ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເມືອງ ໃນເນປາລ


ຜູ້ນຳ ພັກຄອມມູນິສ ນິຍົມເໝົາເຊຕຸງ ທ່ານ Pushpa Kamal Dahal
ຜູ້ນຳ ພັກຄອມມູນິສ ນິຍົມເໝົາເຊຕຸງ ທ່ານ Pushpa Kamal Dahal

ສະມາຊິກ ຂອງພັກຄອມມູນິສ ນິຍົມເໝົາເຊຕຸງ ໃນເນປາລ ພວມຍື່ນມືໄປຫາ ພັກການເມືອງ ອື່ນໆ ເພື່ອຈັດຕັ້ງ ລັດຖະບານປະສົມ ຊຸດໃໝ່ ນຶ່ງມື້ ຫຼັງຈາກ ນາຍົກລັດຖະມົນຕີ ເນປາລ ລາອອກ.

ພວກຜູ້ນຳ ຂອງພັກຄອມມູນິສ ນິຍົມເໝົາເຊຕຸງ ໄດ້ປະຊຸມກັນ ທີ່ນະຄອນຫຼວງ ກັດມັນດູ ໃນວັນພະຫັດ ມື້ນີ້. ອະດີດ ພວກກະບົດ ຄອມມູນິສ ໄດ້ຕັ້ງຄະນະກຳມະການ ທີ່ປະກອບ ດ້ວຍ ສະມາຊິກ 3 ຄົນ ພາຍໃຕ້ການນຳພາ ຂອງທ່ານ PUSHPA KAMAL DAHAL ຜູ້ນຳຂອງ ພັກຄອມມູນິສ ນິຍົມເໝົາເຊຕຸງ ເພື່ອເຈລະຈາກັບ ພັກການເມືອງອື່ນໆ ໃນການຈັດຕັ້ງ ລັດຖະບານຊຸດໃໝ່ ຂອງເນປາລ.

ນາຍົກລັດຖະມົນຕີ ຂອງເນປາລ ທ່ານ MADHAV KUMAR NEPAL ໄດ້ປະກາດລາ ອອກ ໃນວັນພຸດວານນີ້ ໃນການເຄື່ອນໄຫວ ທີ່ແນໃສ່ ເພື່ອຢຸດຕິ ສະພາບບໍ່ໄປບໍ່ມາ ທາງດ້ານການເມືອງ ຢູ່ໃນເນປາລ.

ທ່ານ NEPAL ເວົ້າວ່າ ທ່ານລາອອກ ເພື່ອສະໜັບສະໜຸນ ຂັ້ນຕອນສັນຕິພາບ ທີ່​ເຮັດໃຫ້ ການກໍ່ກະບົດ ຂອງພວກຄອມມູນິສ ນິຍົມເໝົາເຊຕຸງ ມາເປັນເວລາ ນຶ່ງທົດສະວັດ ສິ້ນສຸດ ລົງ ແລະອະນຸຍາດໃຫ້ ພວກກະບົດ ເຂົ້າມາຮ່ວມ ລັດຖະບານໄດ້ນັ້ນ.

ພັກຄອມມູນິສ ນິຍົມເໝົາເຊຕຸງ ທີ່ກຳສຽງສ່ວນຫຼາຍ ຢູ່ໃນສະພາແຫ່ງຊາດ ຂອງເນປາລນັ້ນ ໄດ້ຮຽກຮ້ອງ ໃຫ້ນາຍົກລັດຖະມົນຕີ ຂອງເນປາລ ລາອອກ ເພື່ອຕົນຈະໄດ້ ກັບຄືນເຂົ້າໄປ ກຳອຳນາດໃໝ່ ໃນຖານະ ຜູ້ນຳລັດຖະບານ ສາມັກຄີຊາດ.

ກ່ຽວຂ້ອງກັນ

XS
SM
MD
LG