການ​ຊອກຈັບ​ຜິດ” ທາງ​ການ​ເມືອງ.

ການ​ສືບ​ສວນ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ປີ​ໂດຍ​ຕຳ​ຫຼວດ ອະ​ທິ​ໄອ​ຍະ​ການ​ຂອງ​ອິ​ສ​ຣາ​ແອ​ລ ທ່ານ Avichai Mandelblit ໄດ້​ປະ​ກາດ​ໃຫ້​ຮູ້​ ເຖິງ​ຄວາມ​ຕັ້ງ​ໃຈຂອງ​ທ່ານ ທີ່​ຈະ​ຟ້ອງ​ທ່ານ​ເນ​ຕັນ​ຢາ​ຮູ ໃນ​ຂໍ້​ຫາ​ຮັບ​ເງິນ​ສິນ​ບົນ ລະ​ເມີດ​ກົດ​ລະ ບຽບ ແລະ​ສໍ້​ໂກງ.

ມີ​ການ​ສົງ​ໄສວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ຕັນ​ຢາ​ຮູ ຮັບ​ເງິນຂອງ​ຂວັນ​ຫຼາຍ​ຮ້ອຍ​ພັນ​ໂດ​ລາ ​ຈາກ​ພວກ​ມະ​ຫາ​ເສດ​ຖີ ຮວມ​ທັງ​ເຫຼົ້ມ​ແຊມ​ປາຍ​ ແລະ​ຢາ​ຊີ​ກາ​ລາຄາ​ແພງແລະ​ໃຫ້​ສິດ​ພິ​ເສດ​ແກ່​ອົງ​ການ​ຂ່າວ​ໃຫຍ່​ທີ່​ມີ​ອິດ​ທິ​ພົນ​ຂອງ​ອິ​ສ​ຣາ​ແອ​ລ ເພື່ອ​ແລກ​ປ່ຽນ​ກັບ​ການ​ເກັບ​ກຳ​ຂ່າວ ໃນ​ທາງ​ທີ່​ດີ​ທັງ​ໃນ​ດ້ານ​ໜັງ​ສື​ພິມ​ແລະ​ອິນເຕີ​ແນັດ.

ກະ​ຊວງ​ຍຸ​ຕິ​ທຳ​ອິ​ສ​ຣາ​ແອ​ລ​ຕ້ອງ​ໄດ້​ເປີດ​ຮັບ​ຟັງ​ຄຳ​ໃຫ້​ການ ເພື່ອ​ໃຫ້​ໂອ​ກາດ​ແກ່​ທ່ານ​ເນ​ຕັນ​ຢາ​ຮູ ໄດ້​ປ້ອງ​ກັນ​ໂຕ​ເອງ ກ່ອນ​ຈະ​ມີ​ການ​ຍື່ນ​ສຳ​ນວນ​ຟ້ອງ​ຢ່າງ​ເປັນທາງ​ການ ຊຶ່ງ​ເປັນ​ຂັ້ນ​ຕອນ​ທີ່​ອາດ​ຈະ​ໃຊ້​ເວ​ລາ​ຫຼາຍໆ​ເດືອນຫຼັງ​ຈາກການເລືອກ ຕັ້ງທົ່ວ​ໄປໃນ​ວັນ​ທີ 9 ເມ​ສາ​ຜ່ານ​ພົ້ນ​ໄປດົນນານ​ແລ້ວ.

ທ່ານ​ເນ​ຕັນ​ຢາ​ຮູໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພວກ​ຂວາ​ຈັດອິ​ສ​ຣາ​ແອ​ລ ​ຮວມ​ທັງ​ພວກ​ຫົວ​ຊາດ​ນິ​ຍົມຕໍ່​ຕ້ານ​ປາ​ແລ​ສ​ໄຕ​ນ໌ ແລະ​ພວກ​ນິ​ຍົມ​ສາ​ສະ​ໜາ​ຫົວ​ແຂງ​ກະ​ດ້າງ.

ແຕ່​ກໍເປັນ​ທີ່​ຄາດ​ກັນ​ວ່າ ທ່ານ​ຈະ​ໄດ້​ຮັບ​ການ​ທ້າ​ທາຍ​ຢ່າງ​ໜັກ ຈາກ​ບັນ​ດາ​ພັກ​ທີ່​ນິ​ຍົມ​ແນວ​ທາງ​ເປັນ​ກາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG