ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາ​ແອ​ລ ໂຈະການສະເໜີ ຕໍ່ ສປຊ ກ່ຽວກັບ ພວກຄົນເຂົ້າເມືອງ ຈາກອາ​ຟຣິກາ


​​​​​​ນາຍົກ​ລັດຖະມົນຕີ​ອິສຣາ​ແອ​ລ ທ່ານ ​ເບັນ​ຈາ​ມິນ ​ເນຕັນ​ຢາ​ຮູ (Benjamin Netanyahu) ກ່າວຖະແຫຼງການ ໃນນະຄອນ
ເຈຣູຊາແລັມ (Jerusalem), 13 ກຸມພາ 2018.
​​​​​​ນາຍົກ​ລັດຖະມົນຕີ​ອິສຣາ​ແອ​ລ ທ່ານ ​ເບັນ​ຈາ​ມິນ ​ເນຕັນ​ຢາ​ຮູ (Benjamin Netanyahu) ກ່າວຖະແຫຼງການ ໃນນະຄອນ ເຈຣູຊາແລັມ (Jerusalem), 13 ກຸມພາ 2018.

ນາຍົກ​ລັດຖະມົນຕີ​ອິສຣາ​ແອ​ລ ທ່ານ ​ເບັນ​ຈາ​ມິນ ​ເນຕັນ​ຢາ​ຮູ (Benjamin Netan-
yahu) ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ໄດ້​ໂຈະ ​ຂໍ້​ຕົກລົງ ​ກັບ​ອົງການ​ອົບ​ພະຍົບ
ສະຫະ​ປະຊາ​ຊາດ ຫຼື UNHCR ທີ່​ຈະ​ສົ່ງພວກຄົນເຂົ້າເມືອງອາ​ຟຣິກາຫຼາຍພັນ​ຄົນ ​
ໄປ​ຍັງ​ປະ​ເທດຕາເວັນຕົກ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະກາດ ​ກ່ຽວກັບຂໍ້ຕົກລົງດັ່ງກ່າວ ທ່ານ​ເນຕັນ
​ຢາ​ຮູ ​ໄດ້​ຂຽນ​ຂໍ້ຄວາມ​ ລົງ​ໃນ​ໜ້າ​ເຟສບຸກຂອງ​ງທ່ານວ່າ ທ່ານ​ໄດ້​ໂຈະ​ຂໍ້ຕົກລົງ​ທີ່​ວ່າ​ນີ້
ຈົນ​ກວ່າ ​ໄດ້​ມີ​ການ​ກວດກາ​ເພີ່ມ​ຕື່ມ​ຢ່າງ​ລະອຽດເສຍກ່ອນ.

ພາຍ​ໃຕ້​ຂໍ້​ຕົກລົງນີ້ ທີ່ມີພວກຄົນເຂົ້າເມືອງປະມານ 16 ພັນ 250 ຄົນ ​ໄດ້​ຖືກ​ສົ່ງ
ໄປຕັ້ງ​ຖິ່ນ​ຖານ​ໃໝ່ ​ໃນ​ປະ​ເທດ​ຕາ​ເວັນ​ຕົກ ຫຼາຍໆປະເທດ ​ຮວມທັງກາ​ນາ​ດາ,
ອີ​ຕາ​ລີ ​ແລະ​ເຢຍຣະມັນ ອີງຕາມຄຳເວົ້າຂອງທ່ານເນຕັນ​ຢາ​ຮູ ​ທີ່ໄດ້​ປະກາດ​ອອກ​ໄປ
ໃນ​ເຊົ້າ​ວັນຈັນ​ວານ​ນີ້. ທ່ານເວົ້າວ່າ ຈຳ​ນວນ​ເທົ່າ​ກັນ​ນີ້ ຈະ​ໄດ້​ອະນຸຍາດ​ໃຫ້ຕັ້ງຖິ່ນ
ຖານຢູ່ໃນອິສຣາ​ແອ​ລ.

​ແຕ່ບໍ່​ດົນ ຫຼັງ​ຈາກທ່ານ​ໄດ້​ປະກາດ​ອອກ​ໄປ​ແລ້ວ​ນັ້ນ ​ເຈົ້າ​ໜ້າທີ່​ໃນ​ກະຊວງ​ພາຍ​ໃນ
​ຂອງ​ເຢຍຣະມັນ ​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ອີ​ຕາ​ລີ ​ໄດ້​ກ່າວ​ວ່າ ພວກ​ເຂົາ
​ເຈົ້າ​ບໍ່​ໄດ້​ຮູ້​ກ່ຽວກັບແຜນການທີ່ພວກຄົນເຂົ້າເມືອງຈາກອາ​ຟຣິກາ ຈະ​ໄປ​ຕັ້ງ​ຖິ່ນ​ຖານ​
ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ ຈີນ-​ນິ​ໂກ​ລັສ ​ເບີ​ສ (Jean-Nicolas
Beuze) ຈາກ​ອົງການອົບພະຍົບສະຫະປະຊາຊາດ ​ໃນ​ນະຄອນອັອຕຕາ​ວາ ​
ໄດ້​ບອກ​ກັບ​ຕ່າງ​ໜ່າງຂ່າວ CBC News ວ່າ ກາ​ນາ​ດາ ຍັງ​ບໍ່​ທັນ​ໄດ້ໃຫ້ຄວາມ​ໝາຍ
​ໝັ້ນ​ຢ່າງ​ເປັນ​ທາງ​ການ​ເທື່ອ ​ແຕ່​ວ່າ “​ເລື່ອງ​ດັ່ງ ກ່າວ ​ແມ່ນ​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ
ປຶກສາ​ຫາລື​ກັນ​ຢູ່.”

ປະ​ເທດອິສຣາ​ແອ​ລ ມີ​ພວກຄົນເຂົ້າເມືອງຈາກອາ​ຟຣິກາ 35 ພັນຄົນ ຊຶ່ງ​ສ່ວນ​ໃຫຍ່​
ແລ້ວ​ແມ່ນ​ມາ​ຈາກອີຣີ​ເທຣຍ (Eritrea), ຊຶ່ງ​ເປັນ​ປະ​ເທດ​ທີ່ມີປະຫວັດດ້ານສິດທິ
ມະນຸດ​ຂີ້ຮ້າຍ​ທີ່​ສຸດ ຫຼືບໍ່ ກໍ​ມາຈາກ ຊູ​ດານ ທີ່ປະສົບກັບໄພ​ສົງຄາມ​ນັ້ນ.

ພວກຄົນເຂົ້າເມືອງເຫຼົ່ານີ້ພາກັນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ພວກ​ຂໍ​ລີ້​ໄພ ຫລົບໜີ
ຈາກອັນ ຕະລາຍ ​ແລະ​ການ​ປະ​ຫັ​ດ​ປະຫານ, ​ໃນ​ຂະນະ​ທີ່​ຜູ້ນຳ​ຂອງ​ອິສຣາ​ແອ​ລ ​
ໄດ້​ກ່າວອ້າງ​ວ່າ ພວກ​ເຂົາ​ເຈົ້າໜີ​ມາ​ນີ້ ​ແມ່ນ​ເພື່ອ​ຫາ​ວຽກ​ເຮັດ​ງານ​ທຳ.

ລັດຖະບານ​ຝ່າຍຂວາຂອງ​ທ່ານເນຕັນ​ຢາ​ຮູ ​ປະຕິ​ເສດ​ຕໍ່​ການ​ກ່າວ​ອ້າງ ​ຂອງ​ຊາວ
​ອາ​ຟຣິກາ ທີ່​ວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ອົບ​ພະຍົບ ໂດຍກ່າວ​ເຖິງ​ພວກ​ເຂົາ​ເຈົ້າ​ວ່າ​
ແມ່ນພວກທີ່​ເຂົ້າ​ມາ​ແຊກ​ຊຶມ ​ແລະ​ເປັນ​ພວກ​ອົບ​ພະຍົບທາງ​ເສດຖະກິດ.

ພວກ​ຄົນເຂົ້າເມືອງ​ເຫຼົ່າ​ນີ້ ຍັງໄດ້ກ່າຍ​ເປັນ​ບັນຫາ​ທາງ​ການ​ເມືອງ​ໂດຍທີ່ພວກ
ນັກການເມືອງ​ແລະສາສະໜາ ນິຍົມ​ແນວທາງ​ເດີມ​ ວາດພາບໃນການມີໜ້າຂອງ
​ຊາວ​ມຸສລິ​ມ ແລະ​ຄຣິສຕຽນ​ຈາກອາ​ຟຣິກາວ່າ ​ເປັນ​ໄພ​ຂົ່ມຂູ່ຕໍ່ຄວາມເປັນເອກ
ກະລັດຂອງ​ຊາວ​ຢິ​ວໃນອິສຣາ​ແອ​ລ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG