ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Netanyahu ຮຽກຮ້ອງໃຫ້ ປ. Abbas ຊ່ອຍຊອກຫາ ເດັກໄວລຸ່ນ ອິສຣາແອລ 3 ຄົນ (ສະໄລດ໌/ວີດີໂອ)


ທະຫານອິສຣາແອລ ຈັບກຸມທ່ານ Abdel Aziz Dweik, ອະດີດປະທານສະພາປາແລສໄຕນ໌ ແລະບຸກຄົນສຳຄັນຂອງກຸ່ມ
ຮາມາສ ທີ່ບ້ານພັກຂອງທ່ານ ໃນຂະນະທີ່ທະຫານອິສຣາແອລ ຊອກຫາໄວລຸ່ນ 3 ຄົນ ທີ່ຫາຍໂຕໄປ, ວັນທີ 16 ມິຖຸນາ 2014.
ທະຫານອິສຣາແອລ ຈັບກຸມທ່ານ Abdel Aziz Dweik, ອະດີດປະທານສະພາປາແລສໄຕນ໌ ແລະບຸກຄົນສຳຄັນຂອງກຸ່ມ ຮາມາສ ທີ່ບ້ານພັກຂອງທ່ານ ໃນຂະນະທີ່ທະຫານອິສຣາແອລ ຊອກຫາໄວລຸ່ນ 3 ຄົນ ທີ່ຫາຍໂຕໄປ, ວັນທີ 16 ມິຖຸນາ 2014.
ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanya
hu ກ່າວ​ວ່າ ທ່ານ​ຄາດ​ວ່າ ປະທານາທິບໍດີ Mahmoud Ab
bas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ​ຈະຊ່ອຍ​ໃນ​ການ​ນຳ​ເອົາ​ພວກ​ໄວ​ລຸ່ນ
ອິສຣາ​ແອ​ລ 3 ຄົນ​ທີ່​ຖືກ​ລັກ​ຈັບ​ໂຕ​ໄປ​ໃນ​ສັບປະດາແລ້ວ​ນີ້
ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ນັ້ນ ກັບ​ຄືນ​ມາ ​ແລະ​ຊ່ອຍ​
ໃນ​ການ​ຈັບ​ກຸມ​ພວກ​ຄົນ​ຮ້າຍ​ທີ່​ລັກພາ​ໂຕ​ພວກ​ເດັກ​ໄວ​ລຸ່ນ​ເຫຼົ່າ
​ນີ້​ໄປ​.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ສຳນັກງານຂອງ​ທ່ານ Netanyahu
​ໃນ​ວັນ​ຈັນ​ມື້​ນີ້ ກ່າວ​ວ່າ ບັນດາ​ຜູ້ນຳ​ທັງ​ສອງ​ໄດ້​ໂອ້​ລົມ​ກັນ​ທາງ​
ໂທລະສັບ. ຖະ​ແຫຼ​ງການ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ Netanyahu
ທີ່​ກ່າວວ່າ ພວກ​ລັກພາ​ໂຕ​ເດັກ​ເຫຼົ່າ​ນີ້ ​ໄດ້​ມາ​ຈາກ​ແລະ​ໄດ້​ກັບ​ຄືນໄປ​ຍັງ​ເຂດ​ແດນ​ທີ່ຢູ່​ພາຍ​
ໃຕ້​ຄວາມ​ຄວບ​ຄຸມ​ຂອງ​ປາ​ແລ​ສ​ໄຕ​ນ໌.

ທ່ານ Netanyahu ​ໄດ້​ຖິ້ມ​ໂທ​ດການ​ລັກພາ​ໂຕ​ນີ້ ​ໃສ່​ພວກ​ສະມາຊິກ​ຂອງ​ກຸ່ມ​ຮາ​ມາສ
ຫົວ​ຮຸນ​ແຮງ ທີ່​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ນີ້​.
ISRAEL PALESTINIANS CNPK
please wait

No media source currently available

0:00 0:02:18 0:00

ທ່ານກ່າວ​ວ່າ “ອຳນາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌ ບໍ່​ສາມາດ​ທີ່​ຈະ​ຕັດ​ຄວາມ​ຮັບ
ຜິດຊອບ​ອອກ​ໄປ​ຈາກ​ຕົນ​ເອງ​ໄດ້. ພວກ​ທ່ານກໍ​ຄົງ​ຈື່​ໄດ້​ວ່າ​ອິສຣາ​ແອ​ລ​ໄດ້
​ເຕືອນ​ປະຊາ​ຄົມນາໆ​ຊາດ​ມາ​ແລ້ວ ກ່ຽວ​ກັບ​ອັນຕະລາຍ​ຂອງ​ການສະໜັບ
ສະໜຸນ​ສົນທິສັນຍາ​ວ່າ​ດ້ວນ​ຄວາມ​ສາມັກຄີລະຫວ່າງ​ກຸ່ມ Fatah ກັບ
Hamas. ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ໄພ​ອັນ​ຕະລາຍ​ຕ່າງໆ​ຂອງ​ສົນທິສັນຍາ​ສະ
ບັບ​ນັ້ນ ບັດ​ນີ້​ຄວນ​ເປັນ​ສິ່ງຈະ​ແຈ້ງ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ໝົດ​ສູ່​ຄົນ. ນັບ​ແຕ່​ໄດ້​
ລົງ​ນາມ​ກັນ​ໃນ​ສົນທິສັນຍາ​ສະບັບ​ນັ້ນມາ ພວກ​ເຮົາ​ໄດ້​ເຫັນການ​ເພີ່ມ​ທະ
ວີ​ຂຶ້ນ​ໃນການ​ເຄື່ອນ​ໄຫວ​ແບບ​ກໍ່​ການ​ຮ້າຍ​ອອກ​ມາຈາກ​ຝັ່ງ​ຕາ​ເວັນ​ຕົກ​
ຂອງ​ແມ່​ນ້ຳ​ຈໍ​ແດນ.


​ໃນ​ຂະນະ​ດຽວ​ກັນ ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ສຳນັກງານ​ທ່ານ Abbas ​ໃນ​ວັນ​
ຈັນ​ມື້​ນີ້ ​ໄດ້ປະນາມ​ການ​ລັກພາ​ໂຕ​ດັ່ງກ່າວ ​ແລະ​ຕຳ​ໜິຕິຕຽນ​ຄື້ນຟອງ​ແຫ່ງ​ການ​
ຈັບ​ກຸມ​ຂອງ​ຝ່າຍ​ອິສຣາ​ແອ​ລ​ ເຊັ່ນ​ກັນ.

ທະຫານ​ຂອງ​ອິສຣາ​ແອ​ລ ​ໄດ້​ຈັບ​ກຸມ​ພວກ​ປາ​ແລ​ສ​ໄຕ​ນ໌ 80 ຄົນ​ໃນວັນ​ອາທິດ
ວານ​ນີ້​ ທີ່​ເມືອງ Hebron ​ໃນ​ເຂດ​ບ່ອນ​ທີ່​ພວກ​ເດັກ​ໄວ​ລຸ່ນ ອິສຣາ​ແອລ​ໄດ້​ຫາຍ​
ໂຕ​ໄປ​ໃນ​ວັນພະຫັດ​ສັບປະດາ​ແລ້ວ​ນີ້. ພວກ​ທີ່​ຖືກ​ຈັບ​ກຸມ​ນັ້ນ​ຫຼາຍ​ຄົນ​ເປັນ​ສະ
ມາຊິກ​ຂອງ​ກຸ່ມ​ຮາມ​າສ.
XS
SM
MD
LG