ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Netanyahu ກຳລັງດີ້ນຮົນ ເພື່ອໃຫ້ໄດ້ເຂົ້າກຳ ຕຳແໜ່ງເປັນສະໄໝທີ 4


Israel Elections
please wait
Embed

No media source currently available

0:00 0:01:22 0:00

ພວກ​ທີ່​ມີສິດປ່ອນ​ບັດ​ແມ່ນ​ກຳລັງ​ອອກ​ໄປ​ລົງ​ຄະ​ແນນ​ສຽງ​
ເລືອກ​ຕັ້ງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ Israel ບ່ອນທີ່ນາຍົກ
ລັດຖະມົນຕີ Israel ທ່ານBenjamin Netanyahu ກຳລັງຫາທາງໃຫ້ໄດ້ກຳຕຳແໜ່ງເປັນສະໄໝທີ 4.

ການສຳຫຼວດຫຼ້າສຸດກ່ອນການເລືອກຕັ້ງ ຂອງສະມາຊິກ
ສະພາ 120 ທ່ານສະແດງໃຫ້ເຫັນວ່າ ພັກ Likud ນິຍົມ
ແນວທາງເດີມ ຂອງທ່ານ Netanyahu ຕາມຫຼັງບໍ່ເທົ່າໃດ
ບ່ອນນັ່ງ ຕໍ່ພັນທະມິດນຳພາໂດຍ Zionist Union ທີ່ເປັນ
ກາງອຽງຊ້າຍ ຂອງທ່ານ Isaac Herzog.

ບໍ່ຄາດວ່າທັງສອງພັກຈະສາມາດຈະຊະນະສຽງຫຼາຍ​ເຖິງ 61 ບ່ອນນັ່ງ ໃນລັດຖະສະ ຊຶ່ງມັນ
ໄດ້ມີການປຸກລະດົມຫາສຽງ ທີ່ນຳສະເໜີໂດຍຜູ້ລົງສະໝັກ ທີ່ຮຽກໃຫ້ມີການສະໜັບສະນຸນ ຈາກກຸ່ມນ້ອຍໆ ທັງຫຼາຍ ນັບແຕ່ພັກຄອມມຸຍນີສ ແລະພັກທີ່ນຳພາໂດຍອາຣັບ ຕະຫລອດ ເຖິງພັກຊາວຢິວ ທີ່ນິຍົມແນວທາງດັ້ງເດີມ.

ທ່ານNetanyahu ຮຽກໃຫ້ມີການປ່ອນບັດໃນວັນອັງຄານມື້ນີ້ ເມື່ອ 3 ເດືອນ ຕອນທີ່ທ່ານ
ໄດ້ປົດຄູ່ຕຳແໜ່ງຜູ້ອາວຸໂສນັ້ນອອກ. ນັກວິໄຈກ່າວວ່າ ການເລືອກຕັ້ງນີ້ ໄດ້ກາຍມາເປັນປະ
ຊາມະຕິ ກ່ຽວກັບການເປັນຜູ້ນຳຂອງນາຍົກລັດຖະມົນຕີ.

ກ່ອນການລົງປ່ອນບັດເລືອກຕັ້ງ ທ່ານ Netanyahu ໄດ້ຕ່າວປື້ນທ່າທີຂອງທ່ານກ່ອນ ໜ້າ
ນີ້ ກ່ຽວກັບລັດ Palestine ໂດຍໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານຈະບໍ່ສະໜັບສະໜຸນ ໃຫ້ສ້າງຕັ້ງລັດ Palestine ຂຶ້ນ ຕາບໃດທີ່ທ່ານຍັງສືບຕໍ່ດຳລົງຕຳແໜ່ງຢູ່ນັ້ນ.

XS
SM
MD
LG