ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈຳນວນຜູ້ຄົນລົ້ມຕາຍ ໃນເຫດແຜ່ນດິນໄຫວ ທີ່ເນປານ ເພີ້ມຂຶ້ນ ຫຼາຍກວ່າ 4,300 ແລ້ວ


Nepal Quake
please wait
Embed

No media source currently available

0:00 0:02:22 0:00

ປະຊາຊົນ​ທີ່​ໄດ້​ຮັບຜົນກະທົບ​ຈາກ​ແຜ່ນດິນ​ໄຫວ​ໃນ​ເນ​ປານ ແມ່ນຂາດ​ແຄນ​ນຳ​ດື່ມ​ແລະ​ສິ່ງ​ຂອງ​ຈຳ​ເປັນຂັ້ນພື້ນຖານອື່ນໆ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຊ່ອຍ​ກູ້​ໄພ ​ແລະ​ອົງການມະນຸດສະທຳ ​ໄດ້ສືບ​ຕໍ່​ດຳເນີນຄວາມພະຍາຍາ​ມທີ່​ຈະ​ເຂົ້າໄປ​ຍັງ​ປະ​ເທດດັ່ງກ່າວ ​ແລະ ​ຜູ້​ຄົນ​ຍັງ​ຖືກທັບຖົມຢູ່ຕາມ​ຊາກ​ຫັກ​ພັງ​ຈາກ​ເຫດ​ແຜ່ນດິນ​ໄຫວຄັ້ງ​ນີ້.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ​ໄພພິບັດ​ຄັ້ງ​ນີ້ ​ໄດ້ມີຜົນ​ກະທົບຕໍ່​ປະ​ຊາ​ຊົນ 8 ລ້ານຄົນ ຊຶ່ງຈຳນວນ 1 ລ້ານ 4​ ​ແສນ​ຄົນນັ້ນ ​ແມ່ນ​ຕ້ອງການ ຄວາມຊ່ອຍເຫລືອໃນດ້ານ​ເຂົ້າປາ​ອາຫານ. ເຈົ້າໜ້າທີ່​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ ຈຳນວນຜູ້ເສຍຊີວິດ ​ໄດ້​ຖີບ​ຕົວຂຶ້ນຫຼາຍກວ່າ 4 ພັນ 300 ຄົນ​ແລ້ວ ​ແລະ​ມີ​ປະມານ 8 ພັນ​ຄົນບາດເຈັບ. ພວກ​ເຂົາ​ໄດ້​ກ່າວ​ວ່າ ຈຳນວນ​ຜູ້ເຄາະ​ຮ້າຍ​ ອາດຈະ​ເພີ້​ມຂຶ້ນຕື່ມ ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ ​ໄດ້​ຊ່ອຍ​ເອົາພວກ​ທີ່​ຍັງ​ຕົກ​ຄ້າງ​ຢູ່ຕາມ​ຊາກ​ຫັກ​ພັງອອກມາ ແລະເຂົ້າໄປເຖິງ​ຂົງ​ເຂດ​ທີ່​ຫ່າງ​ໄກ​ສອກຫຼີກ​ນັ້ນ.

ຜູ້​ຄົນ​ຈຳນວນ​ບໍ່​ໜ້ອຍ ​ໄດ້ພາກັນ​ຫລັບນອນຕື່ມອີກຄືນນຶ່ງຢູ່​ຂ້າ​ງນອກ ຫຼື​ບໍ່​ກໍ່​ໃນ​ຕູບຜ້າ​ຕັ້ງ ​ໃນ​ຂະນະ​ທີ່​ແຜ່ນດິນ​ໄຫວ ທີ່​ມີ​ຄວາມ​ແຮງ ຂະໜາດ 4 ​ແລະ 5 ຍັງ​ສັ່ນ​ສະ​ເທືອ​ນໃນຂົງ​ເຂດ ທີ່ຕິດຕາມ​ມາ ຂອງ​ແຜ່ນດິນ​ໄຫວ ທີ່​ວັດ​ແທກ​ໄດ້ 7​.8 ໃນ​ວັນ​ເສົາ​ທີ່​ຜ່່ານ​ມາ​ນີ້.

ນັກ​ຂ່າວ​ຂອງ VOA ທ່ານ Steve Herman ຜູ້ຊຶ່ງປະຈຸບັນນີ້ ເກັບກຳຂ່່າວທີ່ນະຄອນ​ຫຼວງ Kathmandu ໄດ້ກ່າວວ່າ ການເດີນທາງໄປຍັງນະຄອນຫຼວງຂອງປະເທດ ແມ່ນບໍ່
ປະເຊີນກັບບັນຫາໃດໆ ໃນວັນອັງຄານມື້ນີ້, ແຕ່ວ່າ ການທີ່ຈະເຂົ້າເຖິງຂົງເຂດທີ່ຢູ່ອ້ອມ ແອ້ມນັ້ນ ແມ່ນຍັງມີຄວາມທ້າທາຍຢູ່.

ເບິ່ງ: ພາບວີໂດ ທີ່ກ່ຽວຂ້ອງ ຈາກນັກຂ່າວ Zlatica Hoke ຈາກ VOA

Nepal Cremates Victims, Coordinates Aid
please wait

No media source currently available

0:00 0:03:04 0:00

​ທ່ານ Steve Herman ໄດ້ກ່າວວ່າ “ຄວາມເປັນຫ່ວງກັງວົນທີ່ໃຫຍ່ຫຼວງທີ່ສຸດນັ້ນແມ່ນ ໝູ່ບ້ານທີ່ຢູ່ໃກ້ກັບ ຈຸດສູນກາງຂອງແຜ່ນດິນໄຫວ,” ຊຶ່ງທ່ານໄດ້ກ່າວວ່າ“ມັນບໍ່ມີທາງ
ທີ່ຈະເຂົ້າເຖິງຂົງເຂດທີ່ວ່ານີ້ດ້ວຍທາງລົດ. ວິທີທາງດຽວທີ່ຈະເຂົ້າໄປຮອດທີ່ນັ້ນແມ່ນ
ໂດຍທາງເຮືອບິນເຮລິຄອບເຕີ ແລະພວກເຮົາ ໄດ້ຮັບລາຍງານກ່ຽວກັບໝູ່ບ້ານນີ້ວ່າ ມີປະຊາຊົນປະມານ 500 ຄົນ ແລະອີກໝູ່ບ້ານນຶ່ງນັ້ນ ແມ່ນມີ ປະມານ 1 ພັນຄົນ ແລະມີໝູ່ບ້ານອື່ນໆ ໃນທຳນອງດຽວກັນນີ້ ແມ່ນຖືກທຳລາຍຮາບເປັນໜ້າກອງເລຍ.”

ເຈົ້າໜ້າທີ່ສາທາລະນະສຸກ ໄດ້ເຕື່ອນກ່ຽວກັບຄວາມສ່ຽງໃນການລະບາດຂອງພະຍາດ
ຕ່າງໆ ດ້ວຍຂາດແຄນນ້ຳດື່ມສະອາດ ແລະມີຜູ້ຄົນຮວມຕົວກັນຢູ່ຢ່າງເປັນກຸ່ມກ້ອນ
ໃນຈຳນວນຫຼວງຫຼາຍຂ້າງນອກກາງແປນນີ້.

XS
SM
MD
LG