ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກຄົນໃໝ່ຂອງເນປານ ສາບານໂຕເຂົ້າຮັບຕໍາແໜ່ງ


ທ່ານ Jhalanath Khanal ນາຍົກລັດຖະມຸນຕີໃໝ່ຂອງເນປານ
ວັນທີ2 ກຸມພາ 2011
ທ່ານ Jhalanath Khanal ນາຍົກລັດຖະມຸນຕີໃໝ່ຂອງເນປານ ວັນທີ2 ກຸມພາ 2011

ທ່ານ Jhalanath Khanal ນາຍົກລັດຖະມຸນຕີທີ່ຫາກໍ​ຖືກ​ເລືອກ​ຕັ້ງໃໝ່ໆ​ຂອງ​ເນປານ
ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ພິທີ​ທີ່ຈັດ​ຂຶ້ນ​ທີ່​ນະຄອນຫລວງ Kathmandu ຊຶ່ງເປັນ
ການ​ສິ້ນ​ສຸດ​ລົງ​ຂອງສະພາບ​ການບໍ່​ໄປ​ບໍ່​ມາທາງ​ການ​ເມືອງ ເປັນ​ເວລາ 7 ​ເດືອນ ທີ່​ໄດ້​
ເຮັດໃຫ້ການ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ສະບັບ​ໃໝ່​ຊັກ​ຊ້າ​ມາ​ນັ້ນ.

ປະທານາທິບໍດີ Ram Baran Yadav ​ໄດ້​ເປັນ​ປະທານ​ໃນ​ພິທີສາບານ​ໂຕ​ເຂົ້າ​ຮັບ​ຕໍາ​
ແໜ່​ງຂອງ​ທ່ານ Khanal ​ໃນ​ພິທີ​ທີ່​ຈັດ​ຂຶ້ນ​ໃນ​ບ້ານພັກ​ທາງ​ການ​ຂອງ​ປະທານາທິບໍດີ​ນັ້ນ
ຊຶ່ງ​ມີ​ແຂກ​ຜູ້​ມີ​ກຽດ​ຈໍານວນ​ນຶ່ງ​ມາ​ຮ່ວມ​ນໍາ.

ທ່ານ Khanal ​ໄດ້​ຖືກພວກ​ຜູ້​ແທນ​ສະພາແຫ່ງ​ຊາດ ​ເລືອກ​ເອົາ​ເປັນນາຍົກລັດຖະມຸນຕີ​
ໃນ​ວັນ​ພະຫັດ​ສັບປະດາ​ແລ້ວ​ນີ້ ອັນ​ເປັນຄວາມ​ພະຍາ​ຍາມ​ເພື່ອ​ເລືອກ​ເອົາ​ນາຍົກ​ລັດຖະ
ມຸນຕີຄົນໃໝ່ ຄັ້ງ​ທີ 17 ນັບ​ແຕ່​ທ່ານ Madhav Kumar Nepal ລາ​ອອກ​ຈາກ​ຕໍາ​ແໜ່​ງ
ໃນ​ເດືອນ​ມິຖຸນາປີ​ແລ້ວ​ນີ້ ພາຍ​ໃຕ້​ຄວາມ​ກົດ​ດັນ​ຈາກ​ກຸ່ມ​ຝ່າຍ​ຄ້ານ​ນິຍົມ​ລັດທິ​ເໝົາເຈີ​ຕຸ​ງ
ນັ້ນ.

ພວກ​ນິຍົມ​ເໝົາ​ເຈີ​ຕຸ​ງມີ​ບ່ອນ​ນັ່ງ​ເປັນ​ສ່ວນ​ຫລາຍໃນ​ສະພາ​ແຫ່ງ​ຊາດ ​ແຕ່ບໍ່ພຽງພໍ ສໍາລັບ
ຈະ​ປົກຄອງ​ໂດຍ​ລໍາພັງ​ຕົນ​ເອງ​ໄດ້. ນາຍົກລັດຖະມຸນຕີຄົນ​ໃໝ່ ​ແມ່ນ​ສັງກັດ​ພັກ​ແນວ​ຮ່ວມ
ສາມັກຄີ Marxist Leninist ຫລື UML ທີ່​ເປັນ​ພັນທະ​ມິດ​ກັບ​ພວກ​ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງ.

XS
SM
MD
LG