ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນປານ ບັນລຸຄວາມຄືບໜ້າ ດ້ານການເມືອງ ທີ່ໄດ້ຊັກຊ້າ ມາດົນນານ


ຜູ້ຊາຍຄົນນຶ່່ງ ຢ່າງຜ່ານເຮືອນຊານທີ່ເພພັງຈາກ ແຜ່ນດິນໄຫວ ເມື່ອເດືອນແລ້ວນີ້ ທີ່ປະເທດເນປານ.
ຜູ້ຊາຍຄົນນຶ່່ງ ຢ່າງຜ່ານເຮືອນຊານທີ່ເພພັງຈາກ ແຜ່ນດິນໄຫວ ເມື່ອເດືອນແລ້ວນີ້ ທີ່ປະເທດເນປານ.

ບັນດາ​ພັກ​ການ​ເມືອງຕ່າງໆ ​ທີ່​ມີການແຕກແຍກກັນຢ່າງຮ້າຍ
ແຮງໃນເນປານ ​ ​ໄດ້​ບັນລຸ​ຂໍ້​ຕົກລົງ ທີ່​ອາດຈະ​ນຳ​ໄປ​ສູ່ການ​ຮ່າງ
​ລັດຖະທຳ​ມະນູ​ນ ທີ່​ໄດ້​ຊັກ​ຊ້າ​ມາ​ເປັນ​ເວລາ​ດົນນານ.

​ຄວາມຄືບໜ້າດັ່ງກ່າວໄດ້ບັນລຸກັນ ​ໃນ​ຕອນແລງ​ວັນ​ຈັນ​ວານ
​ນີ້ ​ໂດຍ​ສີ່​ພັກ​ການ ​ເມືອງ​ທີ່ສຳຄັນ​ຂອງ​ເນ​ປານ ຊຶ່ງອາດ​ຈະ​ແບ່ງ
ປະ​ເທດທີ່ຕັ້ງຢູ່ໃນເຂດພູຫິມະໄລນີ້ ອ​ອກ​ເປັນ​ແປດ​ລັດ​ຂອງລັດ
ຖະບານ​ກາງ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຮ່າງ​ລັດຖະທຳ​ມະ
ນູນ ສາມາດທີ່​ຈະມີການຮ່າງຂຶ້ນ ໃນ​ເດືອນ​ກໍ​ລະ​ກົດນີ້. ຮ່າງ​ລັດ
ຖະທຳມະນູນ​ໃດໆກໍຕາມ ແມ່ນຕ້ອງການຄະແນນ​ສອງ​ສ່ວນ​ສາມ ຈຶ່ງຈະ​ຜ່ານສະພາໄດ້.

​ສະພາເນປານ ແມ່ນມີໜ້າທີ່​ຮ່າງ​ກົດໝາຍລັດຖະທຳມະນູນໃຫ້ແລ້ວໃນ​ປີ 2010 ​ແຕ່​
ໄດ້​ມີການຕໍ່ສູ້ກັນ​ດ້ານ​ການ​ເມືອງຢ່າງຮ້າຍແຮງທີ່ພາໃຫ້ມີການພາດເສັ້ນ​ຕາຍ ​ຢູ່​ຢ່າງ​ຕໍ່ເນື່ອງຕະຫລອດມາ.

ຈຸດສຳຄັນ​ຢ່າງ​ນຶ່ງທີ່​ບໍ່​ເຫັນ​ພ້ອມ​ນຳ​ກັນ​ ແມ່ນເລື້ອງ​ເຂດ​ແດນ​ລັດ​ໃໝ່ຂອງລັດຖະບານ
​ກາງ​ເນ​ປານນັ້ນ ​ຈະ​ກຳນົດຂຶ້ນໂດຍອີ​ງ​ເອົາ​ຕາມ​ຊົນ​ເຜົ່າຫລື​ເນື້ອ​ທີ່ດ້ານພູມີສາດ.

ບັນ​ຫາດັ່ງກ່າວ ​ໄດ້​ຖືກປ່ອຍ​ໄວ້​ໂດຍ​ບໍ່​ມີການຕັດສິນ​ໃດໆ ພາຍ​ໃຕ້​ຂໍ້ຕົກລົງທີ່ມີການ​ປະນີປະນອມ​ກັນ. ​ ຄະນະ​ກຳມະການລັດຖະບານ​ກາງ ຈະ​ຖືກຕັ້ງຂຶ້ນເພື່ອ ​ແບ່ງປັນ
ເຂດ​ແ​ດນພາຍ​ໃນ.

ການ​ຕົກລົງນີ້​ຍັງ​ບໍ່ໄດ້ເນັ້ນ​ໜັກ​ວ່າ​ຈະໃສ່​ຊື່ບັນດາ​ລັດຕ່າງໆ​ຢ່າງ​ໃດ ຊຶ່ງ​ເປັນ​ບັນ​ຫາຂັດ
​ແຍ້​ງກັນອີກ​ຢ່າງ​ນຶ່ງ.

​ເຖິງ​ຢ່າງ​ໃດ​ກໍດີ ບັນດາ​ຜູ້ນຳ​ທຸກ​ຝ່າຍ ​ໄດ້​ສັນລະ​ເສີນ​ການ​ຕົກລົງນີ້​ວ່າ​ ມີຄວາມ ສຳຄັນ
ປະຫວັດສາດ ​ໂດຍ​ກ່າວ​ວ່າ ​ມັນ​ຈະ​ອະ​ນຸຍາດ​ໃຫ້​ເນ​ປານ ສ້າ​ງສາຫລັງ​ຈາກໄດ້ເກີດ
ແຜ່ນດິນ​ໄຫວໃນ​ເດືອນ​ເມສາ ​ແລະ​ພຶດສະພາ.

XS
SM
MD
LG