ບັນດາເຈົ້າໜ້າທີ່ ປາແລັສໄຕນ໌ ກ່າວວ່າ ການຢຸດຍິງກັບ ອິສຣາແອລ ໄດ້ຮັບການເຫັນ
ດີໂດຍພວກ ຮາມາສ ກັບ ຈີຮາດ ອິສລາມ.
ຂໍ້ຕົກລົງດັ່ງກ່າວ, ເຊິ່ງໄດ້ຮັບການບັນລຸ ດ້ວຍການຊ່ວຍເຫຼືອຈາກການໄກ່ເກ່ຍຂອງ
ອີຈິບ ນັ້ນ, ຈະມີຜົນບັງຄັບໃຊ້ໃນຕອນເຊົ້ານຶ່ງໂມງເຄິ່ງຕາມເວລາສາກົນ. ປັດຈຸບັນນີ້
ການຢຸດຍິງເບິ່ງຄືວ່າຈະຄົງທີ່.
ການຍິງຈະຫຼວດຕອບໂຕ້ກັນ ແລະ ການໂຈມຕີທາງອາກາດ ໄດ້ສັງຫານພົນລະເຮືອນ
ອິສຣາແອລ 4 ຄົນ ແລະ ຊາວ ປາແລັສໄຕນ໌ ຢ່າງໜ້ອຍ 20 ຄົນນັບຕັ້ງແຕ່ວັນສຸກທີ່
ຜ່ານມາ. ນີ້ແມ່ນການເສຍຊີວິດຂອງພົນລະເຮືອນ ອິສຣາແອລ ຄັ້ງທຳອິດ ຈາກການ
ຍິງກັນ ຂ້າມຊາຍແດນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ສະຫະລັດ ສະໜັບສະໜູນ ອິສຣາ
ແອລ 100 ເປີເຊັນ ໃນຂະນະທີ່ເຂົາເຈົ້າປ້ອງກັນປະຊາຊົນຂອງເຂົາເຈົ້າ ຈາກການ
ໂຈມຕີດ້ວຍຈະຫຼວດຂອງ ປາແລັສໄຕນ໌ ຈາກເຂດ ກາຊາ.
ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນທວິດເຕີເມື່ອວັນອາທິດວານນີ້ວ່າ “ເຖິງປະຊາຊົນຊາວ
ກາຊາ, ການກະທຳກໍ່ການຮ້າຍພວກນີ້ຕໍ່ ອິສຣາແອລ ຈະບໍ່ນຳຫຍັງມາໃຫ້ພວກເຈົ້າ
ມີແຕ່ຈະນຳຄວາມທຸກທໍລະມານມາຫຼາຍຂຶ້ນ. ຢຸດກໍ່ຄວາມຮຸນແຮງ ແລະ ເຮັດວຽກ
ເພື່ອສັນຕິພາບເຖີດ. ມັນສາມາດເກີດຂຶ້ນໄດ້.”
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ເມື່ອວັນອາທິດວານນີ້
ໄດ້ສັ່ງກອງທັບບົກໃຫ້ສືບຕໍ່ “ການໂຈມຕີຄັ້ງໃຫຍ່” ຕໍ່ ພວກຮາມາສທີ່ເປັນເປົ້າໝາຍ
ໃນເຂດ ກາຊາ ໃນການຕໍ່ສູ້ທີ່ຮຸນແຮງທີ່ສຸດ ຢູ່ຕາມເຂດຊາຍແດນໃນຮອບຫ້າປີຜ່ານ
ມາ.
ການຕາຍຂອງຊາວ ປາແລັສໄຕນ໌ ລວມມີແອນ້ອຍ ອາຍຸ 14 ເດືອນ ກັບນ້າສາວຂອງ
ລາວ ຖືກຂ້າຕາຍໂດຍສິ່ງທີ່ພວກ ຮາມາສ ເອີ້ນວ່າ ການໂຈມຕີຂອງ ອິສຣາແອລ. ອົງ
ການສືບລັບ ອິສຣາແອລ ກ່າວວ່າ ການຍິງຈະຫຼວດທີ່ຜິດພາດຂອງ ປາແລັສໄຕນ໌ ໄດ້
ສັງຫານເຂົາເຈົ້າ. ແຕ່ບໍ່ມີການກ່າວອ້າງໃດໆສາມາດຢືນຢັນໄດ້.
ກອງທັບ ອິສຣາແອລ ກ່າວວ່າ ພວກຫົວຮຸນແຮງ ປາແລັສໄຕນ໌ ໄດ້ຍິງຈະຫຼວດເກືອບ
700 ລູກ ຈາກເຂດ ກາຊາ ນັບຕັ້ງແຕ່ວັນສຸກເປັນຕົ້ນມາ, ແລະ ວ່າກອງກຳລັງ ອິສຣາ
ແອລ ໄດ້ດຳເນີນການໂຈມຕີເປົ້າໝາຍ 350 ບ່ອນ ທີ່ຖືກໃຊ້ ໂດຍພວກ ຮາມາສ ແລະ
ຈີຮາດ ອິສລາມ.
ອິສຣາແອລ ເວົ້າວ່າ ກຸ່ມທະຫານ ຈີຮາດ ອິສລາມ ຂະໜາດນ້ອຍໄດ້ຍິງຈະຫຼວດຫຼາຍ
ລູກ, ແຕ່ເຂົາເຈົ້າເຮັດໃຫ້ພວກ ຮາມາສ ເຊິ່ງຄວບຄຸມເຂດ ກາຊາ, ເປັນຜູ້ຮັບຜິດຊອບ.