ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມ​ວຸ້ນວາຍ​ໃນ​ເນ​ປານ


ພວກປະທ້ວງຊາວເນປານທີ່ນິຍົມ ເມົາເຈຕຸງ
ພວກປະທ້ວງຊາວເນປານທີ່ນິຍົມ ເມົາເຈຕຸງ

ພວກ​ຮ້ານ​ຄ້າໂຮງຮຽນ​ແລະ​​ໂຮງການ​ລັດຖະບານທັງຫລາຍໄດ້ປິດ​ລົງ​ໃນ​ທົ່ວ​ປະ​ເທດ​ເອ​ເຊຍໃຕ້​ແຫ່ງ​ນີ້ແລະ​ມີ​ຍານພາຫະນະ​ພຽງ​ບໍ່​ເທົ່າໃດ​ຄັນ​ແລ່ນ​ຕາມ​ຖະໜົນ​ຫົນທາງ.

ວັນ​ຈັນ​ມື້​ນີ້​ເປັນ​ມື້​ທີ​ສອງ​ຂອງ​ການ​ນັດ​ຢຸດ​ງານ​ທົ່ວ​ປະ​ເທດຂອງ​ພວກຝ່າຍ​ຄ້ານ​ທີ່​ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງ​ໃນເນ​ປານທີ່​ມີ​ວັດ​ຖຸປະສົງ​ເພື່ອ​ກົດ​ດັນ​ໃຫ້​ຄນະລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ພວກ​ຮ້ານ​ຄ້າ ​ໂຮງຮຽນ​ແລະໂຮງການ​ລັດຖະບານທັງຫລາຍໄດ້ປິດ​ລົງ​ໃນ​ທົ່ວ​ປະ​ເທດ​ເອ​ເຊຍ​ໃຕ້​ແຫ່ງ​ນີ້ແລະ​ມີ​ຍານພາຫະນະ​ພຽງ​ບໍ່​ເທົ່າໃດ​ຄັນ​ແລ່ນ​ຕາມ​ຖະໜົນ​ຫົນທາງ.

ໃນວັນ​ອາທິດ​ວານ​ນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ນາຍົກລັດຖະມຸນຕີ Madhav Kumar ​Nepal ​ປະຕິ​ເສດບໍ່​ຍອມ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ສະມາຊິກ​ພັກ​ທີ່​ນິຍົມ​ລັດທິ​ເໜົາ​ເຈີ​ຕຸ​ງຫລາຍ​ໝື່ນ​ຄົນ​ພ້ອມ​ດ້ວຍ​ພວກ​ສະໜັບສະໜຸນໄດ້ພາກັນເດີນ​ຂະ​ບວນໄປ​ຕາມ​ຖະໝົນຫົນທາງ​ສາຍ​ຕ່າງໆ​ໃນ​ນະຄອນຫລວງ​ກັດ​ມັນ​ດູ​. ຜູ້ນຳ​ຂອງ​ພັກ Maoist ອະດີດ​ນາຍົກລັດຖະມຸນຕີ Pushpa Kamal Dahal ທີ່​ຮູ້ຈັກ​ກັນ​ດີໃນ​ຊື່ ປຣະຈັນ​ດາ​ນັ້ນ ກ່າວວ່າ ພວກ​ຕົນ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດນອກຈາກ​ພາກັນ​ທຳ​ການປະ​ທ້ວງ​ເທົ່າ​ນັ້ນ.

ການ​ເຈລະຈາ​ລະຫວ່າງ​ພັກ​ທີ່​ນິຍົມ​ລັດທິ​ເໝົາ ທີ່​ໄດ້​ຮັບ​ບ່ອນ​ນັ່ງ​ຫລາຍ​ກວ່າ​ໝູ່​ໃນ​ສະພາ ​ແລະ​ສອງ​ພັກ​ການ​ເມືອງ​ທີ່​ສຳຄັນ​ຂອງ​ເນ​ປານ​ໄດ້​ພັງ​ທະລາ​ຍລົງ​ໃນ​ວັນ​ເສົາ​ຜ່ານ​ມາ.

XS
SM
MD
LG