ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນປານ ຈະປະກອບ ຄະນະລັດຖະບານ ໃໝ່ຂຶ້ນ


ນາຍົກລັດຖະມົນຕີເນປາລ ທ່ານ Baburam Bhattarai
ນາຍົກລັດຖະມົນຕີເນປາລ ທ່ານ Baburam Bhattarai

​ໂຄສົກ​ປະ​ຈໍາ​ນາຍົກລັດຖະມົນຕີ​ເນ​ປານກ່າວ​ວ່າ ນາຍົກລັດຖະມົນຕີ​ຈະ​ຍຸບ​ຄະນະ​ລັດ
ຖະບານຂອງ​ທ່ານ​ແລະ​ປະກອບ​ຄະນະ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ ​ໃນ​ຄວາມພະຍາ
ຍາມ​ເພື່ອ​ທໍາລາຍ​ສະພາບການ​ທີ່​ບໍ່​ໄປ​ບໍ່​ມາ​ມາ​ເປັນ​ເວລາ​ຫຼາຍ​ປີໃນ​ການ​ຮ່າງ​ກົດໝາຍ
​ລັດຖະທໍາ​ນະ​ນູນສະບັບ​ໃໝ່​ຂອງ​ປະ​ເທດ​ນັ້ນ.

ທ່ານ Ram Rijan Yadav ຜູ້​ຊ່ອຍ​ວຽກນາຍົກລັດຖະມົນຕີ Babu-ram Bhattarai
ກ່າວ​ໃຫ້​ຮູ້​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ​ເວລາ​ນີ້​ກໍາລັງ​ຈະ​ທໍາ​ການຕັດສິນ​ໃຈ​ບັ້ນ​ສຸດ​ທ້າຍ​ກ່ຽວ​
ກັບ​ລາຍ​ລະອຽດ​ນັ້ນ ​ແຕ່​ວ່າ​ຄະນະ​ລັດ ຖະບານ​ຊຸດ​ໃໝ່​ ຈະ​ຮວມທັງ​ພັກ​ຝ່າຍ​ຄ້ານທີ່​ສໍາ
ຄັນ 2 ພັກ.

ລັດຖະສະພາ​ເນ​ປານ​ມີ​ເວລາ​ຮອດ​ວັນ​ທີ 27 ​ເດືອນ​ນີ້​ເພື່ອ​ຂຽນ​ລັດຖະທໍາ​ມະນູນ​ສະ
ບັບ​ໃໝ່ ຊຶ່ງ​ຈະ​ແບ່ງປັນ​ປະ​ເທດ​ເປັນ​ຫຼາຍ​ລັດ​ໃໝ່.

ສະພາ​ແຫ່ງ​ຊາດຖືກ​ເລືອກ​ຕັ້ງ​ຂຶ້ນ​ມາ​ໃນ​ປີ 2008 ​ໂດຍ​ມອບ​ໝາຍ​ອໍາ ນາດ​ໃຫ້​ຮ່າງ
​ລັດຖະທໍາ​ມະນູນ​ສະບັບ​ໃໝ່​ພາຍ​ໃນ 2 ປີ ​ແຕ່ກຳນົດ​ເສ້ນ​ຕາຍ​ໄດ້​ຖືກເລື່ອນ​ເວລາ
​ອອກ​ໄປ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ທ່າມກາງ​ການ​ບັນລຸ​ຄວາມຄືບ​ໜ້າ​ພຽງ​ໜ້ອຍ​ດຽວ. ສານ​
ສູງ​ສຸດ​ຂອງ​ປະ​ເທດ​ໄດ້​ຕັດສິນ​ວ່າຈະ​ບໍ່​ອະນຸມັດ​ເວລາ​ໃຫ້​ຕື່ມ​ອີກ.

​ສ່ວນ​ໃຫຍ່ຂອງເນ​ປານ​ໄດ້​ຕົກ​ຢູ່​ໃນ​ສະພາບ​ງຽບ​ສະຫງົບ​ ນັບ​ແຕ່​ພວກ​ກະບົດ​ນິຍົມ​
ເໝົາ​ເຈິ​ຕຸ​ງ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບໃນ​ປີ 2006 ຊຶ່ງ​ເຮັດ​ໃຫ້ການ​ກໍ່​ກະບົດ
ຂອງ​ກຸ່ມ​ດັ່ງກ່າວ​ມາ​ເປັນ​ເວລາຫຼາຍ​ທົດ​ສະ​ວັດ​ສິ້ນສຸດ​ລົງ.

​ແຕ່​ການ​ໂຕ້​ວາທີ​ກັນ​ເລື້ອງ​ລັດຖະທໍາ​ມະນູນ ​ໄດ້ພາ​ໃຫ້​ເກີດ​ຄວາມ​ຮຸນ​ແຮງມາ​ຫຼາຍ
​ຄັ້ງ ຮວມທັງ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ຕົ້ນ​ສະບັບ​ນີ້ເວລາ​ລະ​ເບີດ​ລູກ​ນຶ່ງ​ແຕກ​ຂຶ້ນ​ແລະ
ເອົາ​ຊີວິດ​ປະຊາຊົນ​ໄປ 4 ຄົນໃນ​ລະຫວ່າງ​ການ​ເດີນ​ຂະ​ບວນຂອງ​ພວກ​ປະ​ທ້ວງ​ຈຸ​
ນຶ່ງ​ທີ່​ຂໍ​ຮ້ອງເປັນ​ລັດ​ນຶ່ງ​ຕ່າງຫາກ​ນັ້ນ.

XS
SM
MD
LG