ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ສະໜັບສະໜຸນ ອັນທີ່ອ້າງວ່າ ຫຼັກຖານໃໝ່ ຂອງ ອິສຣາແອລ ຕໍ່ອີຣ່ານ


House Speaker Nancy Pelosi looks at small flags placed on the grounds of the National Mall by activists from the COVID Memorial Project to mark the deaths of 200,000 lives lost in the U.S. to COVID-19, in Washington.
House Speaker Nancy Pelosi looks at small flags placed on the grounds of the National Mall by activists from the COVID Memorial Project to mark the deaths of 200,000 lives lost in the U.S. to COVID-19, in Washington.

ທຳນຽບຂາວ​ ກ່າ​ວສັນລະ​ເສີນ ​ຂໍ້​ມູນລັບ​ອັນ​ໃໝ່​ຈາກ​ອິສຣາ​ແອ​ລ ກ່ຽວ​ກັບ​ໂຄງການ​
ອາວຸດ​ນິວ​ເຄລຍຂອງ​ອີຣານ ​ແລະ​ເອີ້ນ​ມັນ​ວ່າ “​ໃໝ່​ແລະ​ເປັນທີ່ປະທັບໃຈ” ເຖິງ​ແມ່ນ​ວ່າ ​
ເຈົ້າ​ໜ້າ​ທີ່​ຂອງ​ວໍ​ຊິງ​ຕັນ ​ໄດ້​ຢຸດ​ເຊົາ​ ຕໍ່​ການ​ກ່າວຫາ​ເຕຫຣ່ານວ່າ ​ໄດ້ລະ​ເມີດຕໍ່​ຂໍ້ຕົກລົງ
​ນິວ​ເຄລຍສະບັບປີ 2015 ຂອງຕົນ ກັບ​ພວກ​ປະ​ເທດ​ອຳນາດ​ໃນ​ໂລກ ກໍ​ຕາມ.

​ເຈົ້າ​ໜ້າ​ທີ່ສະຫະລັດ ກວດກາ​ເບິ່ງ​ເອກ​ກະສາ​ນ ແຜນທີ່ ​ແຜນ​ແມ່​ບົດ ຮູບ​ພາບ ​ແລະ
​ວີ​ດີ​ໂອ​ທີ່​ຄົ້ນ​ພົບ​ໂດຍ​ໜ່ວຍ​ສືບ​ລັບ​ ຂອງ​ອິສຣາ​ເອລ ​ໄດ້​ກ່າວ​ໃນແລງວັນ​ຈັນ​ວານ​ນີ້ວ່າ
​ເອກ​ກະສາ​ນທັງຫຼາຍ​ນັ້ນ​ ​ແມ່ນ​ຂອງ​ຈິງ ​ແລະ​ສອດຄ່ອງ​ຕາມ​ຂໍ້​ມູນຂອງ​ສະຫະລັດ ​
ທີ່ໄດ້ເກັບກຳມາໃນ​ຫຼາຍໆ​ປີ.

ໂຄສົກ​ປະຈຳ​ທຳນຽບຂາວ ທ່ານ​ນາງຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ​ໄດ້​ກ່າວ​ໄວ້​ໃນ​
ຖະ​ແຫຼ​ງການ​ສະບັບ​ນຶ່ງວ່າ “ຂໍ້​ໝູນ​ໃໝ່​ ແມ່ນໄດ້ສະແດງໃຫ້ເຫັນລາຍລະອຽດໃໝ່​
ແລະຍາກທີ່ຈະປະຕິເສດ ກ່ຽວ​ກັບ​ຄວາມ​ພະຍາຍາມ ທີ່​ຈະ​ສ້າງ​ລູກ​ສອນ​ໄຟ​ທີ່​ສາ
ມາດບັນທຸກອາວຸດ​ນິວ​ເຄລຍ​ໄດ້,”

“ອີຣານ ​ແມ່ນ​ມີ​ໂຄງການ​ອາວຸດ​ນິວ​ເຄລຍທີ່ທັນ​ສະ​ໄໝ ລີ້​ລັບ ​ແລະ​ພວກ​ເຂົາ​ກໍ​ໄດ້
​ພະຍາຍາມ ​ແລະ​ປິດ​ບັງ​ຈາກ​ຊາວ​ໂລກ​ແລະ​ປະຊາຊົນ​ຂອງ​ພວກ​ເຂົາ​ເຈົ້າ​ເອງ,”

ຊຶ່ງ​ທ່ານ​ນາງ​ໄດ້​ກ່າວ​ເພີ່ມ​ໄວ້. ອຳນາດການ​ປົກຄອງ​ຂອງ​ອີຣ່ານ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນຈະໃຊ້ອາວຸດທີ່ ​ມີ​ອະນຸ​ພາບ​ຮ້າຍ​ແຮງ​ນີ້ ຕໍ່​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ ​ແລະ​ອື່ນໆ. ອີຣ່ານຈະບໍ່ຕ້ອງບໍ່ໃຫ້ມີ​ອາວຸດ​ນິວ​ເຄລຍ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ສະເໜີຂໍ້ມູນຕ່າງໆ ກ່ຽວກັບ ການພັດທະນາໂຄງການອາວຸດນິວເຄລຍ ໃນກອງປະຊຸມຖະແຫຼງຂ່າວ ທີ່ເທລ ອາວີບ, 30 ເມສາ 2018.
ນາຍົກລັດຖະມົນຕີອິສຣາແອລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ສະເໜີຂໍ້ມູນຕ່າງໆ ກ່ຽວກັບ ການພັດທະນາໂຄງການອາວຸດນິວເຄລຍ ໃນກອງປະຊຸມຖະແຫຼງຂ່າວ ທີ່ເທລ ອາວີບ, 30 ເມສາ 2018.

ນາຍົກລັດຖະມົນຕີອິສຣາແອລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ທຳອິດ​ນັ້ນ ​ແມ່ນ​ໄດ້ກ່າວ​ຫາ
​ຄັ້ງໃໝ່​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວຜ່ານ​ທາງ​ໂທລະພາບ ​ໂດຍ​ກ່າວ​ວ່າ
ການ​ເກັບ​ກຳ​ຂໍ້​ມູນ​ແລະ​ເອກ​ກະສາ​ນຕ່າງໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອີຣ່ານ ​ແມ່ນ “​ຂີ້​ຕົວະ”
ກ່ຽວ​ກັບໂຄງການ​ອາວຸດ​ນິວ​ເຄລຍຂອງ​ຕົນ.

ການ​ໂຕ້​ຕອບ​ອັນ​ທຳ​ອິດ​ກ່ຽວກັບການກ່າວ​ຫ່າວ​ຫາ​ຂອງ​ທ່ານເນຕັນ​ຢາ​ຮູ ນັ້ນ​ແມ່ນ
ຍັງ​ສົດໆ​ຮ້ອນໆ​ຢູ່. ພວກ​ນັກ​ຊ່ຽວຊານ​ດ້ານ​ຄວາມ​ລັບ​ແລະນັກ​ການ​ທູດ ​ໄດ້​ກ່າວ​ວ່າ
ຫຼັກ​ຖານ​ສ່ວນໃຫຍ່​ທີ່ທາງຜູ້ນຳ​ຂອງອິສຣາ​ແອ​ລ ​ໄດ້​ນຳ​ສະ​ເໜີ​ໃນກ​ອງປະຊຸມ​ຖະ​ແຫຼ​ງ
ຂ່າວຂອງ​ທ່ານນັ້ນ ​ແມ່ນກ່ອນ​ທີ່​ທາ​ງອີຣ່ານ ​ໄດ້​ລົງ​ນາມ​ໃນຂໍ້​ຕົກລົງ​ນິວ​ເຄລຍ ປີ 2015.

ອີຣ່ານກໍ​ຄື​ກັນ ບໍ່​ຫົວຊາ​ຕໍ່​ການ​ເຈາະ​ຂໍ້​ມູນ​ຄວາມລັບ​ນີ້ ​ໂດຍ​ທີ່​ລັດຖະມົນຕີ​ການ​ຕ່າງ
ປະ​ເທດ ​ອີຣ່ານ ທ່ານ ຈາ​ວາດ ຊາຣິຟ ​ໄດ້​ຂຽນລົງ​ໃນ​ທວິດ​ເຕີທີ່​ຈະເຍາະເຢີ້ຍ​ສິ່ງ​ທີ່​
ທາງ​ອິສຣາ​ແອ​ລໄດ້​ອ້າງ​ເອົາ​ນັ້ນ.

“​ເດັກນ້ອຍ​ຜູ້​ຊາຍ​ທີ່ໄຫ້ ບໍ່​ຍອມ​ຢຸດ​ນັ້ນ ​ແມ່ນ​ຍັງ​ພຶມພຳ​ກ່ຽວ​ກັບ​ເລື່ອງ​ນີ້ ອີກ​ແລ້ວ,”
ຊຶ່ງ​ທ່ານຊາຣິຟ​ ໄດ້​ຂຽນ​ລົງໃນ​ທວິດ​ເຕີ ກ່ອນ​ທີ່ທ່ານເນຕັນ​ຢາ​ຮູ ຂຶ້ນ​ກ່າວ​ນັ້ນ. “ທ່ານ​
ສາມາດ​ທີ່​ຈະ​ຫຼອກ​ລວງ​ພວກ​ຜູ້​ຄົນ ​ໄດ້​ພຽງ​ບໍ່​ເທົ່າ​ໃດ​ຄັ້ງ​ດອກ.”

ກະຊວງການ​ຕ່າງປະ​ເທດຝຣັ່ງ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ ຂໍ້​ມູນ​ທີ່​ນຳ​ມາສະ​ເໜີ
ໂດຍທາງ​ອິສຣາ​ເອລ ​ແມ່ນໄດ້ເນັ້ນໃຫ້ເຫັນເຖິງຈຳ​ເປັນ ​ທີ່​ຈະຮັກສາຂໍ້ຕົກລົງນິວ​ເຄລຍ
​ໄວ້​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG