ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເມືອງໃນເນປາລ


ປະທານພັກ ນິຍົມເໝົາເຊຕຸງ ຂອງເນປາລ ທ່ານ Pushpa Kamal Dahal
ປະທານພັກ ນິຍົມເໝົາເຊຕຸງ ຂອງເນປາລ ທ່ານ Pushpa Kamal Dahal

ອີກ​ຄັ້ງ​ນຶ່ງສະພາແຫ່ງຊາດຂອງ ເນປາລບໍ່ສາມາດເລືອກເອົານາ ຍົກລັດຖະມົນຕີຄົນໃໝ່​ໄດ້ ຊຶ່ງ ​ນັບເປັນເທື່ອທີ 7 ​ແລະໄດ້ແກ່ ຍາວ ວິກິດການທາງດ້ານການ ເມືອງ ຂອງປະເທດ ອອກໄປຕື່ມອີກ.

ສະພາແຫ່ງຊາດ ທີ່ມີສະມາຊິກ 601 ຄົນ ຂອງເນປາລ ໄດ້ປະຊຸມກັນ ໃນວັນອັງຄານ ວານນີ້ ເພື່ອລົງຄະແນນສຽງ ເລືອກເອົານາຍົກລັດຖະມົນຕີຄົນໃໝ່. ແຕ່ປາກົດວ່າ ທັງຜູ້ ນຳຂອງພັກນິຍົມເໝົາເຊຕຸງ ແລະອະດີດນາຍົກລັດຖະມົນຕີ Pushpa Kamal Dahal ແລະທ່ານ Ram Chandra Poudel ຈາກພັກຄອງແກຣັສ ຂອງເນປາລ ຕ່າງກໍບໍ່ໄດ້ ຮັບຄະແນນສຽງ ຢ່າງພຽງພໍ.

ທ່ານ Dahal ໄດ້ຮັບສຽງສະໜັບສະໜຸນ 252 ສຽງ ຂະນະທີ່ທ່ານ Poudel ໄດ້ຮັບ 119 ສຽງ. ເຈົ້າໜ້າທີ່ເວົ້າວ່າ ສະພາແຫ່ງຊາດ ຈະລົງຄະແນນສຽງໃໝ່ອີກໃນວັນທີ 26 ເດືອນນີ້.

ເນປາລ ໄດ້ຕົກຢູ່ໃນວິກິດການ ທາງດ້ານການເມືອງ ນັບແຕ່ນາຍົກລັດຖະມົນຕີ Madhav Kumar Nepal ໄດ້ລາອອກ ໃນເດືອນມິຖຸນາຜ່ານມາ ທ່າມກາງຄວາມກົດດັນຢ່າງແຮງ ຈາກພັກນິຍົມເໝົາເຊຕຸງ ທີ່ຢາກກັບຄືນ ເຂົ້າໄປກຳອຳນາດຄືນໃໝ່. ນັບແຕ່ນັ້ນມາພັກການ ເມືອງ ທີ່ສຳຄັນໆ ຂອງເນປາລ ກໍບໍ່ສາມາດຕົກລົງກັນໄດ້ວ່າໃຜຈະເປັນຜູ້ນຳພາລັດຖະບານ ປະສົມ ຊຶ່ງໄດ້ເຮັດໃຫ້ ການຮ່າງລັດຖະທຳມະນູນ ຂອງປະເທດ ມີການຊັກຊ້າ.

ກ່ຽວຂ້ອງກັນ

XS
SM
MD
LG