ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກ ເບັນຈາມິນ ເນຕັນຢາຮູ ບໍ່ສາມາດຕັ້ງລັດຖະບານປະສົມ ຂຶ້ນມາໄດ້ ກ່ອນກຳນົດເສັ້ນຕາຍ


ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄປຢ້ຽມຢາມພູເມີຣອນ (Mount Meron), ວັນທີ 30 ເມສາ 2020.
ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄປຢ້ຽມຢາມພູເມີຣອນ (Mount Meron), ວັນທີ 30 ເມສາ 2020.

ປະທານາທິບໍດີ ອິສຣາແອລ ທ່ານຣູເວັນ ຣີບວ໌ລິນ (Reuven Rivlin) ກ່າວວ່າ ທ່ານຈະຕິດຕໍ່ຫາພັກຕ່າງໆຢູ່ສະພາ ຄແນສເສັດ (Knesset) ໃນວັນພຸດມື້ນີ້ ກ່ຽວກັບຂັ້ນຕອນໃນການຕັ້ງລັດຖະບານ ຫຼັງຈາກກຳນົດ 28 ວັນໄດ້ໝົດ ລົງ ຊຶ່ງນາຍົກລັດຖະມົນຕີເບັນຈະມິນ ເນຕັນຢາຮູ ບໍ່ສາມາດປະກອບຄະນະລັດຖະບານປະສົມຂຶ້ນມາໄດ້.

ຄວາມລົ້ມແຫຼວຂອງທ່ານເນຕັນຢາຮູໄດ້ສົ່ງຂັ້ນຕອນໃນການຕັ້ງລັດຖະບານຄືນໄປໃຫ້ທ່ານຣີບວ໌ລິນ ຜູ້ທີ່ຄາດກັນວ່າ ຈະໃຫ້ໂອກາດແກ່ນຶ່ງໃນພັກຄູ່ແຂ່ງຂອງທ່ານເນຕັນຢາຮູ ຈັດຕັ້ງລັດຖະບານ ໃນບໍ່ເທົ່າໃດວັນຂ້າງໜ້ານີ້.

ພາຍໃນບັນດາຜູ້ສະໝັກທີ່ອາດເປັນໄປໄດ້ສູງ ກໍແມ່ນ ທ່ານແຢຣ໌ ລາປີດ ຊຶ່ງພັກ Yesh Atid ທີ່ນິຍົມແນວທາງປານກາງຂອງທ່ານ ໄດ້ຕິດອັນດັບທີສອງ ຫຼັງຈາກພັກ Likud ທີ່ນິຍົມຝ່າຍຂວາຂອງທ່ານເນຕັນຢາຮູ ໃນການເລືອກຕັ້ງເມື່ອເດືອນມີນາ ແລະທ່ານເນຟ໌ຕາລີ ເບັນເນັຕ ຫົວໜ້າຂອງກຸ່ມສາສະໜາ ນ້ອຍໆ ຈາກພັກ Yamina ຊາດນິຍົມ.

ທ່ານຣີບວ໌ລິນ ຍັງມີທາງເລືອກອີກທາງນຶ່ງ ໃນການຂໍຮ້ອງໃຫ້ສະພາເລືອກເອົາສະມາຊິກຄົນນຶ່ງຂອງຕົນ ໃຫ້ເປັນນາຍົກລັດຖະມົນຕີ.

ຂັ້ນຕອນໃນການຫາທາງຕັ້ງລັດຖະບານປະສົມນັ້ນ ແມ່ນມີຄວາມຈຳເປັນຍ້ອນວ່າ ບໍ່ມີພັກໃດໄດ້ຮັບຄະແນນສຽງສ່ວນຫຼາຍ ໃນສະພາຄແນສເສັດ (Knesset) ທີ່ມີສະມາຊິກ 120 ຄົນ ໃນການລົງຄະແນນສຽງເມື່ອວັນທີ 23 ມີນາຜານມາ ຊຶ່ງອິສຣາແອລ ໄດ້ຈັດການເລືອກຕັ້ງມາແລ້ວ ເປັນເທື່ອທີສີ່ພາຍໃນເວລາບໍ່ຮອດສອງປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG