ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ປະຕິເສດ ຕໍ່ຂໍ້ສະເໜີຕຳຫຼວດ ທີ່ໃຫ້ຟ້ອງທ່ານ ຖານສໍ້ລາດບັງຫຼວງ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (Benjamin Netanyahu) ກຳລັງກ່າວຖະແຫລງ ຢູ່ທີ່ນະຄອນຫຼວງ ເຈຣູຊາແລັມ, ວັນທີ 13 ກຸມພາ 2018.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (Benjamin Netanyahu) ກຳລັງກ່າວຖະແຫລງ ຢູ່ທີ່ນະຄອນຫຼວງ ເຈຣູຊາແລັມ, ວັນທີ 13 ກຸມພາ 2018.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ກ່າວໃນວັນພຸດມື້ນີ້
ວ່າ ລັດຖະບານປະສົມຂອງທ່ານ ແມ່ນຍັງມີຄວາມ “ທຸ່ນທ່ຽງ” ແລະ ໄດ້ປະຕິເສດ
ຕໍ່ຂໍ້ສະເໜີຂອງຕຳຫຼວດ ໃຫ້ຟ້ອງທ່ານ ຖານສໍ້ລາດບັງຫຼວງ ໃນສອງຄະດີ ທີ່ແຕກ
ຕ່າງກັນ.

ທ່ານເນຕັນຢາຮູ ໄດ້ກ່າວວ່າ “ບໍ່ພຽງແຕ່ຂ້າພະເຈົ້າ ຫຼືບຸກຄົນອື່ນໃດ ວາງແຜນຈັດ
ການເລືອກຕັ້ງ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນໃຫ້ດີ ສຳລັບປະຊາຊົນຊາວ
ອິສຣາແອລ ຈົນກວ່າຈະສິ້ນສຸດສະໄໝການດຳລົງຕຳແໜ່ງ.”

ຂໍ້ແນະນຳຟ້ອງຮ້ອງທາງອາຍາ ໃນວັນອັງຄານວານນີ້ ມີຂຶ້ນຫຼັງຈາກທີ່ ການສືບສວນ
ສອບສວນ ເປັນເວລາຫຼາຍເດືອນ ໃນຂໍ້ກ່າວຫາ ທ່ານເນຕັນຢາຮູ ໄດ້ຮັບເອົາຂອງຂວັນ
ລາຄາແພງຕ່າງໆ ຈາກພວກເສດຖີພັນລ້ານ ທີ່ລວມທັງ ທ່ານ ແອຣອນ ມີລກັນ
(Aaron Milchan) ຜູ້ຜະລິດຮູບເງົາ Hollywood ທີ່ເກີດຢູ່ໃນອິສຣາແອລ ແລະທ່ານ
ເຈມສ໌ ແພກເກີ (James Packer) ຜູ້ຮັ່ງມີທາງດ້ານ ສື່ມວນຊົນ ຊາວອອສເຕຣເລຍ.

ອະທິໄອຍະການຂອງອິສຣາແອລ ທ່ານ ອາວີເກຍ ແມນແດລບລິຕ (Avichai
Mandelblit) ຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ວ່າຈະຟ້ອງ ທ່ານເນຕັນຢາຮູ ຫຼືບໍ່.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຄຳແນະນຳຂອງຕຳຫຼວດ
“ຈະຍຸຕິລົງໂດຍບໍ່ມີຫຍັງເລີຍ.”

ທ່ານ ອາມິດ ຮາດາດ (Amit Hadad) ທະນາຍຄວາມຂອງທ່ານເນຕັນຢາຮູ ໄດ້ກ່າວ
ໃນການໃຫ້ສຳພາດທາງວິທະຍຸ ວ່າ ຂໍ້ກ່າວຫາຕ່າງໆ ໄດ້ “ຖືກປັ້ນຂຶ້ນ” ແລະ ວ່າ
ທ່ານເນຕັນຢາຮູ ບໍ່ໄດ້ຮັບສິນບົນໃດໆ.

ຄູ່ແຂ່ງມາແຕ່ດົນນານຂອງທ່ານເນຕັນຢາຮູ ຄື ອະດີດນາຍົກລັດຖະມົນຕີ ອີຮູດ
ບາຣັກ (Ehud Barak) ໄດ້ເອີ້ນຂໍ້ກ່າວຫາການສໍ້ລາດບັງຫຼວງນັ້ນວ່າ “ເປັນຕາ
ຢ້ານແທ້ໆ.”

ບັນດາຜູ້ນຳຝ່າຍຄ້ານ ໄດ້ກ່າວວ່າ ທ່ານເນຕັນຢາຮູ ຄວນລົງຈາກຕຳແໜ່ງ ໃນຂະນະ
ດຽວກັນ ບັນດາສະມາຊິກ ພັກ ລີກູດ ຂອງທ່ານນັ້ນ ໄດ້ສົ່ງສຽງສະໜັບສະໜູນ ໃຫ້ແກ່
ນາຍົກລັດຖະມົນຕີ.

ສ່ວນທ່ານ ໂຈເຊັຟ ໂອລເມີຣຕ໌ ອາຈານດ້ານລັດຖະສາດ ຢູ່ທີ່ມະຫາວິທະຍາໄລ
ລັດຄາໂຣໄລນາ ໃຕ້ ແລະ ເປັນນັກວິຊາການດ້ານເຂດຕາເວັນອອກກາງ ໄດ້ກ່າວວ່າ
ຂໍ້ກ່າວຫາຕ່າງໆ ແມ່ນບໍ່ຮ້າຍແຮງຫຼາຍ ແຕ່ຄວາມເປັນຈິງ ກໍແມ່ນວ່າ ເລື່ອງເຫຼົ່ານັ້ນ
ແມ່ນອອກມາແລ້ວ ເຊິ່ງມັນສົ່ງຜົນເສຍຫາຍຂະໜາດໃຫຍ່ ຕໍ່ທ່ານເນຕັນຢາຮູ ທາງ
ດ້ານການເມືອງ.

Netanyahu Corruption
please wait
Embed

No media source currently available

0:00 0:01:36 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG