ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນຜູ້ເສຍຊີວິດ ເພີ້ມຂຶ້ນອີກ ຈາກໄພແຜ່ນດິນໄຫວ ທີ່ເນປານ


ພວກພະນັກງານຊ່ອຍກູ້ໄພ ກຳລັງຊ່ອຍຜູ້ປະສົບໄພ ທີ່ສະໜາມບິນ ຢູ່ເນປານ
ພວກພະນັກງານຊ່ອຍກູ້ໄພ ກຳລັງຊ່ອຍຜູ້ປະສົບໄພ ທີ່ສະໜາມບິນ ຢູ່ເນປານ

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​
ຈາກ​ໄພ​ແຜ່ນດິນ​ໄຫວ​ໃນ​ວັນ​ເສົາ​ຜ່ານ​ມາ ທີ່​ເນ​ປານ ​ໄດ້​ເພີ້​ມຂຶ້ນ
​ເປັນ​ເກືອບ 5 ພັນ 500 ຄົນ​ແລ້ວ ​ໃນ​ຂະນະ​ພວກ​ທີ​ມຊ່ອຍ​ກູ້​ໄພ
ສືບ​ຕໍ່​ຂຸດ​ຄົ້ນ​ຕາມ​ສິ່ງ​ຫັກ​ພັງ ແລະ​ພວກ​ກຸ່ມ​ຊ່ອຍ​ເຫຼືອ​ດຳ​ເນີນ​ງາ
​ຈັດສົ່ງສະບຽງ​ບັນ​ເທົາ​ທຸກ​ທີ່​ຕ້ອງການທີ່ສຸດນັ້ນ ໄປໃຫ້ພວກ​ທີ່​
ລອດ​ຊີວິດ​ມາໄດ້.

ພວກ​ຊ່ອຍ​ກູ້​ໄພ​ໃນ​ນະຄອນຫຼວງ ກັດ​ມັນ​ດູ ດຶງ​ເດັກ​ໄວ​ລຸ້ນຄົນ​ໜຶ່ງ​
ອອກ ມາ​ຈາກ​ສິ່ງ​ຫັກ​ພັງ​ຂອງ​ອາຄານ​ຫຼັງ​ໜຶ່ງ​ປະມານ 5 ມື້ ຫຼັງ​
ຈາກ​ແຜ່ນດິນ​ໄຫວ​ແຮງ 7.8 ຣິກ​ເຕີ ​ຖົມລາວ​ຢູ່​ໃນ​ກ້ອງ​ອາຄານ.
ຝູງ​ຊົນ​ໃນ​ຂົງ​ເຂດ ພາກັນຮ້ອງ​ເຊຍ​ໃນ​ຂະນະ​ທີ່​ພວກ​ພະນັກງານ
​ຊ່ອຍ​ກູ້​ໄພ ຟ້າວ​ຫາມ​ໄວ​ລຸ້ນຄົນ​ນີ້​ອອກ​ຈາກ​ເຄື່ອງ​ຫາມ​ຄົນ​ເຈັບ​ໄປ​ໃສ່​ລົດ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ Valerie Amos ຫົວໜ້າ​ອົງການ​ຊ່ອຍ​ເຫຼືອ​ດ້ານມະນຸດສະ
ທຳ​ສະຫະ​ປະຊາ​ຊາດ ກຳນົດ​ຈະ​ເດີນທາງ​ໄປ​ຮອດ​ເນ​ປານ​ເພື່ອ​ທຳ​ການ​ຢ້ຽມຢາມ​ເປັນ​ເວລາ 3 ມື້ ​ເພື່ອ​ປະ​ເມິ​ນ​ເບິ່ງ​ການ​ປະຕິບັດ​ງານ​ຊ່ອຍ​ບັນ​ເທົາ​ທຸກ​ຢູ່​ທີ່​ນັ້ນ.

ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫຼືອ​ຢ່າງ​ຮີບ​ດ່ວນ​ໃນ​ວັນ​ພຸດ ວານ​ນີ້ ​ເປັນ​ເງິນ​ຈຳນວນ 415 ລ້ານ​ດອນ​ລາ​ ເພື່ອໃຊ້​ຈ່າຍ​ໃນການສະ ໜອງທີ່ພັກ​ເຊົາ​ຢູ່​ຊົ່ວຄາວ​ສຳລັບ​ພວກ​ປະສົບ​ໄພ 5 ​ແສນ​ຄົນ ຊຶ່ງ​ເວລາ​ນີ້​ກຳລັງ​ຫລັບ​ນອນ​ຢູ່​ໃນ​ທີ່​ກາງ​ແຈ້ງຕະຫລອດ​ທັງ​ຄ່າ​ຢຸກຢາ​ປົວພະຍາດ ນ້ຳແລະ​ເຂົ້າປາ​ອາຫານ​ ສຳລັບພວກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພ​ແຜ່ນ
ດິນ​ໄຫວ​ຫຼາຍ​ລ້ານ​ຄົນ​ນັ້ນ. ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ໄພ​ຫາຍຍະ​ນະ ດັ່ງກ່າວ​ໄດ້​ທຳລາຍ​ບ້ານ​ເຮືອນ 70 ພັນ​ຫຼັງແລະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຕື່ມ​ອີກ​ຫຼາຍ​ກວ່າ 5 ​ແສນ​ຫຼັງ.

​ໃນ​ວັນ​ພຸດ​ວານ​ນີ້​ເຊັ່ນ​ກັນ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ໂອ້​ລົມ ສົນທະນາ​ກັນ​ເລື້ອງ​ຄວາມ​ພະຍາຍາມ​ໃນ​ການ​ຊ່ອຍ​ເຫຼືອ​ຕ່າງໆ​ທາງ​ໂທລະສັບກັບ​ນາຍົກລັດຖະມົນຕີ Sushill Koirala ​ແຫ່ງ​ເນປານ.ສະຫະ ລັດ​ກຳລັງ​ໃຫ້ການ​ຊ່ອຍ​ເຫຼືອ​ເປັນ​ເງິນ​ຈຳນວນ​ຫຼາຍ​ກວ່າ 10 ລ້ານ​ດອນ​ລາ​ ທັງສຳລັບ​ຄວາມ​ຊ່ອຍ​ເຫຼືອ​ໃນ​ທັນທີ ​ເຊັ່ນ​ນ້ຳ​ສະອາດ ​ແລະ​ການ​ຊອກ​ຄົ້ນຫາ​ ແລະການ​ປະຕິບັດ​ງານ​ຊ່ອຍ​ກູ້​ໄພ ​ແລະ​ໃນ​ຄວາມ​ພະຍາຍາມ​ຕ່າງໆ​ເພື່ອ​ຟື້ນ​ໂຕ​ຄືນ​ໃນໄລຍະ​ຍາວ.

ພວກ​ປະຊາຊົນ​ໃນນະຄອນ​ກັດ​ມັນ​ດູ​ໄດ້​ສືບ​ຕໍ່​ພາກັນ​ເດີນທາງ​ອອກ​ຈາກ ​ເມືອງດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ນຳ​ລົດ​ບັສ ​ເພື່ອ​ໄປ​ຫາ​ພວກ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ໃນ​ຂົງ​ເຂດ​ສອກຫຼີກ​ຫ່າງ​ໄກ​ທີ່​ໄດ້​ປະສົບກັບ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.8 ຣິກ​ເຕີ​ນັ້ນ.

ຫຼາຍ​ຄົນ​ໃນ​ເນ​ປານ ​ໄດ້​ມີ​ຄວາມ​ເຫຼືອ​ອົກ​ເຫຼືອ​ໃຈ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ຕອບ​ສະໜອງຢ່າງ​ຊ້າ​ຂອງ​ລັດຖະບານ. ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ພາ​ກັນ​ປະ​ທ້ວງ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ການ​ກີດ​ກັນ​ການ​ຈະລາຈອນ​ໄປມາໃນ​ນະຄອນຫຼວງ​ກັດ​ມັນ​ດູ​.

Nepal Quake
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG