ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອິສຣາແອລ ກ່າວໂຈມຕີ ອີຣ່ານ ເລື່ອງນິວເຄລຍ (ວີດີໂອ)


Israel PM Slams Iran Over Nuclear Program
please wait

No media source currently available

0:00 0:01:34 0:00
ລິງໂດຍກົງ
ນາຍົກລັດຖະມົນ​ນຕີ Israel ທ່ານ Benjamin Netanyahu
ກ່າວ​ວ່າ ອີຣ່ານຍັງ​ສືບ​ຕໍ່ ໃນ​ການ​ດຳ​ເນີນຄວາມ​ພະຍາຍາມ ​
ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ​ແລະຕື່ນ​ເຕັ້ນ ​ເພື່​ອ​ໃຫ້​ໄດ້​ມາ​
ຊຶ່ງການ​ມີ​ອາ​ວຸດ​ນີວ​ເຄລຍ​ ​ແລະ​ວ່າ​ປະ​ເທດ​ຂອງ​ທ່ານພ້ອມ​ແລ້ວ
​ທີ່​ຈະ​ຢືນ​ຢັດ​ດ້ວຍ​ຕົນ​ເອງ​ໃນ​ການປ້ອງ ກັນ​ໂຕ ​ ​ຕໍ່​ຄວາມ​ໄຝ່ຝັນ​
ເພື່ອໃນ​ການ​ຢາກ​ມີ​ອາວຸດ​ນີວ​ເຄລຍຂອງ​ກຸງ Tahran.

ທ່ານ Netanyahu ​ໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ທ່ານ ​ໃນ​ການ
​ຖະ​ແຫຼ​ງການ​ ຕໍ່ກອງ​ປະຊຸມສະ ມັດຊາ​ໃຫຍ່ ຂອງ​ອົງການ​ສະຫະ
​ປະຊາ​ຊາດ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ​ຊຶ່ງ​ທ່ານ​ໄດ້​ສະ​ແດງຄວາມ
​ເປັນ​ຫ່ວງ​ເປັນໃຍ ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍທີ່​ເປັນ​ບັນຫາ​
ຖົກ​ຖຽງ​ໂຕ້ແຍ້​ງຂອງ​ອີຣ່ານ. ຄວາມ​ເຫັນ​ຂອງ​ທ່ານ​ໄດ້​ພາ​ໃຫ້​ເອກ​ອັກຄະ​ລັດຖະທູດຂອງ
​ອີຣ່ານ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດກ່າວ ຕອບ​ໂຕ້ ໂດຍເອີ້ນຄໍາ​ຖະ​ແຫຼ​ງຂອງ​ທ່ານ
Netanyahu ນັ້ນວ່າ ​ກວນ​ປະສາດ.

ຜູ້​ນໍາ​ຂອງ Israel ​ໄດ້​ກ່າວວ່າ ຫົນທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ຢຸດບໍ່​ໃຫ້​ອີຣ່ານພັດທະນາອາ​ວຸດ​
ນີວ​ເຄລຍ ຢ່າງ​ສັນຕິນັ້ນ​ ກໍ​ຄື​ການ​ລົງ​ໂທດ​ຢ່າງ​ໜັກຕໍ່​ອີຣ່ານ ພ້ອມດ້ວຍ​ການ​ຂົ່ມຂູ່​ຈະ​ທຳ
ການໂຈມ​ຕີ​ທາງທະຫານ.

ທ່ານ​ຮຽກຮ້ອງ​ໃຫ້ປະຊາ​ຄົມນາໆ​ຊາດ ບໍ່​ໃຫ້​ຜ່ອນຜັນການ​ກົດ​ດັນ​ຕໍ່​ອີຣານ​ແລະໄດ້ກ່າວ​ຫາ
ປະທານາທິບໍດີ Hassan Rouhani ວ່າ​ເປັນ​ຫົວ​ຈັກຫົວ​ແຮງຢູ່​ເບື້ອງ​ຫຼັງ​ຂອງ​ແຜນ​ຍຸດ​ທະ
​ສາດ​ ເພື່ອ​ສ້າງຄວາມ​ກ້າວໜ້າ​ໃຫ້​ແກ່​ໂຄງການອາ​ວຸດ​ນີວ​ເຄລຍຂອງ​ອີຣ່ານ ຊຶ່ງ​ທ່ານ​
Netanyahu ໄດ້​ເອີ້​ນ ທ່ານ Rouhani ວ່າ “ເປັນ​ໝາ​ປ່າ​ໃນ​ຮ່າງ​ຂອງແກະ.”

ຜູ້ນຳ​ອິສຣາ​ແອ​ລກ່າວ​ວ່າ ປະທານາທິບໍດີ​ອີຣ່ານທັງ​ໝົດ ​ແມ່ນ​ຮັບ​ໃຊ້​ອຳນາດ​ການ​ປົກຄອງ​
ທີ່​ໃຫ້ ອະ​ໄພ​ບໍ່​ໄດ້ຄື​ກັນ ບ່ອນ​ຜູ້​ທີ່​ຜູ້ນໍາສູງ​ສຸດ​ເປັນ​ຜູ້​ບົງ​ການ​ນັ້ນ.

ອີຣ່ານ​ໄດ້​ປະຕິ​ເສດ​ສະ​ເໝີ​ມາ​ວ່າ ໂຄງການອາ​ວຸດ​ນີວ​ເຄລຍຂອງຕົນເປັນ​ໂຄງການ​ທີ່​ມີ​ຈຸດ
ປະສົງ ​ໃນ​ທາງ​ສັນຕິ. ​ແຕ່ທ່ານ​ Netanyahu ​ໄດ້​ກ່າວ​ອີກ​ວ່າ ຄວາ​ມພະຍາຍາມ​ເພື່ອໃຫ້​
ໄດ້​ມາ​ຊຶ່ງການ​ມີ​ອາ​ວຸດ​ນີວ​ເຄລຍນັ້ນ​ໄດ້​ດໍາ​ເນີນ​ສື​ບຕໍ່​ມາ ນັບ​ຕັ້ງ​ແຕ່​ທ່ານ Rouhani ​ໄດ້​ຮັບ
​ເລືອກແລ້ວ​ນັ້ນ.

Israel: Pressure on Iran Must Continue
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG