ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນຕັນຢາຮູ ສັ່ງລັດຖະບານ ອິສຣາແອລ ໃຫ້ທົບທວນຄືນ ການໃຫ້ທຶນ ອົງການ UN


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ກ່າວຖະແຫຼງການຕໍ່ໜ້າສະຖານທີ່
ກໍ່ສ້າງແຫ່ງໃໝ່ ໃນຊຸມຊົນຊາວ ຢິວ, ຮູ້ຈັກໃນ ອິສຣາແອລ ວ່າ Har Homa ແລະ ໃນປາແລັສຕາຍ ວ່າ Jabal Abu ນັ້ນ Ghneim, ໃນເຂດ West Bank ທີ່ ອິສຣາແອລ ຍຶດມາໄດ້ໃນສົງຄາມປີ 1967 ແລະ ເຂົ້າຍຶດຄອງນະຄອນຫຼວງ ເຈຣູຊາເລັມ. 16 ມີນາ 2015.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ກ່າວຖະແຫຼງການຕໍ່ໜ້າສະຖານທີ່ ກໍ່ສ້າງແຫ່ງໃໝ່ ໃນຊຸມຊົນຊາວ ຢິວ, ຮູ້ຈັກໃນ ອິສຣາແອລ ວ່າ Har Homa ແລະ ໃນປາແລັສຕາຍ ວ່າ Jabal Abu ນັ້ນ Ghneim, ໃນເຂດ West Bank ທີ່ ອິສຣາແອລ ຍຶດມາໄດ້ໃນສົງຄາມປີ 1967 ແລະ ເຂົ້າຍຶດຄອງນະຄອນຫຼວງ ເຈຣູຊາເລັມ. 16 ມີນາ 2015.

ທ່ານ ເບັນຈະມິນ ເນຕັນຢາຮູ ນາຍົກລັດຖະມົນຕີ ອິສຣາແອລ ໄດ້ເວົ້າອອກມາດ້ວຍນໍ້າ ສຽງໃຈຮ້າຍທີ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດທີ່ຮຽກຮ້ອງໃຫ້ລົງຄະແນນ ສຽງຍຸຕິກິດກຳໃດໆຕໍ່ໄປ ໃນການສ້າງສາໃໝ່ ໃສ່ດິນແດນຄອບຄອງ ໂດຍກ່າວວ່າ ທ່ານ ໄດ້ສັ່ງໃຫ້ລັດຖະບານຂອງທ່ານຍຸຕິ ບໍ່ໃຫ້ທຶນແກ່ 5 ສະຖາບັນຂອງ ອົງການສະຫະປະ ຊາຊາດ.

ການລົງຄະແນນສຽງຂອງສະມາຊິກ 15​ ປະເທດ ໄດ້ຜ່ານໃນວັນສຸກຜ່ານມາ ຫຼັງຈາກ ສະຫະລັດ ໄດ້ຕັດສິນໃຈບໍ່ລົງຄະແນນສຽງຕໍ່ຍັດຕິດັ່ງກ່າວ ດັ່ງທີ່ເຄີຍເປັນມາໃນຫຼາຍໆຄັ້ງ ເວລາພວກສະມາຊິກອື່ນໆຫາທາງຍຸຕິການຂະຫຍາຍການສ້າງສາຕໍ່ໄປຂອງ ອິສຣາແອລ ໃນເຂດ ແວສແບັງກ໌ ແລະ ເຈຣູຊາແລັມຕາເວັນອອກ.

ໃນຖະແຫຼງການທາງໂທລະພາບນັ້ນ ທ່ານ ເນຕັນຢາຮູ ກ່າວວ່າ ຄຳສັ່ງປະຈຸບັນຂອງ ທ່ານແມ່ນໂຈະໄວ້ເງິນເກືອບ 8 ​ລ້ານໂດລາໃນການໃຫ້ທຶນແກ່ສະຖາບັນທີ່ບໍ່ບອກຊື່ ຂອງ ອົງການສະຫະປະຊາຊາດ ທັງຍັງເວົ້າວ່າ “ຍັງຈະມີອີກຕໍ່ໄປ” ແຕ່ບໍ່ໄດ້ໃຫ້ລາຍລະອຽດ.

ທ່ານເວົ້າວ່າ ທ່ານໄດ້ສັ່ງໃຫ້ ກະຊວງຕ່າງປະເທດຂອງທ່ານ ໃຫ້ທົບທວນຄືນພາຍໃນນຶ່ງ ເດືອນ ພັນທະທຸກຢ່າງຂອງ ອິສຣາແອລ ທີ່ມີຕໍ່ອົງການໂລກແຫ່ງນີ້ ລວມທັງການໃຫ້ທຶນ ທັງໝົດ ແລະ ການມີໜ້າຂອງພວກຜູ້ແທນ ສະຫະປະຊາຊາດຢູ່ໃນດີນແດນຂອງ ອິສຣາແອລ.

ທ່ານ ເນຕັນຢາຮູ ໄດ້ເອີ້ນການບໍ່ອອກສຽງຂອງ ສະຫະລັດ ແລະ ຍັດຕິດັ່ງກ່າວໂດຍສະ ເພາະວ່າເປັນເລື່ອງ “ອັບອາຍ” ແລະເວົ້າວ່າ ທ່ານຈະບໍ່ເອົາຫົວຊາຕໍ່ຂໍ້ກຳນົດໃດໆ. ນອກ ຈາກນັ້ນທ່ານຍັງໄດ້ເອີ້ນທູດ ອິສຣາແອລ ທີ່ປະເທດ ນິວຊີແລນ ກັບ ປະເທດ ເຊເນກາລ ກັບຄືນ ເພາະເປັນພວກປະເທດສະໜັບສະໜູນຮ່າງຍັດຕິສອງປະເທດໃນຈຳນວນສີ່ປະ ເທດ ທັງໂຈະໂຄງການຊ່ອຍເຫຼືອຂອງ ອິສຣາແອລ ຕໍ່ປະເທດຕາເວັນຕົກຂອງ ອາຟຣິກາ ດັ່ງກ່າວນຳ.

ໃນການຫັນຄວາມຂົມຂື່ນໃສ່ລັດຖະບານ ສະຫະລັດ ນັ້ນທ່ານຍັງໄດ້ກ່າວຫາ ປະທານາ ທິບໍດີ ສະຫະລັດ ທ່ານ ໂອບາມາວ່າ ຫັນຫຼັງໃຫ້ພັນທະທີ່ຈະຢູ່ຄຽງຄູ່ກັບ ອິສຣາແອລ ອັນ ມີມາຍາວນານນັ້ນນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel UN
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG