ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

Nestle ວ່າ ມີຊີ້ນມ້າ ຢູ່ໃນ ຜະລິດຕະພັນ ອາຫານກະປັອງ ຂອງຕົນ (ວີດິໂອ)


ຫ້ອງການສໍານັກງານໃຫຍ່ຂອງບໍລິສັດ Nestle ທີ່ຕັ້ງຢູ່ເມືອງ Vevey ປະເທດສວິດເຊີແລນ
ຫ້ອງການສໍານັກງານໃຫຍ່ຂອງບໍລິສັດ Nestle ທີ່ຕັ້ງຢູ່ເມືອງ Vevey ປະເທດສວິດເຊີແລນ
Nestle ຊຶ່ງເປັນບໍລິສັດຜະລິດອາຫານໃຫຍ່ທີ່ສຸດຂອງໂລກ
ໄດ້ເກັບເອົາອາຫານກະປັອງທີ່ເຮັດດ້ວຍເສັ້ນໝີ່ກັບຊີ້ນງົວ ທີ່ວາງຂາຍໃນອີຕາລີແລະສະເປນ ນັ້ນ ອອກຈາກຫ້າງຮ້ານ
ຕ່າງໆ ໂດຍເວົ້າວ່າ ຜົນກວດ DNA ພົບວ່າ ມີຊີ້ນມ້າຢູ່ໃນນັ້ນ.

ບໍລິສັດດັ່ງກ່າວປະກາດໃນວັນຈັນວານນີ້ວ່າ ຕົນໄດ້ກວດພົບ
ມີຊິ້ນມ້າຫລາຍກວ່າ 1 ເປີເຊັນ ຢູ່ໃນຜະລິດຕະພັນອາຫານ
ກະປັອງສອງຢ່າງຊຶ່ງກໍຄື ravioli ຫຼືແປ້ງ ຫໍ່ຊີ້ນງົວ ແລະ
tortellini ຫຼືໝີ່ປະເພດເປັນບ້ວງໃສ່ຊີ້ນງົວທີ່ນໍາອອກຂາຍພາຍ
ໃຕ້ຍີ່ຫໍ້ Buitoni. ນອກນັ້ນ ບໍລິສັດດັ່ງກ່າວ ຍັງໄດ້ເກັບເອົາຜະ
ລິດຕະພັນຊີ້ນແຊ່ແຂງ Nestle ທີ່ສະໜອງໃຫ້ທຸລະກິດຮັບຈັດ
ງານລ້ຽງຢູ່ຝຣັ່ງ ກັບຄືນເຊັ່ນ ກັນ.

ນອກນັ້ນ ໃນວັນຈັນວານນີ້, ບໍລິສັດ Lidl ທີ່ເປັນເຄືອຂ່າຍບໍລິສັດຂາຍສິນຄ້າ ລາຄາຖືກ ຍັງໄດ້ເກັບເອົາຜະລິດຕະພັນຂອງຕົນຄືນເຊັ່ນກັນ ຢູ່ໃນຟິນແລນ ແລະສະວີເດັນ ລຸນ ຫລັງທີ່ຜົນການກວດຫລາຍຄັ້ງຢືນຢັນວ່າ ມີຊີ້ນມ້າຢູ່ໃນ ຜະລິດຕະພັນຂອງຕົນ.

ຂ່າວນອງນັ້ນເລື່ອງຊີ້ນມ້າໄດ້ເລີ້ມມີຂຶ້ນໃນຕອນຕົ້ນປີນີ້ຢູ່ອັງກິດ ເມື່ອມີການພົບຊີ້ນມ້າ ຢູ່ໃນລາຊາຍາແຊ່ແຂງ ທີ່ຂາຍໂດຍບໍລິສັດຍັກໃຫຍ່ Findus ທີ່ຕັ້ງມີສໍານັກງານໃຫຍ່ ຕັ້ງຢູ່ໃນສະວີເດັນ. ອາຫານເຫລົ່ານີ້ ແມ່ນຜະລິດໂດຍບໍລິສັດ Cogel ຊຶ່ງເປັນບໍລິສັດ ຜະລິດອາຫານຂອງຝຣັ່ງຊຶ່ງຊີ້ນສ່ວນໃຫຍ່ແມ່ນສະໜອງໃຫ້ໂດຍບໍລິສັດຜະລິດຊີ້ນ Spanghero ຂອງຝຣັ່ງ.

ໃນຕົ້ນເດືອນນີ້ ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ທ່ານ Laurent Fabius ຮຽກຮ້ອງໃຫ້ມີການລົງໂທດຕໍ່ບໍລິສັດທີ່ຂາຍຊີ້ນມ້າ ທີ່ຕົວະວ່າເປັນຊີ້ນງົວ.

ຍັງບໍ່ມີລາຍງານວ່າມີຄົນທີ່ມີຄວາມສ່ຽງດ້ານສຸຂະພາບຍ້ອນກິນຊີ້ນມ້າ ແຕ່ວ່າການ ຫລອກລວງແມ່ນໄດ້ເຮັດໃຫ້ຜູ້ບໍລິໂພກຢູ່ທົ່ວທະວີບຢູໂຣບບໍ່ພໍໃຈ.

ບໍລິສັດ Findus ຂອງສະວີເດັນເວົ້າວ່າ ຕົນຈະຍື່ນຄໍາຟ້ອງຮ້ອງຢູ່ໃນປະເທດຝຣັ່ງ ຕໍ່ບໍ ລິສັດຜະລິດຊີ້ນ ແລະອາຫານຂອງຝຣັ່ງ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG