ຫ້າປີຫລັງຈາກເນປາລໄດ້ລົບລ້າງລະບອບລາຊາທິປະໄຕ
ແລະກາຍມາເປັນສາທາລະນະລັດປະຊາທິປະໄຕ, ປະເທດ
ໃນເຂດພູເຂົາຫິມະໄລແຫ່ງນີ້ ຍັງສືບຕໍ່ເປັນສູນກາງແຫ່ງວິກິດ
ການທາງການເມືອງຢູ່ ຊຶ່ງປັດຈຸບັນນີ້ ການເລືອກຕັ້ງໄດ້ຖືກ
ເລື່ອນໄປໃສ່ເດືອນພະຈິກປີນີ້. Aru Pande ຜູ້ສື່ຂ່າວວີໂອເອ ລາຍງານມາຈາກກັດມັນດູ ນະຄອນຫລວງຂອງເນປາລ ກ່ຽວ
ກັບວ່າການຂາດສະຖຽນລະພາບທາງການເມືອງ ໄດ້ມີຜົນກະ
ທົບຢ່າງໃດ ຕໍ່ເສດຖະກິດແລະຄວາມເຊື່ອໝັ້ນຂອງປະຊາຊົນ
ໃນອະນາຄົດຂອງປະເທດ ຊຶ່ງບົວສະຫວັນ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ເບິ່ງວີດິໂອເປັນພາສາອັງກິດກ່ຽວກັບລາຍງານນີ້:
ເກືອບຈະຮອດ 5 ໂມງແລງແລ້ວ ແຕ່ວ່າທ້າວ Sunil Lamichhaneກໍຍັງບໍ່ໄດ້ຂາຍຫຍັງເລີຍ
ຢູ່ຮ້ານເຄື່ອງນຸ່ງຕັ້ງໃໝ່ ຂອງລາວໃນໃຈກາງເມືອງຫລວງກັດມັນດູ ນັ້ນ. ພໍ່ຄ້າຂາຍຍ່ອຍ
ຄົນນີ້ເວົ້າວ່າ ຄວາມວຸ້ນວາຍທາງການເມືອງຂອງເນປາລ ແລະຜົນກະທົບຂອງມັນຕໍ່
ເສດຖະກິດໃນທ້ອງຖິ່ນ ແມ່ນໝາຍເຖິງການມີເງິນໜ້ອຍລົງ ຢູ່ໃນຖົງຂອງປະຊາຊົນ
ເພື່ອຈະຊື້ເສື້ອຜ້າ ຫລືເກີບໃໝ່. ທ້າວ Lamichhane ເວົ້າວ່າ:
”ມັນມີຜົນກະທົບໂດຍກົງຕໍ່ຮ້ານຂາຍເສື້ອ ຜ້າສະໄໝໄໝ່ຂອງພວກເຮົາ
ຍ້ອນວ່າ ການນໍາສະໄໝ ແມ່ນເປັນທີສາມ ເມື່ອເວົ້າເຖິງຄວາມຕ້ອງການ
ຕາມບູລິມະສິດຂອງຄົນ ຮອງຈາກອາຫານ ແລະທີ່ຢູ່ອາໄສ.”
ນັບແຕ່ການສິ້ນສຸດລົງຂອງການກະບົດເປັນເວລາ 10 ປີ ຂອງພວກນິຍົມລັດທິເໝົາເຈີຕຸງ
ໃນປີ 2006 ຊຶ່ງຕິດຕາມມາດ້ວຍການຮວບຮວມ ເອົາອະດີດພວກກະບົດດັ່ງກ່າວ ເຂົ້າມາ
ຮ່ວມໃນການສ້າງຕັ້ງລັດຖະບານ ໃນປີ 2007 ແລະການລົບລ້າງລະບອບກະສັດ ຫລືລາ
ຊາທິປະໄຕ ໃນປີ 2008 ນັ້ນ ເນປາລແມ່ນໄດ້ປະສົບກັບວິກິດການທາງການເມືອງຄັ້ງ
ແລ້ວ ຄັ້ງເຫລົ່າ.
ປະເທດດັ່ງກ່າວບໍ່ ໄດ້ມີສະພາແຫ່ງຊາດ ມາເປັນເວລາຫລາຍກວ່ານຶ່ງປີແລ້ວ ລຸນຫລັງ
ທີ່ພັກການເມືອງໃຫຍ່ຕ່າງໆ ບໍ່ສາມາດຂຽນລັດຖະທໍາມະນູນໃຫ້ທັນເວລາອີກຄັ້ງນຶ່ງ
ແລະບໍ່ສາມາດບັນລຸຄວາມເປັນເອກະສັນກັນໄດ້ ກ່ຽວກັບໂຄງຮ່າງຂອງລັດຖະບານ.
ສະພາບການເມືອງທີ່ເປັນອໍາມະພາດນັ້ນ ບໍ່ພຽງແຕ່ໄດ້ກະທົບຕໍ່ຊີວິດການເປັນຢູ່ປະຈໍາ
ວັນຂອງຄົນຢູ່ໃນເນປາລເທົ່ານັ້ນ ມັນຍັງມີຜົນກະທົບຢ່າງເລິກເຊິ່ງຕໍ່ຄວາມເຊື່ອໝັ້ນຂອງ
ປະຊາຊົນ ຕໍ່ລັດຖະບານອີກດ້ວຍ. ການຢັ່ງຫາງສຽງເມື່ອມໍ່ໆມານີ້ ໄດ້ພົບວ່າ ຖ້າຫາກມີ
ການເລືອກຕັ້ງ ສະພາຮ່າງລັດຖະທໍາມະນູນໃນມື້ອື່ນນີ້ ພົນລະເມືອງຫລາຍກວ່າ 50 ເປີ
ເຊັນຂອງປະເທດ ກໍບໍ່ຮູ້ວ່າ ຈະປ່ອນບັດເອົາໃຜດີ.
ທ່ານ Kunda Dixit ບັນນາທິການຂອງໜັງສືພິມ Nepali Times ເວົ້າວ່າ ເຖິງແມ່ນວ່າ
ອາດຈະເປັນການມອງເບິ່ງໄປໃນແງ່ດີທີ່ຈະຄິດວ່າ ປະເທດນຶ່ງ ສາມາດທີ່ຈະກ້າວອອກ
ຈາກສົງຄາມກາງເມືອງ ໄປສູ່ສັນຕິ ພາບ ແລະຈາກລະບອບລາຊາ ໄປສູ່ການປົກຄອງ
ແບບສາທາລະນະໄດ້ ໃນເວລາບໍ່ເທົ່າໃດປີ ໂດຍບໍ່ມີບັນຫາຫຍຸ້ງຍາກກໍຕາມ ແຕ່ພວກ
ຜູ້ນໍາທາງການເມືອງ ກໍໄດ້ພາດໂອກາດສໍາຄັນໄປຫລາຍໆຄັ້ງ ໃນການທີ່ຈະກໍານົດໂຄງ
ຮ່າງລັດຖະບານໃໝ່ ທີ່ຈະນໍາໄປສູ່ສະຖຽນລະພາບ, ການພັດທະ ນາ, ແລະ ການເຕີບໂຕ
ທາງເສດຖະກິດນັ້ນ. ທ່ານ Dixit ໃຫ້ຄໍາເຫັນວ່າ:
“ໃນດ້ານເສດຖະກິດພາຍໃນໂດຍກົງນັ້ນ ການທີ່ພວກນັກການເມືອງບໍ່
ສາມາດຕົກລົງກັນໄດ້ ພາໃຫ້ພວກເຮົາບໍ່ມີ ງົບປະມານຢ່າງເຕັມສ່ວນ
ມາເປັນປີທີສາມ ລຽນຕິດກັນແລ້ວ ຊຶ່ງໄດ້ມີ ຜົນກະທົບຕໍ່ທຸກສິ່ງທຸກຢ່າງ
ຕໍ່ໂຄງລ່າງພື້ນຖານ, ຕໍ່ເງິນເດືອນ ແລະຕໍ່ໂຄງການໄລຍະຍາວຕ່າງໆ. ”
ທ່ານ Dixit ເວົ້າອີກວ່າ ສິ່ງດຽວທີ່ຄໍ້າຊູເສດຖະກິດຂອງເນປາລ ເຮັດໃຫ້ມັນບໍ່ພັງລົງນັ້ນ
ກໍຄືເງິນທີ່ໂອນເຂົ້າປະເທດຫລາຍກວ່າ 4 ພັນລ້ານໂດລາຕໍ່ປີ ຈາກຄົນງານເນປາລທີ່
ເຮັດວຽກຢູ່ຕ່າງປະເທດ ຊຶ່ງເທົ່າກັບປະມານ 22 ເປີເຊັນ ຂອງຜະລິດຕະພັນລວມພາຍ ໃນ ຫລື GDP ຂອງປະເທດ.
ທ່ານ Deepak Pandey ຜູ້ອໍານວຍການສະຖາບັນສຶກສາແຫ່ງນຶ່ງກໍເປັນຜູ້ນຶ່ງໃນຈໍານວນ
ຄົນໜຸ່ມໃນເນປາລ ທີ່ກໍາລັງຄຶດຈະໜີໄປຊອກ ເຮັດວຽກຢູ່ຕ່າງປະເທດ.
ການຮຽກຮ້ອງໃຫ້ມີການນັດຢຸດງານຢູ່ເລື້ອຍໆ ໂດຍພັກການເມືອງຕ່າງໆ ເຮັດໃຫ້ເປັນການ
ຍາກສໍາລັບນັກຮຽນທີ່ຈະເຂົ້າໄປຮຽນໃນສະຖາບັນຂອງທ່ານ Pandey ແລະທ່ານເວົ້າວ່າ
ມີຫລາຍຄົນຊອກວຽກຍາກຫລາຍຢູ່ໃນເນປາລ ພາຍຫລັງທີ່ໄດ້ຮຽນຈົບໄປແລ້ວ. ທ່ານ Pandey ສະແດງຄໍາເຫັນວ່າ:
”ພວກຊາວໜຸ່ມບໍ່ຮູ້ສຶກວ່າ ມີຄວາມຮູ້ສຶກອຸ່ນອ່ຽນໃຈຢູ່ໃນປະເທດ ຍ້ອນການ
ຂາດສະຖຽນລະພາບນີ້. ພວກ ເຂົາເຈົ້າຮູ້ສຶກຄ້າຍຄືກັບວ່າ ບໍ່ມັນມີປະໂຫຍດ
ຫຍັງ ທີ່ແມ່ນແຕ່ຈະດຸໝັ່ນເຮັດວຽກໜັກ.
ສໍາລັບໃນປັດຈຸບັນນີ້ ທ່ານ Pandey ແລະຊາວເນປາລຄົນອື່ນໆແມ່ນ ພາກັນມອງເບິ່ງໄປ
ຍັງການເລືອກຕັ້ງ ທີ່ຈະຈັດຂຶ້ນໃນວັນທີ 19 ເດືອນ ພະຈິກປີນີ້ ເພື່ອປ່ອນບັດເອົາຜູ້ແທນ
491 ຄົນຂອງສະພາຮ່າງລັດຖະທໍາມະນູນຊຸດໃໝ່ ໃນຄວາມຫວັງວ່າ ບັນດາພັກການ
ເມືອງຕ່າງໆ ຈະສາມາດປະລະຄວາມເຫັນຂັດແຍ້ງກັນຕ່າງໆໄວ້ຕ່າງຫາກ ແລ້ວຫັນມາ
ຮ່າງລັດຖະທໍາມະນູນສະບັບນຶ່ງຂຶ້ນມາ ແລະຄິດເຫັນອານາຄົດຂອງປະເທດຊາດເປັນສິ່ງ
ສໍາຄັນເໜືອສິ່ງໃດໝົດ.
ຄວາມຫວັງດັ່ງກ່າວ ແມ່ນເປັນສິ່ງດຽວກັນກັບທີ່ຈີນແລະອິນເດຍ ສອງປະເທດເພື່ອນບ້ານ
ຍັກໃຫຍ່ທາງເສດຖະກິດຂອງເນປາລ ຫວັງຢາກໃຫ້ມີເຊັ່ນກັນ ເພາະປະເທດເຫລົ່ານີ້ຢ້ານ
ວ່າການບໍ່ມີສະຖຽນລະພາບໃດໆຢູ່ໃນອະດີດລາດຊະອານາຈັກໃນເຂດພູເຂົາຫິມະໄລ
ແຫ່ງນີ້ ອາດຈະແຜ່ລາມຂ້າມຊາຍແດນໄປຮອດປະເທດຂອງຕົນໄດ້.
ເບິ່ງວີດິໂອພາສາລາວ ກ່ຽວກັບການລົງທຶນຂອງຈີນ ຢູ່ໃນເນປາລ: