ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ ອິສຣາແອລ ກ່າວວ່າ ບໍ່ມີການສິ້ນສຸດ ການໂຈມຕີທາງອາກາດ ຕໍ່ເຂດ ກາຊາ ໃນທັນທີ


ໜ່ວຍກູ້ໄພ ຫາມນາງ ຊູຊີ ເອສຄຸນຕານາ ອາຍຸ 6 ປີ, ໃນຂະນະທີ່ເຂົາເຈົ້າດຶງເອົາລາວ ອອກມາຈາກຊາກຫັກພັງຂອງຕຶກ ຢູ່ສະຖານທີ່ການໂຈມຕີທາງອາກາດ ຂອງ ອິສຣາແອລ, ເມືອງ ກາຊາ. 16 ພຶດສະພາ, 2021.
ໜ່ວຍກູ້ໄພ ຫາມນາງ ຊູຊີ ເອສຄຸນຕານາ ອາຍຸ 6 ປີ, ໃນຂະນະທີ່ເຂົາເຈົ້າດຶງເອົາລາວ ອອກມາຈາກຊາກຫັກພັງຂອງຕຶກ ຢູ່ສະຖານທີ່ການໂຈມຕີທາງອາກາດ ຂອງ ອິສຣາແອລ, ເມືອງ ກາຊາ. 16 ພຶດສະພາ, 2021.

ອິສຣາແອລ ໄດ້ບຸກຖະຫຼົ່ມເຂດ ກາຊາ ດ້ວຍການໂຈມຕີທາງອາກາດຫຼາຍຄັ້ງໃນຕອນເຊົ້າຂອງວັນຈັນມື້ນີ້ ໃນຂະນະທີ່ຄວາມຮຸນແຮງໃນພາກພື້ນດັ່ງກ່າວໄດ້ກ້າວເຂົ້າສູ່ອາທິດທີສອງ.

ການໂຈມຕີນັ້ນໄດ້ຖະຫຼົ່ມເມືອງດັ່ງກ່າວຈາກພາກເໜືອຫາໃຕ້ ແລະ ໄດ້ແກ່ຍາວ 10 ນາທີ, ອີງຕາມອົງການຂ່າວ AP. ການໂຈມຕີຄັ້ງນີ້ແມ່ນຮຸນແຮງກວ່າ ແລະ ກວ້າງຂວາງກວ່າການໂຈມຕີໃນວັນອາທິດວານນີ້.

ການໂຈມຕີທີ່ວ່ານັ້ນໄດ້ມີຂຶ້ນລຸນຫຼັງຄຳເຫັນໂດຍນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໃນວັນອາທິດວານນີ້ທີ່ວ່າທ່ານບໍ່ໄດ້ມີແຜນທີ່ຈະຢຸດການໂຈມຕີທາງອາກາດຕໍ່ເຂດ ກາຊາ “ໃນທັນທີ” ແຕ່ຢ່າງໃດ.

ທ່ານໄດ້ກ່າວໃນວັນດຽວກັນວ່າ ເຮືອບິນລົບ ອິສຣາແອລ ໄດ້ທຳລາຍຕຶກສາມຫຼັງ ແລະ ສັງຫານຢ່າງໜ້ອຍ 42 ຄົນ, ເຊິ່ງເປັນການໂຈມຕີຄັ້ງດຽວທີ່ຮຸນແຮງທີ່ສຸດໃນຄວາມຮຸນແຮງຮອບຫຼ້າສຸດລະຫວ່າງ ອິສຣາແອລ ແລະ ກຸ່ມຫົວຮຸນແຮງ ຮາມາສ ທີ່ປົກຄອງເຂດ ກາຊາ.

ໃນຕອນເຊົ້າວັນອາທິດວານນີ້ໃນເຂດ ກາຊາ, ກຸ່ມ ຮາມາສ ໄດ້ເປີດການໂຈມຕີດ້ວຍຈະຫຼວດຈາກເຂດພົນລະເຮືອນໃນເຂດ ກາຊາ ໄປສູ່ເຂດພົນລະເຮືອນຂອງ ອິສຣາແອລ. ຈະຫຼວດລູກນຶ່ງໄດ້ຕົກຖືກໂບດຊາວ ຢິວ ໃນເມືອງ ແອສເກລອນ, ຢູ່ທາງພາກໃຕ້ຂອງປະເທດ, ຫຼາຍຊົ່ວໂມງຫຼັງຈາກການສູດມົນຕອນແລງ ສຳລັບວັນພັກ ຊາວູອອດ ຂອງຊາວ ຢິວ. ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດ ເຈັບ.

ນັບຕັ້ງແຕ່ການຕໍ່ສູ້ໄດ້ເລີ່ມຂຶ້ນ ໃນວັນທີ 10 ພຶດສະພາທີ່ຜ່ານມາ, ຊາວ ປາແລັສໄຕນ໌ ຢ່າງໜ້ອຍ 197 ຄົນໄດ້ຖືກຂ້າຕາຍ, ລວມທັງເດັກນ້ອຍຢ່າງໜ້ອຍ 58 ຄົນ ແລະ ແມ່ຍິງ 38 ຄົນ, ອີງຕາມກະ ຊວງສາທາລະນະສຸກຂອງເຂດ ກາຊາ. ຊາວ ອິສຣາແອລ ຢ່າງໜ້ອຍ 10 ຄົນໄດ້ເສຍຊີວິດໃນການໂຈມຕີດ້ວຍຈະຫຼວດຫຼາຍລູກ, ລວມທັງເດັກນ້ອຍອາຍຸ 6 ປີ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ລົມໂທລະສັບການຄູ່ຕຳ ແໜ່ງຂອງທ່ານໃນປະເທດ ອີຈິບ, ກາຕ້າ, ປາກິສຖານ, ຊາອຸດີ ອາຣາເບຍ ແລະ ຝຣັ່ງ ໃນວັນອາ ທິດວານນີ້ເພື່ອປຶກສາຫາລື ກ່ຽວກັບ “ວຽກງານອັນຮີບດ່ວນເພື່ອຢຸດຄວາມຂັດແຍ້ງໃນ ອິສຣາແອລ ແລະ ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈຳແດັນ ຫຼື West Bank ແລະ ເຂດ ກາຊາ.”

ກະຊວງການຕ່າງປະເທດກະຊວງການຕ່າງປະເທດໄດ້ກ່າວໃນຖະແຫຼງການສະບັບນຶ່ງ ດ້ວຍລັດ ຖະມົນຕີການຕ່າງປະເທດຂອງ ອີຈິບ ທ່ານ ຊາເມ ຊູຄຣີ (Sameh Shoukry) ແລະ ທ່ານ ບລິງເຄັນ “ໄດ້ກ່າວຢໍ້າການຮຽກຮ້ອງຂອງພວກທ່ານຕໍ່ທຸກຝ່າຍໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຢຸດຄວາມຮຸນແຮງນັ້ນ, ເຊິ່ງໄດ້ເອົາຊີວິດຂອງພົນລະເຮືອນ ອິສຣາແອລ ແລະ ປາແລັສໄຕນ໌, ລວມທັງ ເດັກນ້ອຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG