ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນປານແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່


A foreign activist tries to escape from a jeep after he was detained by Israeli border policemen on suspicion of attacking an officer during minor clashes at a rally marking Land Day in the West Bank village of al-Tuwani, south of Hebron.
A foreign activist tries to escape from a jeep after he was detained by Israeli border policemen on suspicion of attacking an officer during minor clashes at a rally marking Land Day in the West Bank village of al-Tuwani, south of Hebron.

ສະພາ​ແຫ່ງ​ຊາດ​ເນ​ປານ​ໄດ້​ເລືອກ​ຕັ້ງ​ເອົາ​ຜູ້​ນໍາ​ຂັ້ນ​ອາວຸ​ໂສ ​ທີ່ນິຍົມ​ລັດທິ​ເໝົາ​ເຈີ​ຕຸ​ງ ​
ເປັນ​ນາຍົກ​ລັດຖະມົນຕີ​ຄົນ​ໃໝ່​ຂອງ​ປະ​ເທດ.

ທ່ານ Baburam Bhattarai ສະມາຊິກ​ພັກ​ສາມັກຄີຄອມ​ມີ​ວນິດ​ເນ​ປານ ​ໄດ້​ຮັບ​ສຽງ​
ສະໜັບສະໜຸນ 340 ສຽງ​ໃນ​ສະພາ​ແຫ່ງ​ຊາດ​ທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ 601 ບ່ອນ​ນັ່ງ
​ໃນ​ການ​ລົງມະຕິ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ໄດ້​ຮັບ​ການ​ໜຸນ​ຈາກ​ພວກ​ພັກ​ການ​
ເມືອງ​ນ້ອຍ​ໆ​ຂອງປະ​ເທດ. ທ່ານ​ໄດ້​ຊະນະ​ການ​ແຂ່ງຂັນກັບ​ທ່ານ Ram Chandra
Poudel ຈາກພັກ Congress ຂອງ​ເນ​ປານ ທີ່​ໄດ້​ຮັບ​ສຽງ​ສະໜັບສະໜຸນ 235 ສຽງ​.

ທ່ານ Bhattarai ​ໄວ 57 ປີ​ຈະ​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ແທນ​ອະດີດ​ນາຍົກ ລັດຖະມົນຕີ
Jhalnat Khanai ທີ່​ໄດ້​ລາ​ອອກ​ໄປ​ໃນ​ວັນທີ 14 ​ເດືອນ​ນີ້ ຫລັງ​ຈາກ​ປະສົບ​ກັບ​ຄວາມ
​ລົ້ມ​ແຫລວ​ ບໍ່​ສາມາດເຮັດ​ໃຫ້ການ​ດໍາ ເນີນຂັ້ນ​ຕອນສ້າງ​ສັນຕິພາບ​ຂອງ​ປະ​ເທດ​
ຄືບ​ໜ້າ​ຕໍ່​ໄປ​ໄດ້.

ທ່ານ Bhattarai ​ເປັນ​ສະມາຊິກ​ລະດັບ​ສູງ​ສຸດ​ຄົນທີ​ສອງ​ຂອງ​ອະດີດ​ກຸ່ມກະບົດຄອມ
​ມີ​ວນິດ​ ຮອງ​ຈາກ​ທ່ານ Prachanda ທີ່​ເປັນຫົວໜ້ານັ້ນ.

ພວກ​ຫົວ​ນິຍົມ​ລັດທິ​ເໝົາ​ໄດ້​ຮັບ​ບ່ອນ​ນັ່ງ​ຫລາຍ​ກວ່າ​ພັກ​ອື່ນໆ​ໃນ​ສະພາ ​ແຕ່​ບໍ່​ພຽງພໍ​
ທີ່​ຈະ​ຕັ້ງ​ລັດຖະບານ​ຂຶ້ນຕາມ​ລໍາພັງ​ພັກ​ດຽວ. ພັກ​ດັ່ງກ່າວໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ຄືນ​
ມາ​ຮ່ວມ​ກັບ​ລັດຖະບານ ​ຫລັງ​ຈາກ​ບັນລຸ​ຂໍ້​ຕົກລົງ​ສັນຕິພາບ​ກັນ​ໃນ​ປີ 2006 ທີ່​ໄດ້​ເຮັດ​
ໃຫ້ການກໍ່​ການ​ກະບົດ​ຂອງ​ພວກ​ນິຍົມ​ລັດທິ​ເໝົາ​ມາ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ສິ້ນສຸດ​ລົງ.

XS
SM
MD
LG