ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນທັນຢາຮູ ກ່າວຄຳປາໄສ ຕໍ່ກຸ່ມນິຍົມອິສຣາແອລ ກ່ອນກ່າວຕໍ່ ລັດຖະສະພາ ສຫລ


ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu
ມີກຳນົດ​ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະຊຸມ​ຂອງ​ກຸ່ມ​ນິຍົມ​ອິສຣາ​ແອ​ລ ​
ໃນ​ວັນ​ຈັນ​ມື້​ນີ້ ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ ນຶ່ງ​ມື້ກ່ອນ​ຈະ​ກ່າວ​ຄຳ​ປາ
​ໄສ​ຕໍ່​ສະພາ Congress ຂອງ​ສະຫະລັດ ​ທີ່ໄດ້​ພາ​ໃຫ້​ເກີດ​ຄວາມ
​ຂັດ​ແຍ້​ງກັນ​ກັບ​ທຳນຽບຂາວ.

ທ່ານ​ເນ​ທັນ​ຢາ​ຮູ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມນະ​ໂຍບາຍ​ຂອງ​ຄະນະ
​ກຳມະການ ​ກິດຈະການສາທາລະນະ​ອາ​ເມຣິກາ-​ອິສຣາ​ແອ​ລ
ຫຼື AIPAC ​ໃນປີ​ແລ້ວ​ນີ້ ​ແຕ່​ເທື່ອ​ນີ້​ທ່ານ​ຈະ​ກ່າວ​ຕໍ່ກອງ​ປະຊຸມ
​ຄະນະ​ກຳມາ​ທິການ​ດັ່ງກ່າວ ກ່ອນຈະ​ກ່າວ​ຕໍ່​ລັດຖະສະພາ
Congress ພາຍ​ໃຕ້​ສະຖານະການ​ ທີ່​ລັດຖະມົນຕີການຕ່າງ
ປະ​ເທດ​ສະຫະລັດ ທ່ານ John Kerry ບັນ​ລະ​ຍາຍ​ວ່າ “ຖ້າ​ບໍ່​ແມ່ນ​ພິ​ເສດ ກໍ​ແມ່ນ
ຜິດ​ປົກກະຕິ.”

ທ່ານ John Boehner ປະທານ​ສະພາ​ຕ່ຳ ສັງກັດ​ພັກ Republican ​ໄດ້​ເຊື້ອ​ເຊີນ​ຜູ້ນຳ​
ອິສຣາ​ແອ​ລ ມາ​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະສະພາ​ໃນ​ວັນ​ອັງຄານ​ມື້​ອື່ນ ​ໂດຍ​ບໍ່​ໄດ້​ປະສານ​
ງານ​ກັບ​ທຳນຽບຂາວ​ກ່ອນ ຕາມ​ພິທີການ​ທູດ​ທີ່​ປະຕິບັດ​ກັນ​ແຕ່​ໃດໆ​ມາ​ນັ້ນ.

US Israel
please wait
Embed

No media source currently available

0:00 0:01:54 0:00

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ທ່ານ Kerry ພະຍາຍາມ​ບໍ່​ຖື​ສຳຄັນ ​ໃນ​ເລື້ອງ​ນີ້ ​ແລະ​ກຳນົດ
​ຈະ​ໃຫ້ການ​ສະໜັບສະໜຸນ​ອິສຣາ​ແອ​ລ​ໃນ​ການ​ໄປ​ປາກົດ​ໂຕ​ໃນ​ວັນ​ຈັນມື້​ນີ້ ຕໍ່ໜ້າ​ສະພາ
ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ທີ່ເຈ​ນີ​ວາ.

ທ່ານ Kerry ກ່າວ​ຕໍ່​ລາຍການ This Week ຂອງໂທລະພາບ ABC ​ໃນ​ວັນ​ອາທິດ​ວານ​
ນີ້​ວ່າ “​ແນ່ນອນ ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ນາຍົກລັດຖະມົນຕີອິສຣາ​ແອ​ລ ມາ​ກ່າວ
​ປາ​ໄສ​ທີ່​ສະຫະລັດ ​ແລະເວລາ​ນີ້ ພວກ​ເຮົາ​ກໍມີ​ສາຍ​ພົວພັນ​ທີ່​ໃກ້ຊິດ​ຂຶ້ນ​ກັບ​ອິສຣາ​
ແອ​ລ ​ໃນ​ດ້ານ​ຄວາມ​ປອດ​ໄພ ກວ່າ​ໃນ​ເວລາ​ໃດໆ​ ໃນ​ປະຫວັດສາດ."

Washington Braces for Controversial Netanyahu Address to Congress
please wait

No media source currently available

0:00 0:02:40 0:00

XS
SM
MD
LG