ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແຄຣີ ເຕືອນ ອິສຣາແອລ ຕ້ານນະໂຍບາຍການ ແກ້ໄຂ ບັນຫາ ແບບລັດດຽວ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu, ທີສອງຈາກຂວາ, ກ່າວໃນກອງປະຊຸມຫ້ອງການລັດຖະບານ ໃນນະຄອນ Jerusalem, 6 ທັນວາ, 2015.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu, ທີສອງຈາກຂວາ, ກ່າວໃນກອງປະຊຸມຫ້ອງການລັດຖະບານ ໃນນະຄອນ Jerusalem, 6 ທັນວາ, 2015.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ john Kerry ໄດ້ ກ່າວໃນວັນເສົາວານນີ້ວ່າ ຖ້າເຈົ້າໜ້າທີ່ ປາເລສໄຕນ ຄົນໃດຫາກ ເສຍຊີວິດ ອາດມີຜົນກະທົບທີ່ຕາມມາຕໍ່ຄວາມໝັ້ນຄົງຂອງ ອິສຣາແອລ, ແລະ ກ່າວວ່າທັງສອງຝ່າຍ ຕ້ອງໄດ້ພະຍາຍາມຈັດ ການເຈລະຈາສັນຕິພາບຄືນໃໝ່.

ໃນການກ່າວທີ່ສະຖາບັນ Brookings ນັ້ນ, ທ່ານ Kerry ໄດ້ກ່າວ ປະນາມການໂຈມຕີໃສ່ປະຊາຊົນ ອິສຣາແອລ ໂດຍ ຄົນຮ້າຍ ປາເລສໄຕນ ພ້ອມກັບການສືບຕໍ່ກໍ່ສ້າງຖິ່ນຖານໃສ່ດິນແດນທີ່ເຂົ້າ ໃຈກັນວ່າເປັນຂອງລັດ ປາເລສໄຕນ ນັ້ນ.

ທ່ານກ່າວວ່າ “ການແກ້ໄຂບັນຫາລັດດຽວ ບໍ່ແມ່ນການແກ້ໄຂບັນຫາເລີຍ ສຳລັບການຮັບ ປະກັນວ່າ ຊາວຢິວ, ປະຊາທິປະໄຕ ອິສຣາແອລ ຈະດຳລົງຊີວິດຢູ່ໃນສັນຕິພາບ. ມັນບໍ່ ແມ່ນທາງເລືອກທີ່ສາມາດປະຕິບັດໄດ້.”

ທ່ານໄດ້ກ່າວວ່າ ຜົນກະທົບອັນໜຶ່ງທີ່ມີຄວາມເປັນໄປໄດ້ ອາດຈະເປັນ ຄວາມເສຍຫາຍຕໍ່ກຳ ລັງຮັກສາຄວາມປອດໄພຂອງປະຊາຊົນ ປາເລສໄຕນ ແລະ ຄວາມຈຳເປັນຕ້ອງໃຫ້ ອິສຣາແອລ ສົ່ງກຳລັງຫຼາຍພັນຄົນເຂົ້າໄປໃນເຂດ West Bank ເພື່ອທົດແທນສິ່ງທີ່ໄດ້ສູນ ເສຍໄປ.

ທ່ານ Kerry ໄດ້ຖືເອົາສັນຕິພາບລະຫວ່າງ ອິສຣາແອລກັບ ປາເລສໄຕນ ເປັນບູລິມະສິດສູງ ສຸດຂອງທ່ານ, ແຕ່ວ່າການດຳເນີນ ການໄດ້ລົ້ມສະຫຼາຍໄປໃນເດືອນເມສາ ປີ 2014 ທີ່ຜ່ານ ໂດຍບໍ່ມີຂໍ້ ຕົກລົງໃດໆ. ປະຊາຊົນ ປາເລສໄຕນ ແມ່ນບໍ່ພໍໃຈຕໍ່ການສືບຕໍ່ກໍ່ສ້າງ ຖິ່ນຖານຂອງ ອິສຣາແອລ, ໃນຂະນະທີ່ ອິສຣາແອລ ໄດ້ຄັດ ຄ້ານຕໍ່ການສາມັກຄີກັນກັບລັດຖະບານ ປາເລສໄຕນ ເຊິ່ງລວມມີກຸ່ມ ຫົວຮຸນແຮງ Hamas. ສົງຄາມ 50 ມື້ໃນເຂດ Gaza ທີ່ໄດ້ເຮັດ ໃຫ້ຊາວ ປາເລສໄຕນຫຼາຍກວ່າ 2,100 ຄົນເສຍຊີວິດ, ໂດຍສ່ວນໃຫຍ່ ແມ່ນພົນລະເຮືອນ, ເປັນການເຮັດໃຫ້ການແຕກແຍກກັນໜັກຂຶ້ນຕື່ມລະຫວ່າງ ສອງຝ່າຍ. ທະຫານ ອິສຣາແອລ ຈຳນວນຫຼາຍໄດ້ເສຍ ຊີວິດໃນການຕໍ່ສູ້ກັນ, ພ້ອມກັບພົນລະເມືອງຫຼາຍຄົນ.

ທ່ານ Kerry ໄດ້ກ່າວໃນວັນເສົາວານນີ້ວ່າ “ຂ້າພະເຈົ້າໄດ້ເຈລະຈາ ຫຼາຍຄັ້ງກັບທັງສອງ ຝ່າຍໃນສາມປີທີ່ຜ່ານມາ, ແລະ ຂ້າພະເຈົ້າຢາກ ບອກວ່າ, ລະດັບຂອງຄວາມບໍ່ເຊື່ອໃຈກັນ ລະຫວ່າງພວກເຂົາເຈົ້າ ຈະບໍ່ມີວັນເລິກເຊິ່ງໄປຫຼາຍກວ່ານີ້.”

ທ່ານກໍຍັງໄດ້ອະທິບາຍການເຈລະຈາກັບ ປະທານາທິບໍດີ ປາເລນໄຕນ ທ່ານ Mahmoud Abbasຜູ້ທີ່ທ່ານ Kerry ໄດ້ກ່າວວ່າ “ເວົ້າຢ່າງໝົດຫວັງ” ຫຼາຍກວ່າຄວາມໝົດຫວັງທີ່ຊາວ ປາເລສໄຕນ ຮູ້ສຶກ.

US Israel
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG