ເມື່ອເວລາເຮົາຈໍາເປັນຕ້ອງໄປຖ່າຍ ເຮົາກໍຕ້ອງໄປ ເພາະວ່າເຮົາບໍ່ສາມາດຈະອົດກັ້ນມັນໄວ້ໄດ້ ຊຶ່ງກໍເປັນເລື້ອງທໍາມະຊາດ ແລະ ສຳລັບຄົນເນປານສ່ວນຫລາຍແລ້ວ ກໍແມ່ນແລ່ນອອກ ໄປຫາທໍາມະຊາດແທ້ໆ ຄືອອກໄປຖ່າຍຫລືປົດທຸກຢູ່ນອກເຮືອນ ຢູ່ແຄມນໍ້າຫລືວ່າຢູ່ກາງທົ່ງ. ທ່ານ Roshan Raj Shrestha ຊຶ່ງເຮັດວຽກນຳອົງການສະຫະປະຊາຊາດວ່າດ້ວຍບ່ອນຢູ່ອາໃສ ຫລື UN Habitat ທີ່ນະຄອນຫລວງກາດມັນດູ ໃຫ້ຄວາມເຫັນວ່າ:
"ເຂົາເຈົ້າຮູ້ສຶກວ່າການຖ່າຍໜັກຢູ່ກາງທົ່ງ ຫລືໃນບ່ອນກາງແຈ້ງນັ້ນ ມັນຮູ້ສຶກສະບາຍໃຈຫລາຍສໍາລັບເຂົາເຈົ້າ ຢູ່ໃນເຂດຊົນນະບົດຂອງປະເທດ."
ທ່ານ Shrestha ເວົ້າວ່າ ເກືອບ 60% ຂອງພົນລະເມືອງເນປານບໍ່ມີຫ້ອງນໍ້າຢູ່ໃນເຮືອນ. ນີ້ກໍໝາຍຄວາມວ່າ ປະມານ 16 ລ້ານຄົນ ແມ່ນພາກັນຖ່າຍໜັກຢູ່ຂ້າງນອກ. ທ່ານ Shrestha ກ່າວຕໍ່ໄປວ່າ:
"ເຫດຜົນນຶ່ງກໍແມ່ນວ່າ ເຂົາເຈົ້າບໍ່ສາມາດລົງທຶນສ້າງຫ້ອງນໍ້າ ແລະເຂົາເຈົ້າກໍຮູ້ສຶກວ່າ ການຖ່າຍໜັກໃນທີ່ກາງແຈ້ງ ກໍແມ່ນເຮັດໄດ້ສະບາຍສົມຄວນສໍາລັບ ເຂົາເຈົ້າ ດັ່ງນັ້ນເຂົາເຈົ້າຈຶ່ງບໍ່ຄຶດແລະບໍ່ກັງວົນ."
ພວກເຂົາເຈົ້າຄວນຈະກັງວົນຫລືບໍ່? ທ່ານ Shrestha ເວົ້າວ່າພວກເຂົາເຈົ້າຄວນຈະກັງ ວົນແລະຄຶດເຖິງບັນຫານີ້ ຖ້າຫາກວ່າເຂົາເຈົ້າເປັນຫ່ວງນໍາສຸຂະພາບຂອງຕົນ. ທ່ານຊີ້ແຈງວ່າ:
"ໃນປີແລ້ວນີ້ ໃນໄລຍະພຽງ 2 ເດືອນ ປະຊາຊົນປະມານ 300 ຄົນເສຍຊີວິດໄປ ຍ້ອນພະຍາດໂຣຄາຕ່າງໆທີ່ເກີດຈາກນໍ້າ ແລະຍ້ອນໂຣກທ້ອງຂີ້ຮາກ ຫລືອະຫິວາໂດຍສະເພາະ. ແລະເຫດຜົນນຶ່ງໃນຫລາຍໆເຫດຜົນກໍແມ່ນວ່າຢູ່ໃນຂົງ ເຂດເຫລົ່ານັ້ນບໍ່ມີຫ້ອງນໍ້າເລີຍ."
ມີຄົນຫລາຍຄົນຢູ່ເນປານທີ່ຖ່າຍໜັກຢູ່ກາງທົ່ງຫລືຕາມແຄມນໍ້າ ຊຶ່ງເຮັດໃຫ້ນໍ້າຈາກເທິງ ໜ້າດິນແລະໃຕ້ພື້ນດິນທີ່ເອົາມາໃຊ້ດື່ມແລະເຮັດອາຫານກິນນັ້ນ ຖືກປົນເປື້ອນດ້ວຍອາຈົມ ທີ່ໄຫລໄປຕາມກະແສນໍ້າຫລືຊຶມລົງໄປໃສ່ນໍ້າໃນບໍ່ໃຕ້ພື້ນດິນສົ່ງຜົນກະທົບຕໍ່ສຸຂະພາບຂອງ ປະຊາຊົນພາໃຫ້ເກີດໂຣກທ້ອງສຸ ແມ່ທ້ອງແລະໂຣກກະເພາະອັກເສບຢ່າງແຜ່ຫລາຍ.
ກຸ່ມນັກພັດທະນາໄດ້ໃຊ້ຄວາມພະຍາຍາມຕັ້ງຫລາຍປີ ໃນການຊີ້ໃຫ້ເຫັນເຖິງການພົວພັນ ກັນລະຫວ່າງການຖ່າຍໜັກຢູ່ນອກເຮືອນ, ສຸຂະພາບຊຸດໂຊມແລະຄວາມສາມາດຜະລິດໃນລະດັບຕໍ່າ. ແຕ່ວ່າ ການໃຊ້ປ້າຍໂຄສະນາປຸກລະດົມແລະການສັ່ງສອນໃນເລື້ອງນີ້ບໍ່ໄດ້ຜົນ ຢູ່ສະເໝີໄປ. ແຕ່ໃນທາງກົງກັນຂ້າມ ການເຮັດໃຫ້ອັບອາຍກັບເປັນວີທີທີ່ໃຊ້ໄດ້ຜົນດີທີ່ສຸດ.
ທ່ານ Lal Shrestra ທີ່ເຮັດວຽກນຳ ອົງການ UNICEF ໃນເນປານເວົ້າວ່າ ໄດ້ມີການລະດົມເອົາເດັກນ້ອຍໃນທົ່ວປະເທດ ໃຫ້ພາກັນຜີວປາກ ໃສ່ຜູ້ໃດທີ່ໄປຖ່າຍຢູ່ແຄມນໍ້າ ຫລືໃນທົ່ງກາງແຈ້ງນັ້ນ. ທ່ານອະທິບາຍວ່າ:
"ຕອນເຊົ້າໆ ພວກເຂົາເຈົ້າຈະພາກັນໄປຍັງຕາຝັ່ງແມ່ນໍ້າ ຫລືບ່ອນກາງແຈ້ງ ບ່ອນທີ່ພວກຄົນໄປຖ່າຍໜັກ. ພວກເຂົາເຈົ້າຈະໄປທີ່ນັ້ນ ແລະກໍຈະຜິວປາກ ຢູ່ທີ່ນັ້ນ. ຂ້າພະເຈົ້າໝາຍຄວາມວ່າ ພວກເຂົາເຈົ້າເຮັດໃຫ້ພວກທີ່ໄປຖ່າຍໜັກ ຢູ່ຕາມເດີ່ນທີ່ເປີດແປນນັ້ນ ໂມໂຫແລະຮູ້ສຶກໜ້າອາຍ."
ທ່ານ Shresta ເວົ້າວ່າ ພວກເດັກນ້ອຍພາກັນເດີນທາງໄປກວດຕະເວນຕາມຖະໜົນ ຫົນທາງ ແລະຕາມແຄມນ້ຳເປັນກຸ່ມໆ ເພື່ອເຮັດໃຫ້ພວກຕົນມີຄວາມໝັ້ນໃຈຫລາຍຂຶ້ນ. ສ່ວນພວກທີ່ຖືກຜີວປາກໃສ່ນັ້ນ ແນ່ນອນແມ່ນບໍ່ຄ່ອຍຈະໝັ້ນໃຈປານໃດວ່າຕົນກໍາລັງເຮັດ ໃນສິ່ງທີ່ຖືກຕ້ອງຫລືບໍ່. ທ່ານກ່າວວ່າ:
"ມັນເປັນເລຶ່ອງທີ່ໜ້າສົນໃຈຫລາຍ. ພວກຄົນທີ່ໄປຖ່າຍຫັ້ນ ເຂົາເຈົ້າຮູ້ສຶກເສົ້າ ໃຈທີ່ມີຄົນໄປລົບກວນ ແຕ່ເລື່ອງມັນກໍຄືວ່າ ພວກເຂົາເຈົ້າຕ້ອງມີຄວາມຮູ້ສຶກວ່າ ພວກເຂົາເຈົ້າເຮັດໃນສິ່ງທີ່ຜິດ. ມີບາງຄົນທີ່ສະແດງປະຕິກິລິຍາຕອບ ແຕ່ຕໍ່ມາ ເຂົາເຈົ້າກໍສໍານຶກໄດ້ວ່າ ພວກເດັກນ້ອຍເຫລົ່ານີ້ ແມ່ນໄດ້ພາກັນເຮັດໃນສິ່ງທີ່ດີແລະຖືກຕ້ອງ."
ທ່ານ Lal Shrestra ກ່າວຕື່ມວ່າ ນອກນັ້ນ ພວກເດັກນ້ອຍຍັງພາກັນປັກທຸງໃສ່ເຂດຫລືບໍລິເວນທີ່ຄົນໄປຖ່າຍໜັກໃສ່ນັ້ນ ຄືກັນກັບປັກທຸງໝາຍພື້ນທີ່ ບ່ອນທີ່ມີລະເບີດຝັງດິນ ຊຶ່ງ ທ່ານຊີ້ແຈງດັ່ງນີ້:
"ພວກເດັກນ້ອຍເຫລົ່ານີ້ຢາກໃຫ້ຄົນທັງຫລາຍຮູ້ວ່າ ບ່ອນໃດເປັນບ່ອນທີ່ຜູ້ຄົນ ມັກໄປຖ່າຍໃສ່ນັ້ນ ແລະຢູ່ບ່ອນຫັ້ນ ມັນເປື້ອນເປີຫລາຍສໍ່າໃດ."
ແຕ່ວ່າ ກຸ່ມນຶ່ງຢູ່ບ້ານ ຊີດິບເປີ ກຳລັງໃຊ້ວິທີການນຶ່ງທີ່ເຮັດໃຫ້ຄົນຕື່ນຕົກໃຈ ໂດຍການບອກໃຫ້ຄົນຮູ້ວ່າ ໃນປີນຶ່ງໆ ພວກເຂົາເຈົ້າກິນອາຈົມ 2 ກິໂລ ຍ້ອນການບໍ່ໄດ້ລ້າງມືໃຫ້ຖືກວິທີ ຫລືໃຊ້ພາສະນະໃສ່ນ້ຳກິນທີ່ບໍ່ສະອາດ. ອີກອົງການນຶ່ງຢູ່ Darechwork ໃກ້ກັບເມືອງ Kurintar, ໃຊ້ວິທີທີ່ຄິດວ່າຈະໄດ້ ຜົນຫລາຍກ່ວານັ້ນ ຄືຈ່າຍເງິນໃຫ້ຄົນທີ່ໃຊ້ວິດຖ່າຍ. ຢູ່ຕາມທາງຫລວງ ມີປ້າຍໂຄສະນາຕິດຢູ່ແຄມທາງເປັນໄລຍະໆ ຊຶ່ງມີເນື້ອໃນວ່າ “ໄປຖ່າຍເບົາ ຢູ່ຫ້ອງນ້ຳ ແລ້ວຈະໄດ້ເງິນນື່ງຣູປີ.”
ປາກົດວ່າ ການລົງທຶນໃນດ້ານນີ້ ກໍາລັງໄດ້ຜົນຢ່າງຊ້າໆ. ທ່ານ Kabir Rajbhandari ຜູ້ຈັດການໂຄງການຂອງອົງການ WaterAid ຫລື ການຊ່ວຍເຫລືອນໍ້າຢູ່ເນປານນັ້ນເວົ້າວ່າ ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ຫລາຍກວ່າ 78 ປະຊາຄົມ ທີ່ທາງອົງການ WaterAid ໄດ້ເຂົ້າໄປເຮັດວຽກນຳນັ້ນ ໄດ້ຖືກປະກາດວ່າ ເປັນປະຊາຄົມທີ່ປອດຈາກການ ຖ່າຍໜັກຢູ່ນອກເຮືອນແລ້ວ. ແລະທ່ານກ່າວວ່າ ມີອຳນາດການປົກຄອງທ້ອງຖິ່ນໃນຈໍານວນ ຫລາຍຂຶ້ນ ທີ່ພາກັນວາງເປົ້າໝາຍທີ່ຈະລົບລ້າງການຖ່າຍໜັກຂອງປະຊາຊົນຢູ່ກາງແຈ້ງນັ້ນ. ທ່ານກ່າວຕໍ່ໄປວ່າ:
"ຂ້າພະເຈົ້າກໍບໍ່ສາມາດເວົ້າໄດ້ຢ່າງແນ່ນອນວ່າ ມັນເປັນເລື້ອງການເມືອງ ແຕ່ເປັນຍ້ອນຄວາມໝັ້ນໝາຍຂອງປະຊາຊົນ ແລະຄວາມກົດດັນທີ່ເຂົາເຈົ້າໃຊ້ຕໍ່ເທດສະ ບານເມືອງ ແລະໃນບາງຂົງເຂດບ່ອນທີ່ມີ ໄພຫາຍະນະດ້ານສຸຂະພາບໃນປີແລ້ວນີ້ ແລະໃນປີນີ້."
ຢ່າງໃດກໍຕາມເຖິງແມ່ນວ່າຊາວເນປານຢາກຈະປ່ຽນແປງວິທີການໄປໃຊ້ຫ້ອງນໍ້າຂອງເຂົາເຈົ້າ ພວກເຂົາເຈົ້າກໍບໍ່ມີເງື່ອນໄຂທີ່ຈະປ່ຽນໄດ້. ຫ້ອງນ້ຳສ່ວນລວມກໍມັກຈະບໍ່ໄດ້ຮັບການບົວລະ ບັດຮັກສາດີ ໂດຍປ່ອຍໃຫ້ມັນເປື້ອນເປິະແລະມີກິ່ນເໝັນຫລາຍຈົນຮອດບໍ່ຢາກກາຍໄປໃກ້. ນອກນັ້ນ ທ່ານ Rajbhandari ເວົ້າວ່າ ປະເທດນີ້ຂາດລະບົບລະບາຍນ້ຳເສຽແລະສຸຂະ ພິບານ.