ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ
ເວົ້າວ່າ ການເຈລະຈາກັນຄືນໃໝ່ກັນປາແລສຕາຍນ໌ນັ້ນ ແມ່ນ
ມີຜົນປະໂຫຍດດ້ານຍຸທະສາດທີ່ສໍາຄັນທີ່ສຸດ ຕໍ່ອິສຣາແອລ.
ໃນຖະແຫຼງການສະບັບນຶ່ງອອກເມື່ອຕອນແລງວັນເສົາວານນີ້
ທ່ານນາຍົກ ລັດຖະມົນຕີ ເວົ້າວ່າ ການເຈລະຈາບໍ່ພຽງແຕ່ສໍາ
ຄັນຕໍ່ການຍຸຕິຂໍ້ຂັດແຍັງກັນລະຫວ່າງອິສຣາແອລກັບປາແລສ
ຕາຍນ໌ເທົ່ານັ້ນ ແຕ່ມັນຍັງສໍາຄັນຍ້ອນສິ່ງທ້າທາຍຕ່າງໆທີ່ອິສ
ຣາແອລກໍາລັງປະເຊີນຢູ່ ຈາກອິຣ່ານແລະຊີເຣຍນັ້ນນໍາ.
ຄໍາເຫັນຂອງທ່ານເນຕັນຢາຮູ ໄດ້ມີຂຶ້ນລຸນຫຼັງທີ່ອິສຣາແອລໄດ້
ປະກາດອອກມາວ່າ ຕົນຈະປ່ອຍຕົວພວກນັກໂທດຊາວປາແລສ
ຕາຍນ໌ ຈໍານວນຈໍາກັດຈຸນຶ່ງ ເພື່ອເປັນທ່າທີສະແດງເຖິງເຈດຕະ
ນາດີ. ທ່ານ Yuval Steinitz ລັດຖະມົນຕີໃນຄະນະລັດຖະ
ບານອິສຣາແອລ ໄດ້ປະກາດເລຶ່ອງນີ້ ເມື່ອວັນເສົາວານນີ້ ແຕ່ບໍ່
ໄດ້ໃຫ້ລາຍລະອຽດທີ່ສະເພາະແຕ່ຢ່າງໃດ ກ່ຽວກັບຈໍານວນນັກ
ໂທດທີ່ຈະປ່ອຍ ຫຼືຊື່ສຽງລຽງນາມ.
ແລງວັນສຸກຜ່ານມາ ທ່ານ John Kerry ລັດຖະມົນຕີຕ່າງປະເທດ
ສະຫະລັດ ໄດ້ປະກາດແຜນການຮື້ຟື້ນການເຈລະຈາຄືນໃໝ່ ຫຼັງ
ຈາກການພົບປະກັບທ່ານ Mahmoud Abbas ປະທານາທິບໍດີປາ
ແລສຕາຍນ໌ ຊຶ່ງທ່ານ ແຄຣີ ເວົ້າວ່າ ຍັງກໍາລັງມີການຮ່າງລະອຽດຂອງເລຶ່ອງນີ້ຢູ່ ແລະວ່າ ຖ້າທຸກສິ່ງທຸກຢ່າງດໍາເນີນໄປດ້ວຍດີ ທັງເຈົ້າໜ້າທີ່ອິສຣາແອລແລະປາແລສຕາຍນ໌ກໍຈະ
ເດີນທາງໄປຍັງວໍຊິງຕັນ ເພື່ອເລີ່ມການເຈລະຈາກັນພາຍໃນອາທິດ ສອງອາທິດນີ້.
ວີດິໂອ: ປະທານາທິບໍດີອິສຣາແອລ ທ່ານ Simon Peres ວ່າ ຄວາມພະຍາຍາມຂອງທ່ານແຄຣີ ປະສົບກັບຄວາມກ້າວໜ້າ: