ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງອິສຣາແອລ ຖອນກຳລັງອອກຈາກພື້ນທີ່ໂຮງໝໍ ຢູ່ທາງພາກເໜືອຂອງເຂດກາຊາ ຫຼັງປະຕິບັດການ ເປັນເວລາ 2 ອາທິດ


ທັດສະນີຍະພາບທົ່ວໄປສະແດງໃຫ້ເຫັນເຖິງຄວາມເສຍຫາຍໃນບໍລິເວນອ້ອມຂ້າງໂຮງໝໍ ອາລ-ຊີຟາ ຂອງເຂດກາຊາ ຫຼັງຈາກທະຫານອິສຣາແອລ ໄດ້ຖອນຕົວອອກຈາກອາຄານທີ່ພັກອາໄສຂອງໂຮງໝໍໃນວັນທີ 1 ເມສາ 2024, ທ່າມກາງການສູ້ລົບກັນຢ່າງຕໍ່ເນື່ອງຂອງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ.
ທັດສະນີຍະພາບທົ່ວໄປສະແດງໃຫ້ເຫັນເຖິງຄວາມເສຍຫາຍໃນບໍລິເວນອ້ອມຂ້າງໂຮງໝໍ ອາລ-ຊີຟາ ຂອງເຂດກາຊາ ຫຼັງຈາກທະຫານອິສຣາແອລ ໄດ້ຖອນຕົວອອກຈາກອາຄານທີ່ພັກອາໄສຂອງໂຮງໝໍໃນວັນທີ 1 ເມສາ 2024, ທ່າມກາງການສູ້ລົບກັນຢ່າງຕໍ່ເນື່ອງຂອງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ.

ກອງທັບ​ອິສຣາ​ແອ​ລ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ກອງ​ກຳລັງ​ຂອງ​ຕົນ​ໄດ້​ຖອນ​ອອກ​ຈາກ​ເຂດ​ໂຮງໝໍ ຊີຟາ ​ໃນ​ພາກ​ເໜືອ​ຂອງ​ເຂດ ກາຊາ ຫຼັງຈາກ​ໄດ້​ສຳ​ເລັດ​ການ​ປະຕິບັດ​ການ​ຢູ່​ທີ່​ນັ້ນ.

ການ​ຖອນ​ຕົວ​ດັ່ງກ່າວ ​ມີ​ຂຶ້ນ​ສອງ​ອາທິດ​ຫຼັງ​ຈາກ​ກອງ​ກຳລັງ​ອິສຣາ​ແອ​ລ​ ໄດ້​ເປີດ​ການ​ປະຕິບັດ​ການ​ຢູ່ໃນໂຮງໝໍທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ກາຊາ, ​ໂດຍ​ກ່າວ​ຫາວ່າ ​ຜູ້​ບັນຊາ​ການ​ກຸ່ມ ຮາມາສ ​ໃຊ້​ສະຖານ​ທີ່​ດັ່ງກ່າວ ເພື່ອ​ດຳ​ເນີນ​ການ​ກໍ່​ການ​ຮ້າຍ.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 200 ຄົນ​ໃນ​ພື້ນທີ່ຂອງໂຮງໝໍ ບ່ອນ​ທີ່​ຕົນ​ໄດ້​ດຳເນີນ​ການ ທັງການສູ້ລົບທາງ​ພາກພື້ນດິນ ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ.

ສົບໄດ້ຖືກພົບເຫັນຢູ່ພາຍໃນ ແລະ ພາຍນອກຂອງຕຶກໂຮງໝໍ ໃນຂະນະທີ່ປະຊາຊົນເດີນທາງກັບຄືນມາສະຖານທີ່ເກີດເຫດ ຫລັງຈາກທີ່ລົດຖັງ ແລະທະຫານອິສຣາແອລ ອອກໄປ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວໃນວັນອາທິດວານນີ້ວ່າ ທ່ານໄດ້ອະນຸມັດແຜນການປະຕິບັດການທາງທະຫານ ສຳລັບເມືອງ ຣາຟາ ທາງພາກໃຕ້ຂອງເຂດ ກາຊາ ຊຶ່ງເປັນເຂດທີ່ສ້າງຄວາມວິຕົກກັງວົນໃຫ້ກັບນາໆຊາດ ເນື່ອງຈາກວ່າ ເຄິ່ງນຶ່ງຂອງຈຳນວນປະຊາກອນຂອງເຂດ ກາຊາ ຫຼົບໄພຈາກສົງຄາມ ຢູ່ທີ່ນັ້ນ.

ທ່ານ ເນຕັນຢາຮູ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ ກອງ​ທັບ​ອິສ​ຣາ​ແອລ ໄດ້​ກຽມ​ພ້ອມ​ທີ່​ຈະ​ຍົກ​ຍ້າຍ​ພົນ​ລະ​ເຮືອນ ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ. ​ແຕ່​ເຊັ່ນ​ດຽວກັບ​ກັບ​ການ​ປະກາດ​ຄັ້ງກ່ອນ​ໜ້າ​ນີ້​ ກ່ຽວ​ກັບ​ແຜນການ​ຂອງ​ອິສຣາ​ແອລທີ່​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ຢູ່​ເມືອງ ຣາຟາ, ຍັງ​ບໍ່​ທັນ​ມີ​ລາຍ​ລະ​ອຽດ​ວ່າຊາວ​ປາ​ແລັ​ສ​ໄຕ​ນ໌ ຈະສາມາດ​ໄປຢູ່ບ່ອນໃດ ​ໄດ້​ຢ່າງ​ປອດ​ໄພ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG