ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ເຮືອບິນເນປານ ຕົກຢູ່ສະໜາມບິນ ກັດມັນດູ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 18 ຄົນ


ເຮືອບິນຂອງ ເນປານ ຕົກ.
ເຮືອບິນຂອງ ເນປານ ຕົກ.

ເຈົ້າໜ້າທີ່ເນປານກ່າວວ່າ ມີຜູ້ເສຍຊີິວິດຢ່າງໜ້ອຍ 18 ຄົນ ເມື່ອເຮືອບິນໂດຍສານປະຈຳພາກພື້ນຂອງສາຍການບິນ ຊາວເຣຍ (Saurya) ຂອງເນປານ ຕົກ ແລະເຮັດໃຫ້ເກີດໄຟໄໝ້ ໃນຂະນະທີ່ກຳລັງບິນຂຶ້ນຈາກນະຄອນຫຼວງກັດມັນດູ ໃນວັນພຸດມື້ນີ້.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ເຮືອບິນ​ລຳ​ດັ່ງກ່າວ​ບັນທຸກ​ພະນັກງານຂອງເຮືອບິນ 2 ຄົນ ​ແລະ​ຊ່າງເຕັກນິກອີກ 17 ຄົນ ​ເພື່ອໄປ​ບໍາລຸງສ້ອມ​ແປງ​ຕາມປົກກະຕິຢູ່​ສະໜາມ​ບິນ ໂພຄາຣາ (Pokhara) ​ແຫ່ງ​ໃໝ່​ຂອງ​ເນ​ປານ, ເຊິ່ງໄດ້​ເປີດຂຶ້ນ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ​ແລະ​ມີ​ສາງສໍາລັບສ້ອມແປງ​ເຮືອບິນຢູ່ທີ່ນັ້ນ.

ໂຄສົກສະໜາມບິນສາກົນ ຕຣີບູວານ (Tribhuvan) ຂອງກັດມັນດູ ທ່ານ ເຕັດຈ໌ ບາຮາເດີ ພູດີອາລ (Tej Bahadur Poudyal) ກ່າວວ່າ “ມີພຽງກັບຕັນຂອງເຮືອບິນເທົ່ານັ້ນທີ່ຖືກຊ່ວຍຊີວິດໄວ້ໄດ້ ແລະກຳລັງຮັບການຮັກສາຢູ່ທີ່ໂຮງໝໍ.”

ພາບ​ຕ່າງໆທາງ​ໂທລະພາບ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າໜ້າທີ່​ດັບ​ເພີງກໍາລັງ​ພະຍາຍາມທໍາການ​ດັບ​ໄຟ ພ້ອມດ້ວຍຄວັນ​ໜາແໜ້ນສີ​ດຳ​ທີ່ກໍາລັງປິວ​ຂຶ້ນ​ສູ່​ທ້ອງຟ້າ. ໃນໂທລະພາບຍັງໄດ້ສະແດງໃຫ້ເຫັນເຮືອບີນທີ່ກໍາລັງບິນຢູ່ເໜືອທາງແລ່ນເລັກນ້ອຍ ແລະຈາກນັ້ນກໍອຽງ ກ່ອນທີ່ມັນຈະປະສົບອຸບັດຕິເຫດ.

ໂທລະພາບ ໄດ້ເປີດເຜີຍໃຫ້ເຫັນຮູບ​ພາບ​ອື່ນໆອີກ​ ໂດຍສະ​ແດງ​ໃຫ້​ເຫັນບັນດາ​ເຈົ້າ​ໜ້າ​ທີ່​ກູ້​ໄພ ພາກັນ​ແລ່ນ​ໄປ​ຫາຊາກຂອງ​ເຮືອ​ບິນ​ທີ່ກໍາລັງ​ຖືກເຜົາ​ໄໝ້ ​ແລະກະຈັດກະຈາຍຢູ່​ໃນ​ທົ່ງ​ຫຍ້າສີ​ຂຽວ​. ຫຼາຍສົບໄດ້ຖືກນຳສົ່ງໄປຫາລົດສຸກເສີນໂດຍອູ່ສະໜາມ ໃນຂະນະທີ່ປະຊາຊົນທ້ອງຖິ່ນ ພາກັນຢືນເບິ່ງເຫດການຢູ່.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະ​ໜາມ​ບິນ​ຖືກ​ປິດ​ລົງ​ຊົ່ວ​ຄາວ.

ເຈົ້າ​ໜ້າ​ທີ່ຂອງ​ສາຍ​ການ​ບິນ ຊາວເຣຍ ກ່າວ​ວ່າ ເຮືອບິນລໍາດັ່ງກ່າວນີ້​ເປັນ​ເຮືອ​ບິນ CRJ200 ໂດຍມີຂະໜາດ 50 ບ່ອນນັ່ງ.

ອີງຕາມການຕິດຕາມການບິນຂອງຈໍຣາດາການບິນທີ 24, ປັດຈຸບັນ ສາຍການບິນ ຊາວເຣຍ ດໍາເນີນງານດ້ວຍ 2 ເຮືອບິນອາຍພົ່ນ CRJ-200 ຢູ່ໃນພາກພື້ນ, ເຊິ່ງເປັນໂຄງການທີ່ເປັນເຈົ້າຂອງໂດຍບໍລິສັດ ບອມບາເດຍ (Bombardier) ຂອງການາດາ ແຕ່ຖືກຊື້ໂດຍບໍລິສັດ ອຸດສາຫະກໍາໜັກ Mitsubishi Heavy Industries ໃນປີ 2020.

ສາຍການບິນ ຊາວເຣຍ ກ່າວວ່າ ຕົນມີເຮືອບິນ CRJ200 ອື່ນໆອີກຢູ່ໃນກຸ່ມເຮືອບິນຂອງຕົນ, ແຕ່ເຮືອບິນດັ່ງກ່າວນັ້ນ ບໍ່ໄດ້ບິນມາເປັນເວລາດົນນານແລ້ວ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

KATHMANDU, July 24 (Reuters) - At least 18 people were killed when a regional passenger plane belonging to Nepal's Saurya Airlines crashed and caught fire while taking off from the capital Kathmandu on Wednesday, officials said.

The plane, carrying two crew members and 17 technicians, was going for regular maintenance to Nepal's new Pokhara airport, which opened last January and is equipped with aircraft maintenance hangars, they said.

"Only the captain was rescued alive and is receiving treatment at a hospital," said Tej Bahadur Poudyal, the spokesman for Kathmandu's Tribhuvan International Airport.

Television visuals showed fire fighters trying to put out the blaze and thick black smoke rising into the sky. They also showed the plane flying a little above the runway and then tilting before it crashed.

Other visuals showed rescue workers rummaging through the charred remains of the plane, strewn in lush green fields. Bodies were carried to ambulances on stretchers as local residents looked on, the television showed.

The airport was closed temporarily, officials said.

A Saurya Airlines official said the plane was a 50-seater CRJ200 aircraft.

According to Flight Radar 24 flight tracking, Saurya currently operates two CRJ-200 regional jets, a programme that was owned by Canada's Bombardier but which was bought by Mitsubishi Heavy Industries in 2020.

Saurya says it has another CRJ200 in its fleet, but it has not flown for a long time.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG