ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ປະຕິຍານອີກຄັ້ງນຶ່ງ ໃນວັນພຸດວານນີ້ວ່າ ຈະທຳການໂຈມຕີພວກຫົວຮຸນແຮງຮາມາສ ໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງເຂດກາຊາ, ໃນຂະນະທີ່ທ່ານໄດ້ດຶງອິສ ຣາແອລອອກຈາກການເຈລະຈາຢຸດຍິງທີ່ນະຄອນຫຼວງໄຄໂຣ ເນື່ອງຈາກທ່ານກ່າວວ່າ ກຸ່ມຮາມາສບໍ່ໄດ້ປ່ຽນແປງ ໃນສິ່ງທີ່ທ່ານໄດ້ອະທິບາຍວ່າ ເປັນຄວາມ “ຕ້ອງການທີ່ເປັນຕາຢາກຫົວ” ເພື່ອຍຸຕິການຕໍ່ສູ້ກັນ.
ຜູ້ນຳອິສຣາແອລບໍ່ໄດ້ໃຫ້ການຊີ້ແຈງວ່າ ເມື່ອໃດທ່ານຈະສັ່ງໃຫ້ກອງກຳລັງຂອງຕົນໂຈມຕີເມືອງຣາຟາ. ທ່ານກ່າວວ່າ ປັດຈຸບັນ, ພົນລະເຮືອນຫຼາຍແສນຄົນທີ່ແອອັດເຂົ້າໄປໃນພາກພື້ນ ໃກ້ກັບຊາຍແດນອີຈິບ ຈະໄດ້ຮັບອະນຸຍາດໃຫ້ອອກຈາກຂົງເຂດດັ່ງກ່າວກ່ອນ, ເຖິງແມ່ນທ່ານບໍ່ໄດ້ຊີ້ແຈ້ງວ່າພວກເຂົາເຈົ້າຈະໄປໃສກໍຕາມ.
ທ່ານ ເນຕັນຢາຮູ ແມ່ນກໍາລັງຢູ່ພາຍໃຕ້ຄວາມກົດດັນ ທີ່ເພີ້ມຂຶ້ນຈາກບັນດາຜູ້ ນໍາໃນທົ່ວໂລກວ່າ ບໍ່ໃຫ້ໂຈມຕີເມືອງຣາຟາ, ແຕ່ທ່ານໄດ້ກ່າວໃນບັນຊີຂໍ້ຄວາມເທເລກຣາມຂອງຕົນວ່າ "ພວກເຮົາຈະຕໍ່ສູ້ຈົນກ່ວາຈະໄດ້ຮັບໄຊຊະນະຢ່າງສົມ ບູນ, ແລະນີ້ ລວມທັງການດໍາເນີນງານ ຢູ່ໃນເມືອງຣາຟາ ທີ່ມີຄວາມເຂັ້ມແຂງເຊັ່ນດຽວກັນ, ລຸນຫຼັງພວກເຮົາອະນຸຍາດໃຫ້ປະຊາຊົນພົນລະເຮືອນທັງຫຼາຍອອກຈາກເຂດສູ້ລົບດັ່ງກ່າວ.”
ໃນກ່ອນໜ້ານີ້, ສໍານັກງານຂອງ ທ່ານເນຕັນຢາຮູ ກ່າວວ່າ ກຸ່ມຮາມາສບໍ່ໄດ້ສະແດງຂໍ້ສະເໜີໃໝ່ໃນການເຈລະຈາຢູ່ນະຄອນຫຼວງໄຄໂຣ ເພື່ອຍຸຕິສົງຄາມທີ່ແກ່ຍາວມາເປັນເວລາ 4 ເດືອນ ແລະປ່ອຍໂຕປະກັນທີ່ມີຫຼາຍກວ່າ 100 ຄົນ ທີ່ເຊື່ອວ່າ ພວກຫົວຮຸນແຮງກັກຂັງໄວ້ ຢູ່ໃນຂົງເຂດກາຊາ. ກຸ່ມຮາມາສ ໄດ້ຮຽກຮ້ອງໃຫ້ອິສຣາແອລຖອນທະຫານທັງໝົດ ອອກຈາກເຂດກາຊາ ພ້ອມທັງອະນຸຍາດໃຫ້ພວກຫົວຮຸນແຮງ ສືບຕໍ່ປົກຄອງບໍລິເວນທີ່ຍາວຢຽດໄປຕາມແຄມທະເລເມດີເຕີເຣນຽນ. ທ່ານເນຕັນຢາຮູ ໄດ້ຮຽກຮ້ອງໃຫ້ມີ "ໄຊຊະນະທີ່ເດັດຂາດ" ສໍາລັບອິສຣາແອລ.
ສໍານັກງານຂອງທ່ານເນຕັນຢາຮູກ່າວວ່າ "ການປ່ຽນແປງສະຖານະພາບຂອງກຸ່ມຮາມາສ ຈະເຮັດໃຫ້ການເຈລະຈາ ກ້າວໄປຂ້າງໜ້າໄດ້."
ບັນດາຍາດຕິພີ່ນ້ອງຂອງໂຕປະກັນຊາວອິສຣາແອລທີ່ຖືກຈັບໂດຍກຸ່ມຮາມາສກ່າວວ່າ ມັນເປັນການຕັດສິນໃຈ ທີ່ໜ້າອັບອາຍຂອງອິສຣາແອລ ທີ່ບໍ່ສົ່ງຜູ້ເຈ ລະຈາເຂົ້າຮ່ວມກອງປະຊຸມຄັ້ງຕໍ່ໄປ ໃນການຫາລືຢູ່ນະຄອນຫຼວງໄຄໂຣ.
ກຸ່ມດັ່ງກ່າວກ່າວວ່າ ການເຄື່ອນໄຫວດັ່ງກ່າວ "ແມ່ນເທົ່າກັບໂທດປະຫານຊີວິດ" ສຳລັບໂຕປະກັນທີ່ຍັງເຫຼືອຢູ່ໃນອຸໂມງຂອງກຸ່ມຮາມາສ, ເຊິ່ງເປັນສັນຍານການຂັດແຍ້ງກັນ ກ່ຽວກັບສົງຄາມພາຍໃນປະເທດ ຂອງອິສຣາແອລເອງ.
ກອງທັບອິສຣາແອລກ່າວວ່າ ຕົນຕ້ອງການໂຈມຕີ 4 ກອງພັນຂອງພວກຫົວຮຸນແຮງອິສລາມ ທີ່ໄດ້ຢຶດເອົາເມືອງຣາຟາເປັນບ່ອນຫຼົບລີ້.
ຟໍຣັມສະແດງຄວາມຄິດເຫັນ