ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເນຕັນຢາຮູ ປະຕິເສດ ຕໍ່ການຮຽກຮ້ອງຂອງ ທ່ານ ໄບເດັນ ເພື່ອຫຼຸດຜ່ອນຄວາມຂັດແຍ້ງ ໃນເຂດ ກາຊາ


ທະຫານ ອິສຣາແອລ ເຮັດວຽກໃນໜ່ວຍປືນໃຫຍ່ ໃນຂະນະທີ່ເຂົາເຈົ້າຍິງຢູ່ເຂດຊາຍແດນ ລະຫວ່າງ ອິສຣາແອລ ແລະ ເຂດກາຊາ, ຢູ່ຟາກຂອງ ອິສຣາແອລ, 19 ພຶດສະພາ, 2021.
ທະຫານ ອິສຣາແອລ ເຮັດວຽກໃນໜ່ວຍປືນໃຫຍ່ ໃນຂະນະທີ່ເຂົາເຈົ້າຍິງຢູ່ເຂດຊາຍແດນ ລະຫວ່າງ ອິສຣາແອລ ແລະ ເຂດກາຊາ, ຢູ່ຟາກຂອງ ອິສຣາແອລ, 19 ພຶດສະພາ, 2021.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໃນວັນພຸດວານນີ້ໄດ້ປະຕິເສດການຮຽກຮ້ອງຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ສຳລັບ “ການຫຼຸດຜ່ອນຄວາມຂັດແຍ້ງລົງຢ່າງຫຼວງຫຼາຍ” ໃນການຖິ້ມລະເບີດໃສ່ກຸ່ມຫົວຮຸນແຮງ ຮາມາສ ຂອງ ອິສຣາແອລ ໃນເຂດ ກາຊາ ເພື່ອນຳໄປສູ່ການຢຸດຍິງ 10 ວັນໃນຄວາມຂັດແຍ້ງນັ້ນ.

ແຕ່ກົງກັນຂ້າມ, ທ່ານ ເນຕັນຢາຮູ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ທ່ານ ແມ່ນ “ມຸ່ງໝັ້ນທີ່ຈະສືບຕໍ່ການປະຕິບັດການຂອງທ່ານ ຈົນກວ່າຈະບັນລຸເປົ້າໝາຍຂອງເຂົາເຈົ້າ.”

ທ່ານ ເນຕັນຢາຮູ ໄດ້ກ່າວວ່າທ່ານ “ຂອບໃຈປະທານາທິບໍດີ ອາເມຣິກາ ຢ່າງຫຼວງຫຼາຍສຳລັບການສະໜັບສະໜູນ,” ແຕ່ ອິສຣາແອລ ຈະສືບຕໍ່ “ນຳເອົາຄວາມສະຫງົບ ແລະ ຄວາມປອດໄພມາສູ່ພວກເຈົ້າ, ປະຊາຊົນ ອິສຣາແອລ.”

ຮອດຕອນແລງວັນພຸດວານນີ້, ຜູ້ເສຍຊີວິດສູງສຸດຢູ່ເຂດ ກາຊາ ແມ່ນ 227 ຄົນ, ລວມທັງເດັກ ນ້ອຍ 64 ຄົນ, ອີງຕາມບັນດາເຈົ້າໜ້າທີ່ສາທາລະນະສຸກໃນທ້ອງຖິ່ນຢູ່ທີ່ນັ້ນ, ແລະ 12 ຄົນໃນ ອິສຣາແອລ, ອີງຕາມບັນດາເຈົ້າໜ້າທີ່ຂອງເຂົາເຈົ້າ.

ອິສຣາແອລ ແລະ ກຸ່ມຫົວຮຸນແຮງ ຮາມາສ ໃນເຂດ ກາຊາ ໄດ້ທຳການໂຈມຕີກັນຄັ້ງໃໝ່ໃນວັນພຸດວານນີ້, ເຖິງແມ່ນຈະມີການພະຍາຍາມຫຼາຍຄັ້ງ ໂດຍພັກຝ່າຍໃນພາກພື້ນ ແລະ ສາກົນເພື່ອໃຫ້ມີການຢຸດຍິງ, ລວມທັງຄວາມພະຍາຍາມຂອງທ່ານ ໄບເດັນ ໃນການສົນທະນາຄັ້ງທີ 4 ກັບ ທ່ານ ເນຕັນຢາຮູ ນັບຕັ້ງແຕ່ການຕໍ່ສູ້ກັນໄດ້ເລີ່ມຂຶ້ນອາທິດແລ້ວນີ້.

ທຳນຽບຂາວໄດ້ກ່າວວ່າ ທ່ານ ໄບເດັນ ໄດ້ບອກຜູ້ນຳ ອິສຣາແອລ ວ່າ “ທ່ານຄາດວ່າຈະມີການຫຼຸດຜ່ອນຄວາມຂັດແຍ້ງລົງຢ່າງຫຼວງຫຼາຍມື້ນີ້ ເຊິ່ງເປັນເສັ້ນທາງທີ່ຈະນຳໄປສູ່ການຢຸດຍິງ.”

ທຳນຽບຂາວໄດ້ປະຕິເສດທີ່ຈະເວົ້າວ່າ ແມ່ນຫຍັງຈະເກີດຂຶ້ນຖ້າ ອິສຣາແອລ ສືບຕໍ່ການໂຈມຕີເຂດ ກາຊາ.

ທຳນຽບຂາວໄດ້ກ່າວວ່າ “ວິທີຂອງພວກເຮົາແມ່ນເພື່ອຮັບປະກັນວ່າ ພວກເຮົາເຮັດສິ່ງນີ້ຢ່າງງຽບໆ, ຢ່າງລະອຽດ ໃນວິທີທາງການທູດ.”

ໃນວັນພຸດວານນີ້ ທຳນຽບຫ້າແຈໄດ້ລາຍງານວ່າ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ໄດ້ລົມກັບຄູ່ຮ່ວມຕຳແໜ່ງ ອິສຣາແອລ, ລັດຖະມົນຕີປ້ອງກັນປະເທດ ທ່ານ ເບັນນີ ແກັ້ນສ໌, ເປັນວັນທີສອງລຽນຕິດ. ໃນຂະນະທີ່ໄດ້ຢືນຢັນເຖິງສິດທິຂອງ ອິສຣາແອລ ເພື່ອປ້ອງ ກັນຕົນເອງນັ້ນ, ທ່ານ ອອສຕິນ ຍັງໄດ້ສະແດງຄວາມເປັນຫ່ວງອີກຄັ້ງນຶ່ງ ກ່ຽວກັບ ການສູນເສຍຊີວິດຜູ້ບໍລິສູດ,” ອີງຕາມການກ່າວຂອງໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG