ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນ​ຕັນ​ຢາ​ຮູ ສັນ​ຍາ​ທີ່​ຈະ​ຍຶດ ທີ່​ຕັ້ງ​ຖິ່ນ​ຖານໃໝ່ ​ໃນ​ເຂ​ດເວັ​ສ​ແບັງ ອີກ​ຄັ້ງ​ນຶ່ງ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຄຳ​ປາ​ໄສ ໃນ​ພິ​ທີ​ເປີດ​ໂຮງ​ຮຽນໃນ​ຊຸມ​ຊົນ ແອ​ລ​ກາ​ນາ. 1 ກັນ​ຍາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຄຳ​ປາ​ໄສ ໃນ​ພິ​ທີ​ເປີດ​ໂຮງ​ຮຽນໃນ​ຊຸມ​ຊົນ ແອ​ລ​ກາ​ນາ. 1 ກັນ​ຍາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ສັນ​ຍາ​ວ່າ​ຈະ​ຍຶດ​ຖິ່ນ​
ຖານຊາວຢິວ ໃນເຂດເວັສແບັງ ທີ່ຖືກຄອບຄອງຢູ່ນັ້ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້ ​ຢູ່​ພິ​ທີ​ເປີດ​ໂຮງ​ຮຽນ​ແຫ່ງ​ນຶ່ງ​ໃນ​ຊຸມ​
ຊົນ ແອລການາ ຂອງ ເຂດເວັສແບັງ ວ່າ “ດ້ວຍການຊ່ວຍເຫຼືອຂອງພະເຈົ້າ, ພະເຮົາ
ຈະຂະຫຍາຍອຳນາດອະທິປະໄຕຂອງຊາວ ຢິວ ໄປຫາຊຸມຊົນທຸກແຫ່ງ ດັ່ງກັບສ່ວນນຶ່ງ
ຂອງດິນແດນຂອງ ອິສຣາແອລ, ດັ່ງກັບສ່ວນນຶ່ງຂອງປະເທດ ອິສຣາແອລ.

ມັນ​ບໍ່​ໄດ້​ມີ​ຄວາມ​ກະ​ຈ່າງ​ແຈ້ງ​ໃນ​ທັນ​ທີ​ທັນ​ໃດ​ວ່າ ທ່ານ ເນ​ຕັນ​ຢາ​ຮູ ມີ​ແຜນ​ທີ່​ຈະ​ປະ​ກາດ​
ໃຊ້ຂໍ້ສະເໜີອຳນາດອະທິປະໄຕຂອງທ່ານນັ້ນເມື່ອໃດ.

ທ່ານ​ໄດ້​ສັນ​ຍາ​ທີ່​ຈະ​ທຳ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍກັນ​ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ກ່ອນ​
ການເລືອກຕັ້ງທົ່ວໄປຂອງ ອິສຣາແອລ, ແຕ່ບໍ່ໄດ້ມີການດຳເນີນການ ກ່ຽວກັບ ມັນ.

ຊາວ ອິ​ສ​ຣ​າ​ແອ​ລ ຈະ​ກັບ​ໄປ​ສະ​ຖານ​ທີ່​ເລືອກ​ຕັ້ງ​ໃນ​ທ້າຍ​ເດືອນນີ້.

ການ​ກ່າວ​ຄຳ​ປາ​ໄສ​ເຂົ້າ​ຍຶດ​ຂອງ​ທ່ານ ເນ​ຕັນ​ຢາ​ຮູ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ
ພັກການເມືອງປີກຂວາ ແລະ ຜູ້ລົງຄະແນນສຽງຫົວຈັດທັງຫຼາຍ ຜູ້ທີ່ໄດ້ຄັດຄ້ານທີ່ຈະ
ເສຍດິນແດນໃຫ້ຊາວ ປາແລັສໄຕນ໌.

ການ​ຕັ້ງ​ຖິ່ນ​ຖານ​ແມ່ນ​ນຶ່ງ​ໃນ​ບັນ​ຫາ​ທີ່​ຮ້ອນ​ແຮງ​ທີ່​ສຸດ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເລີ່ມ
ຄືນການເຈລະຈາສັນຕິພາບລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌, ເຊິ່ງໄດ້ຢຸດນັບ
ຕັ້ງແຕ່ປີ 2014 ເປັນຕົ້ນມາ.

ຊາວ​ປາ​ແລັ​ສ​ໄຕ​ນ໌ ຢາກ​ທີ່​ຈະ​ສ້າງ​ຕັ້ງ​ລັດ​ນຶ່ງ​ໃນ​ເຂດ ເວັ​ສ​ແບັງ, ພາກ​ຕາ​ເວັນ​ອອກ​ຂອງ
ນະຄອນເຈຣູຊາແລັມ ແລະ ເຂດກາຊາ ເຊິ່ງທັງໝົດແມ່ນຖືກຄວບຄຸມໂດຍ ອິສຣາແອລ
ໃນປີ 1967. ນັບຕັ້ງແຕ່ນັ້ນມາ, ອິສຣາແອລ ກໍໄດ້ຍຶດເອົາພາກຕາເວັນອອກຂອງນະ
ຄອນ ເຈຣູຊາແລັມ, ແຕ່ໄດ້ຖອນຕົວອອກຈາກເຂດກາຊາ. ເຂດເວັສແບັງ ຍັງຄົງຢູ່ພາຍ
ໃຕ້ການຄວບຄຸມຂອງກອງທັບ ອິສຣາແອລ ພ້ອມກັບ ປາແລັສໄຕນ ທີ່ປົກຄອງຕົນເອງ
ຢ່າງຈຳກັດ.

ມີ​ຊາວ ອິ​ສ​ຣາ​ແອ​ລ ຢ່າງ​ໜ້ອຍ 400,000 ຄົນ​ອາ​ໄສ​ຢູ່​ໃນ​ເຂດ ເວັ​ສ​ແບັງ ທ່າມ​ກາງ​ປະ​
ຊາກອນ ປາແລັສໄຕນ໌ ເກືອບ 3 ລ້ານຄົນ.

ທ່ານ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້​ວ່າ “ນີ້​ແມ່ນ​ດິນ​ແດນ​ຂອງ​ພວກ​ເຮົາ. ພວກ
ເຮົາຈະສ້າງຊຸມຊົນ ແອລການາ ຂຶ້ນອີກແຫ່ງນຶ່ງ ແລະ ອີກແຫ່ງນຶ່ງຕໍ່ໆໄປ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG