ຕໍາຫລວດເນປາລໄດ້ທໍາການຈັບກຸມ ພວກອົບພະຍົບທິເບດ ຫລາຍກວ່າ 60 ຄົນ
ໃນເຊົ້າວັນອັງຄານມື້ນີ້ ຂະນະທີ່ພວກເຂົາເຈົ້າພາກັນເດີນຂະບວນ ສະແດງການສະ
ໜັບສະໜຸນພວກພະສົງສາສະໜາພຸດ ທີ່ພາກັນເອົາໄຟເຜົາໂຕຕາຍ ເພື່ອປະທ້ວງຕໍ່
ການປົກຄອງຂອງຈີນ ໃນບ້ານເກີດເມືອງນອນຂອງເຂົາເຈົ້ານັ້ນ.
ຕໍາຫລວດກ່າວວ່າ ພວກປະທ້ວງຖືກຈັບກຸມ ຫລັງຈາກພວກເຂົາເຈົ້າພາກັນໂຮຮ້ອງຄໍາຂວັນຕ່າງໆຕໍ່ຕ້ານຈີນ ໃນລະຫວ່າງການທໍາພິທີສວດມົນຢູ່ນອກວັດແຫ່ງນຶ່ງ ໃນເຂດຊານເມືອງຫລວງກັດມັນດຸ.
ທາງການເນປາລໄດ້ເພີ່ມທະວີການປາບປາມຂອງຕົນຂຶ້ນ ຕໍ່ການໂຮມຊຸມນຸມກັນຂອງພວກຊາວທີເບດພັດຖ່ິນນັ້ນ.
ໃນວັນຈັນວານນີ້ ຫົວໜ້າກອງທັບຈີນ ນາຍພົນ Chen Bingde ກ່າວວ່າ ກຸງປັກກິງແມ່ນເຫັນພ້ອມນໍາ ຈຸດຢືນຢ່າງໜັກແໜ້ນຂອງເນປາລ ກ່ຽວກັບເລື້ອງຕ່າງໆທີ່ພົວພັນກັບທິເບດນັ້ນ.
ນາຍພົນ Chen ໄດ້ຖະແຫລງເຊ່ນນີ້ໃນກຸງປັກກິງໃນລະຫວ່າງການ ຢ້ຽມຢາມຂອງຄູ່ຕໍາແໜ່ງຈາກເນປາລ ຄື ນາຍພົນ Chhatraman Singh Gurung ທີ່ໄດ້ຢືນຢັນອີກຄັ້ງໃໝ່ ຄໍາໝັ້ນສັນຍາຂອງທ່ານທີ່ຈະບໍ່ປ່ອຍໃຫ້ມີການເຄື່ອນໄຫວຕໍ່ຕ້ານຈີນມີຂຶ້ນຈັກເທືອ ໃນດິນແດນຂອງເນປາລນັ້ນ.