ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການປະທ້ວງ ຕໍ່ຕ້ານການກະທໍາ ຮຸນແຮງ ຕໍ່ຜູ້ຍິງ ຢູ່ໃນເນປາລ


ແຜນທີ່ເນປາລທີ່ເດີນຂະບວນປະທ້ວງ ຕໍ່ການກະທໍາຮຸນແຮງ ຕໍ່ຜູ້ຍິງ ມາເປັນມື້ທີ 10 ລຽນຕິດແລ້ວ ມາຮອດວັນອາທິດ ທີ 6 ມັງກອນນີ້
ແຜນທີ່ເນປາລທີ່ເດີນຂະບວນປະທ້ວງ ຕໍ່ການກະທໍາຮຸນແຮງ ຕໍ່ຜູ້ຍິງ ມາເປັນມື້ທີ 10 ລຽນຕິດແລ້ວ ມາຮອດວັນອາທິດ ທີ 6 ມັງກອນນີ້
ໃນຂະນະດຽວກັນ ຢູ່ທີ່ເນປາລນັ້ນ ພວກເດີນຂະບວນປະທ້ວງ
ຫລາຍຮ້ອຍຄົນ ໄດ້ພາກັນໄປໂຮມຊຸມນຸມ ຢູ່ນອກເຮືອນພັກ
ຂອງນາຍົກລັດຖະມົນຕີ ເພື່ອປະທ້ວງຕໍ່ການກະທໍາຮຸນແຮງ ຕໍ່ຜູ້ຍິງ.

ໃນວັນອາທິດມື້ນີ້ ພວກເດີນຂະບວນໄດ້ເພີ້ມທະວີການຮຽກ
ຮ້ອງໃຫ້ພວກເຈົ້າໜ້າທີ່ເນປາລ ທໍາການປົກປ້ອງຜູ້ຍິງ ໂດຍ
ການສະແດງສາກລະຄອນການທໍາຄວາມຮຸນແຮງຕໍ່ຜູ້ຍິງຢູ່ໃກ້
ເຮືອນຜູ້ນໍາຂອງປະເທດ.

ນາງ Sumitra Dangal ນັກເຄື່ອນໄຫວເພື່ອສິດທິແມ່ຍິງ
ກ່າວວ່າ:

“ການກະທໍາຮຸນແຮງຕໍ່ຜູ້ຍິງ ກໍາລັງເພີ້ມທະວີຂຶ້ນຢູ່ໃນເນປາລ. ພວກກໍາມະ
ກອນ ຍິງໄດ້ ມາເຕົ້າໂຮມກັນໃນມື້ນີ້ ເພື່ອປະທ້ວງຕໍ່ການກະທໍາຮຸນແຮງຕໍ່
ຜູ້ຍິງ ແລະຮຽກຮ້ອງໃຫ້ ລັດຖະບານອອກກົດໝາຍ ທີ່ເຂ້ມແຂງເພື່ອປົກປ້ອງ ແມ່ຍິງ.”


ພວກປະທ້ວງເວົ້າວ່າ ພວກເຂົາເຈົ້າເຊື່ອວ່າ ການເດີນຂະບວນ ຈະພາໃຫ້ປະຊາຊົນ
ຊາວ ເນປາລ ເອົາບົດບາດຫລາຍຂຶ້ນ ໃນການປົກປ້ອງຜູ້ຍິງ.

ການປະທ້ວງໃນວັນອາທິດມື້ນີ້ ແມ່ນເປັນການເດີນຂະບວນທ້ວງມາເປັນມື້ທີ 10 ລຽນຕິດ ແລ້ວ ຢູ່ໃນເນປາລ ເພື່ອຮຽກຮ້ອງໃຫ້ຍຸດຕິການກະທໍາຮຸນແຮງຕໍ່ຜູ້ຍິງ.

ຕໍາຫລວດໄດ້ໄປຍາມຢູ່ບ່ອນປະທ້ວງ ແຕ່ວ່າກໍບໍ່ໄດ້ມີລາຍງານວ່າ ມີການຈັບກຸມແຕ່ຢ່າງ ໃດ.
XS
SM
MD
LG