ກຸ່ມຫົວຮຸນແຮງ ເຮັສໂບລລາ ທີ່ມີຖານຕັ້ງຢູ່ໃນປະເທດ ເລບານອນ ໄດ້ກ່າວໃນວັນພຸດມື້ນີ້ວ່າພວກເຂົາກຳລັງຄົ້ນຫາສົບຂອງຜູ້ບັນຊາການລະດັບສູງຄົນນຶ່ງ ຫຼັງຈາກ ອິສຣາແອລ ໄດ້ກ່າວວ່າເຂົາເຈົ້າໄດ້ສັງຫານລາວໃນການໂຈມຕີທາງອາກາດໃນນະຄອນຫຼວງ ເບຣຸດ.
ຖະແຫຼງການສະບັບນຶ່ງຂອງກຸ່ມ ເຮັສໂບລລາ ໄດ້ກ່າວວ່າ ທ້າວ ຟາອຸດ ຊູເຄີ ໄດ້ຢູ່ໃນຕຶກທີ່ກອງກຳລັງ ອິສຣາແອລ ໄດ້ໂຈມຕີໃນວັນອັງຄານວານນີ້.
ອິສຣາແອລ ໄດ້ກ່າວວ່າທ້າວ ຊູເຄີ ແມ່ນຜູ້ຮັບຜິດຊອບສຳລັບການໂຈມຕີທາງອາກາດໃນວັນເສົາທີ່ຜ່ານມາ ທີ່ໄດ້ສັງຫານເດັກນ້ອຍ 12 ຄົນທີ່ກຳລັງຫຼິ້ນຢູ່ເດີ່ນເຕະບານ ໃນພາກພື້ນ ໂກລານ ໄຮທ໌ ທີ່ ອິສຣາແອລ ຄອບຄອງ.
ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ທ່ານ ໂຢອາຟ ກາລແລ້ນ ໄດ້ກ່າວວ່າ “ຄືນນີ້, ກອງກຳລັງປ້ອງກັນປະເທດ ອິສຣາແອລ ໄດ້ດຳເນີນການປະຕິບັດການທີ່ແມ້ນຢຳ ແລະ ເປັນມືອາຊີບ ເພື່ອກຳຈັດຜູ້ບັນຊາການທະຫານທີ່ອາວຸໂສທີ່ສຸດຂອງກຸ່ມ ເຮັສໂບລລາ. ຄືນນີ້, ພວກເຮົາໄດ້ສະແດງໃຫ້ເຫັນວ່າ ເລືອດຂອງປະຊາຊົນຂອງພວກເຮົາແມ່ນມີຄ່າ, ແລະ ມັນບໍ່ມີສະຖານທີ່ໃດທີ່ໄກເກີນໄປ ສຳລັບກອງກຳລັງຂອງພວກເຮົາເພື່ອທີ່ຈະບັນລຸສິ່ງນີ້.”
ທ້າວ ຊູເຄີ ແມ່ນເຊື່ອວ່າຈະເປັນທີ່ປຶກສາກອງທັບຂອງຜູ້ນຳກຸ່ມ ເຮັສໂບລລາ ທ່ານ ຮາສຊານ ນາສຣາລລາ ແລະ ໄດ້ເຄື່ອນໄຫວມາດົນນານໃນອົງການກໍ່ການຮ້າຍທີ່ຖືກລະບຸໂດຍ ສະຫະລັດ ນັ້ນ.
ສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ລາວໃນປີ 2015 ແລະ ລາວກໍເປັນທີ່ຕ້ອງການຕົວໂດຍ ສະຫະລັດ ສຳລັບການກ່າວຫາ ກ່ຽວກັບ ບົດບາດຂອງລາວ ໃນການລະເບີດຄ້າຍທະຫານນາວິກະໂຍທິນ ສະຫະລັດ ໃນນະຄອນຫຼວງ ເບຣຸດ ເມື່ອປີ 1983.
ອົງການຂ່າວແຫ່ງຊາດຂອງລັດຖະບານ ເລບານອນ ໄດ້ກ່າວວ່າການໂຈມຕີຂອງ ອິສຣາແອລ ໄດ້ແນເປົ້າໃສ່ເຂດຢູ່ໃກ້ກັບສະພາ ຊູຣາ ຂອງກຸ່ມ ເຮັສໂບລລາ ໃນໝູ່ບ້ານ ຮາເຣັດ ຮຣີກ ຂອງນະຄອນຫຼວງນັ້ນ.
ກະຊວງສາທາລະນະສຸກຂອງ ເລບານອນ ໄດ້ກ່າວວ່າການໂຈຕີທີ່ວ່ານັ້ນໄດ້ເຮັດໃຫ້ 74 ຄົນບາດເຈັບ.
ຟໍຣັມສະແດງຄວາມຄິດເຫັນ