ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນ​ຕັນ​ຢາ​ຮູ ໄດ້​ພົບ​ປະ​ກັບ​ທ່ານ ໄບ​ເດັນ ດັ່ງ​ທີ່​ໄດ້​ປາ​ຖະ​ໜາ​ມາ​ດົນ​ນານ​ຢູ່ນອກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈັດ​ກອງ​ປະ​ຊຸມ​ສອງ​ຝ່າຍ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ຢູ່ນອກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 78 ໃນ​ນະ​ຄອນ ນິວຢອກ, 20 ກັນ​ຍາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໃນ​ນະ​ຄອນ ນິວຢອກ ເມື່ອ​ວັນ​ພຸດ​ວານນີ້​ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຂະ​ຫຍາຍ​ການ​ຕັ້ງຖິ່ນ​ຖານ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດຢຶດ​ຄອງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ ຈໍ​ແດນ ຫຼື West Bank ແລະ ການ​ພະ​ຍາ​ຍາມ​ທີ່​ຈະ​ປັບ​ປຸງ​ລະ​ບົບ​ຕຸ​ລາ​ການ​ຂອງ ອິ​ສ​ຣາ​ແອ​ລ ໃໝ່, ເຊິ່ງ​ບັນ​ດາ​ນັກ​ວິ​ຈານ​ກ່າ​ວ​ວ່າ​ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດນັ້ນ.

ທ່ານ ໄບ​ເດັນ ໄດ້​ເຕືອນທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ, ແມ່ນ​ກະ​ທັ້ງ​ທີ່​ທ່ານ​ໄດ້​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ສະ​ຫະ​ລັດ ຕໍ່ ອິ​ສ​ຣາ​ແອ​ລ ນັ້ນ​ “ແຂງ​ແກ່ນຫຼາຍ” ໂດຍ​ກ່າວວ່າ “ພວກ​ເຮົາ​ຈະ​ປຶກ​ສາ​ຫາ​ລືກັນ ກ່ຽວ​ກັບ ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ນັ້ນ.”

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ແລະ​ນັ້ນ​ຈະ​ສົ່ງ​ເສີມ​ມູນ​ເຊື້ອ​ປະ​ຊາ​ທິ​ປະ​ໄຕ​ທີ່​ນອນ​ຢູ່​ໃນ​ໝາກ​ຫົວ​ໃຈ​ຂອງ​ການ​ເປັນ​ຄູ່​ຮ່ວມ​ຂອງ​ເຮົາ, ລວມ​ທັງ​ການກວດ​ສອບ ແລະ ຄວາມ​ສົມ​ດຸນ​ໃນ​ລະ​ບົບ​ຂອງ​ພວກ​ເຮົາ, ແລະ ຮັກ​ສາ​ເສັ້ນ​ທາງ​ໄປ​ສູ່​ການ​ແກ້​ໄຂ​ບັນ​ຫາ​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຮັບ​ປະ​ກັນ​ວ່າ ອີ​ຣ່ານ ຈະ​ບໍ່​ມີ​ວັນ​ຄອບ​ຄອງ​ອາ​ວຸດ​ນິວ​ເຄ​ລຍ.”

ຜູ້​ນຳ​ທັງຫຼາຍ​ຂອງ ອິ​ສ​ຣາ​ແອ​ລ ປົກ​ກະຕິ​ມັກ​ຈະ​ຖືກ​ເຊື້ອ​ເຊີນ​ມາ​ທຳ​ນຽບ​ຂາວ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດຫຼັງ​ຈາກ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ, ແຕ່​ທ່ານ ໄບ​ເດັນ ປັດ​ຈຸ​ບັນ​ນີ້​ມີ​ແຕ່​ໄດ້​ຈັດ​ກອງ​ປະ​ຊຸມ​ສອງ​ຝ່າຍ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ກັບ​ທ່ານ ເນ​ຕັນ​ຢາ​ຮູ, ເກົ້າ​ເດືອນ​ຫຼັງ​ຈາກ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕັ້ງ​ລັດ​ຖະ​ບານ​ຂວາ​ຈັດ​ຂອງ​ທ່ານ. ການ​ປະ​ຕິ​ບັດ​ຕໍ່​ຊາວ ປາ​ແລັ​ສ​ໄຕນ໌​ ຂອງ​ລັດ​ຖ​ະບານ​ຫົວ​ແຂງ​ກະ​ດ້າງ​ຂອງ ທ່ານ ເນ​ຕັນ​ຢາ​ຮູ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ອຳ​ນາດ​ຂອງ​ຄະ​ນະ​ຕຸ​ລາ​ການ​ ແມ່ນ​ຖືກ​ພິ​ຈາ​ລະ​ນາ​ຢ່າງກວ້າງ​ຂວາງ​ວ່າ ເປັນ​ເຫດ​ຜົນ​ທີ່​ທ່ານ ໄບ​ເດັນ ໄດ້​ເລື່ອນ​ການ​ພົບ​ປະ​ອອກ​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຜູ້​ປະ​ທ້ວງ​ຍົກ​ທຸງ ແລະ ຮ້ອງ​ຄຳ​ຂວັນ​ຢູ່​ໃກ້​ກັບ​ສະ​ຖານ​ທີ່​ການ​ພົບ​ປະ​ກັນ​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໃນ​ນະ​ຄອນ ນິວຢອກ, 20 ກັນ​ຍາ 2023.

XS
SM
MD
LG