ພວກທີ່ມີສິດປ່ອນບັດເລືອກຕັ້ງຂອງເນປາລ ຈໍານວນ 27
ລ້ານຄົນ ພາກັນໄປລົງຄະແນນສຽງໃນວັນອັງຄານມື້ນີ້ ເພື່ອ
ເລືອກເອົາສະມາຊິກສະພາ ຈໍານວນ 601 ຄົນ ເພື່ອຮ່າງກົດ
ໝາຍລັດຖະທໍາມະນູນ ເພື່ອຍຸຕິສະພາບທາງດ້ານການເມືອງ
ທີ່ບໍ່ແນ່ນອນ ທີ່ໄດ້ດໍາເນີນມາເປັນເວລາ ຫຼາຍປີແລ້ວນັ້ນ.
ການປ່ອນບັດໃນຄັ້ງນີ້ ແມ່ນເປັນຄັ້ງທີ 2 ນັບຕັ້ງແຕ່ສົງຄາມ
ການເມືອງໃນເນປາລ ໄດ້ສິ້ນສຸດລົງໃນປີ 2006. ຄວາມພະຍາ
ຍາມໃນການເລືອກຕັ້ງປີ 2008 ນັ້ນ ໄດ້ຍັງຜົນໃຫ້ມີລັດຖະບານ
ອາຍຸສັ້ນໆຫຼາຍຊຸດ ທີ່ບໍ່ສາມາດສ້າງຄວາມທຸ່ນທ່ຽງ ໃນປະເທດ
ທີ່ປະກອບໄປດ້ວຍຫຼາຍຊົນຊາດຊົນເຜົ່າ.
ການປ່ອນບັດໃນວັນອັງຄານມື້ນີ້ ແມ່ນມີຄວາມຮຸນແຮງເກີດຂຶ້ນຢ່າງນ້ອຍຄັ້ງນຶ່ງ ຄືເຫດ
ລະເບີດໃນນະຄອນ Katmandu ທີ່ເຮັດໃຫ້ 3 ຄົນບາດເຈັບ ຊຶ່ງຮວມທັງເດັກນ້ອຍນໍາ.
ຕໍາຫຼວດກ່າວວ່າ ເຫດຮ້າຍດັ່ງກ່າວເກີດຂຶ້ນ ຍ້ອນລະເບີດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ.
ໃນການກະກຽມຮັບມືກັບຄວາມຮຸນແຮງທີ່ອາດເກີດຂຶ້ນນັ້ນ ທາງຕໍາຫຼວດໄດ້ຫ້າມລົດ
ເກືອບວ່າ ທັງໝົດບໍ່ໃຫ້ອອກແລ່ນຢູ່ຕາມຖະໜົນຫົນທາງ ດັ່ງນັ້ນ ຈຶ່ງເຮັດໃຫ້ຜູ້ຄົນພາກັນ
ຍ່າງໄປປ່ອນບັດ ຢູ່ຕາມໜ່ວຍປ່ອນບັດຕ່າງໆ ແລະເລືອກເອົາຜູ້ສະມັກ ຈາກຫຼາຍກວ່າ
100 ພັກການເມືອງ. ລັດຖະບານໄດ້ປະກາດໃຫ້ພັກການເປັນເວລາ 4 ມື້ ເພື່ອອຳນວຍ
ໃຫ້ຜູ້ຄົນມີເວລາ ເດີນທາງໄປແລະກັບ ສຳລັບການປ່ອນບັດ.
ຜົນຂອງການເລືອກຕັ້ງທີ່ວ່ານີ້ ແມ່ນຈະຊາບຜົນກັນໃນອາທິດໜ້າ ຫຼັງຈາກການນັບຄະແນນ
ສຽງທີ່ເລີ່ມທະຍອຍເຂົ້າມາ ຈາກໝູ່ບ້ານທີ່ຫ່າງໄກສອກຫຼີກຂອງເນປານນັ້ນ.
ເບິ່ງວີດີໂອ ກ່ຽວກັບຄວາມຫວັງຂອງຊາວເນປາລ ກ່ອນການເລືອກຕັ້ງ:

Elections in Nepal
1/6
Election observer Tulsi Thappa from the Human Rights Council of Nepal talks to voters in Kathmandu, Nov. 19, 2013. (Aru Pande/VOA)
ເບິ່ງຕື່ມອີກ
Show less
2/6
People line up to vote in Kathmandu's Durbar Square, Nov. 19, 2013. (Aru Pande/VOA)
ເບິ່ງຕື່ມອີກ
Show less
3/6
Security forces outside polls in Nepal's capital Kathmandu, Nov. 19, 2013. (Aru Pande/VOA)
ເບິ່ງຕື່ມອີກ
Show less
4/6
Voters lined up to cast ballots in Kathmandu, Nov. 19, 2013. (Aru Pande/VOA)
ເບິ່ງຕື່ມອີກ
Show less
Previous slide
Next slide