ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Netanyahu ໃຫ້ສິດ​ອຳນາດ ຢ່າງ​ບໍ່​ມີ​ຂອບ​ເຂດ​ ໃນການຈັດການ ກັບ​ປາ​ແລັສ​ໄຕນ໌


Israel Palestinians
please wait
Embed

No media source currently available

0:00 0:01:19 0:00

ໃນ​ວັນ​ອັງຄານ​ມື້​ນີ້ ກອງ​ກຳລັງ Israel ​ໄດ້ມ້າງເຮືອນ​ຂອງ​ຊາວ
​ປາ​ແລັ​ສ​ໄຕນ໌ ຜູ້​ຊຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ຮ້າຍ​ແຮງ ​ໃນ​ນະຄອນ
Jerusalem ​ເມື່ອ​ປີ​ກາຍ​ນີ້ ກ່ອນ​ທີ່​ຈະ​ຖືກ​ຕຳຫຼວດສັງຫານ​ນັ້ນ.

ການມ້າງ​ເຮືອນ​ດັ່ງກ່າວ ແມ່ນ​ຮວມທັງ​ຂອງຄອບຄົວ​ຂອງ​ຊາຍ
​ຜູ້​ນຶ່ງ​ທີ່​ໄດ້​ສັງຫານ​ພວກ​ສວດ ມົນພາວະນາ 5 ຄົນ ​ແລະ​ຕຳຫຼວດ​
ນຶ່ງ​ຄົນ ​ໃນ​ການ​ໂຈມ​ຕີ​ທີ່​ວັດ​ສາສະໜາຢິວ ​ແລະ​ອີກ​ຊາຍ​ຄົນ​ນຶ່ງ
ທີ່ໄດ້​ສັງຫານ​ອີກ​ຄົນ​ນຶ່ງ​ດ້ວຍລົດດຸດ. ກອງ​ກຳລັງ Israel ຍັງ​ໄດ້
​ປິດ​ກັ້ນເຮືອນ​ອີກຫຼັງນຶ່ງທີ່​ພົວພັນ​ກັບ​ຊາວ​ປາ​ແລ​ສ​ໄຕນ໌ ທີ່​ໄດ້ສັງ
ຫານນັກ​ເຄື່ອນ​ໄຫວ​ຊາວ​ຢິວ ນັ້ນ.

ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ​ໄດ້​ໃຫ້ຄຳໝັ້ນສັນຍາ ໃນ​ຄ່ຳ​ວັນ​ຈັນ​ວານ​ນີ້ວ່າ ​ຈະ​ເລັ່ງມື​ໃນ​ການ​ມ້າງບ້ານ​ເຮືອນ​ຂອງ​ພວກ​ກໍ່​ການ​ຮ້າຍດັ່ງກ່າວ ແລະ
ກັ​ກຂັງ​ພວກ​ທີ່​ສົງ​ໄສ​ວ່າ ​ເປັນ​ພວກ​ກໍ່​ການ​ຮ້າຍ ​ໂດຍ​ປາສະຈາກ​ການ​ດຳເນີນຄະດີ​ໃດ​ໆ.

ທ່ານ​ໄດ້​ກ່າວ​ກ່ອນ​ກອງ​ປະຊຸມ​ສຸກ​ເສີນ​ຂອງ​ຄະນະຄວາມໝັ້ນຄົງລັດຖະບານກ່ຽວ​ກັບ​ການ​ໃຫ້ສິດ​ອຳນາດຢ່າງ​ບໍ່​ມີ​ຂອບ​ເຂດ​ຈຳກັດ ຕໍ່​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ​ໃນ​ຂະນະ​ທີ່​ຮັບ​ມືກັບ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ຊາວປາ​ແລັສ​ໄຕນ໌.

ທ່ານ Netanyahu ກ່າວ​ວ່າ “ພວກ​ເຮົາ​ອະນຸຍາດ​ໃຫ້​ກອງ​ກຳລັງ​ຂອງ​ພວກ​ເຮົາ​ສາມາດ​ທີ່​ຈະ​ເອົາ​ບາດກ້າວ​ຢ່າງ​ແຂງ​ຂັນ ຕໍ່ພວກ​ທີ່​ແກ່ວ​ງກ້ອນ​ຫີນ​ແລະ​ລະ​ເບີດ​ໄຟ. ພວກ​ເຮົາ​ບໍ່​ໄດ້​ຕຽມ​ທີ່ຈະໃຫ້ການ​ຍົກ​ເວັ້ນຕໍ່​ຜູ້​ໃດ​ກໍຕາມ ຕໍ່ພວກທີ່ທຳ​ການ​ປະ​ທ້ວງ ຫຼື​ຜູ້​ກໍ່​ການ​ຮ້າຍຢູ່ໃສ ກໍຕາມ.”

ປະທານາທິບໍດີ​ປາ​ແລັສ​ໄຕນ໌. ທ່ານ Mahmoud Abbas ​ໄດ້​ພົບ​ກັບຄະນະ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ໃນ​ວັນ​ຈັນ​ວານ​ນີ້ ຮຽກຮ້ອງ​ພວກ​ເຂົາ​ເຈົ້າ​ ບໍ່ໃຫ້​ກໍ່ຄວາມ​ຮຸນ​ແຮງ​ຂຶ້ນ​ຕື່ມ ​ແລະ ບໍ່​ໃຫ້​ຕົກ​ເປັນ​ເຄື່ອງມື​ຂອງ​ລັດຖະບານ Israel.

ຄວາມ​ຮຸນ​ແຮງ​ລະຫວ່າງ Israel ​ແລະ​ປາ​ແລັສ​ໄຕນ໌ ​ໄດ້​ເພີ້​ມທະວີ​ຂຶ້ນ ​ໃນ​ບໍ່​ເທົ່າ​ໃດ​ສັບປະ ດາ​ຜ່ານ​ມາ​ນີ້. ​ໂດຍ​ສະ​ເພາະ​ແມ່ນທີ່ວັດ al-Aqsa ຊຶ່ງເປັນສະຖານທີ່ສັກສິດສຳລັບຊາວ ມຸສລິມ ແລະສຳລັບ​ຊາວ​ຢິວ​ເອີ້ນວ່າວັດ Temple Mount ​ໃນພາກ​ຕາ​ເວັນ​ອອກ​ຂອງນະ ຄອນຂອງ Jerusalem ນັ້ນ.

XS
SM
MD
LG