ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກປີນພູຊາວເນປານ ໄດ້ສ້າງປະຫວັດສາດ ຫຼັງຈາກທີ່ໄດ້ປີນຂຶ້ນຮອດຈອມພູ ຂອງປາກິສຖານ


ທ່ານຊານູ ເຊີຣປາ ຈາກປະເທດເນປານ ໄດ້ສ້າງປະຫວັດສາດ ໂດຍການປີນຂຶ້ນຮອດຈອມພູ ທີ່ສູງທີ່ສຸດຂອງໂລກ 14 ແຫ່ງ ເປັນຄັ້ງທີສອງ. (Courtesy Sanu Sherpa)
ທ່ານຊານູ ເຊີຣປາ ຈາກປະເທດເນປານ ໄດ້ສ້າງປະຫວັດສາດ ໂດຍການປີນຂຶ້ນຮອດຈອມພູ ທີ່ສູງທີ່ສຸດຂອງໂລກ 14 ແຫ່ງ ເປັນຄັ້ງທີສອງ. (Courtesy Sanu Sherpa)

ນັກປີນພູຈາກປະເທດເນປານ ໄດ້ປີນຂຶ້ນຮອດຈອມພູ ກາສເຊີບຣຳສອງ (Gasherbrum II) ຂອງປາກິສຖານ ໃນວັນພະຫັດວານນີ້ ໂດຍໄດ້ທຳສະຖິຕິໃໝ່ ໃນການປີນຂຶ້ນຮອດຈອມພູທີ່ສູງທີ່ສຸດ ທັງໝົດ 14 ແຫ່ງໃນໂລກ-ຊຶ່ງພູທັງໝົດສູງກວ່າ 8,000 ແມັດ - ເປັນຄັ້ງທີສອງ.

ທ່ານຊານູ ເຊີປາ ອາຍຸ 47 ປີ ໄດ້ປີນພູທີ່ສູງສຸດ ອັນດັບທີ 13 ຂອງໂລກ ທີ່ຢູ່ເໜືອລະດັບນ້ຳທະເລ 8,035 ແມັດ ໃນຕອນເຊົ້າຂອງມື້ນັ້ນ ໂຄສົກປະຈຳ ສະໂມສອນພູອາລພາຍນ໌ ຂອງປາກິສຖານ ຫຼື ACP ໄດ້ກ່າວ.

ເລຂາທິການຂອງ ACP ທ່ານຄາຣຣາ ໄຮດຣີ (Karrar Haidri) ໄດ້ກ່າວຕໍ່ວີໂອເອ ວ່າ “ຂໍສະແດງຄວາມຍິນດີຢ່າງຍິ່ງ ຕໍ່ທ່ານຊານູ ເຊີຣປາ. ອັນນີ້ເປັນສະຖິຕິໃໝ່ຂອງໂລກ ໃນປະຫວັດຂອງການປີນພູ.”

ພູ ກາສເຊີບຣຳສອງ (Gasherbrum II) ເປັນພູສູງສຸດອັນດັບທີ 13 ຂອງໂລກ. (Courtesy Sanu Sherpa)
ພູ ກາສເຊີບຣຳສອງ (Gasherbrum II) ເປັນພູສູງສຸດອັນດັບທີ 13 ຂອງໂລກ. (Courtesy Sanu Sherpa)

ທ່ານໄຮດຣີ ກ່າວຕື່ມວ່າ ເມື່ອບໍ່ເທົ່າໃດອາທິດກ່ອນນີ້ ນັກປີນພູຊາວເນປານ ຍັງໄດ້ປີນຂຶ້ນພູ ນານກາ ປາບາລ (Nanga Parbal) ຂອງປາກິສຖານ ຊຶ່ງເປັນພູສູງສຸດອັນດັບເກົ້າຂອງໂລກ ທີ່ມີຄວາມສູງຢູ່ 8,126 ແມັດ.

ທ່ານເຊີຣປາ ຈາກ Pioneer Adventure ຫຼື ການບຸກເບີກດ້ານຜະຈົນໄປ ທີ່ເປັນບໍລິສັດປີນພູ ໃນນະຄອນຫຼວງກັດມັນດູ ຂອງເນປານ ຍັງໄດ້ຢືນຢັນ ຜົນ ສຳເລັດຂອງທ່ານດ້ວຍ.

ທ່ານນີເບຊ ຄາຣກີ (Nibesh Karki) ຜູ້ບໍລິຫານອຳນວຍການຂອງບໍລິສັດນັ້ນ ກ່າວຕໍ່ອົງການຂ່າວຣອຍເຕີສ໌ ວ່າ “ລາວເປັນພຽງຄົນດຽວໃນໂລກ ທີ່ປີນພູທີ່ສູງສຸດ 14 ແຫ່ງ ໃນແຕ່ລະແຫ່ງນັ້ນ ປີຂຶ້ນສຳເລັດສອງເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG