ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນ​ປານ ພົບ​ກ່ອງ​ດຳ ​ຈາກ​ສະ​ຖານ​ທີ່ ​ເຮືອ​ບິນ​ຕົກ


ນັກ​ກູ້​ໄພ​ເຮັດ​ວຽກ​ເພື່ອກອບ​ກູ້​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ສະ​ຖານ​ທີ່​ເຮືອ​ບິນ​ຕົກ​ຂອງ​ສາຍ​ການ​ບິນ ເຢ​ຕີ, ເມືອງ ໂປ​ຄາ​ຣາ, ເນ​ປານ, 16 ມັງ​ກອນ 2023.
ນັກ​ກູ້​ໄພ​ເຮັດ​ວຽກ​ເພື່ອກອບ​ກູ້​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ສະ​ຖານ​ທີ່​ເຮືອ​ບິນ​ຕົກ​ຂອງ​ສາຍ​ການ​ບິນ ເຢ​ຕີ, ເມືອງ ໂປ​ຄາ​ຣາ, ເນ​ປານ, 16 ມັງ​ກອນ 2023.

ບັນ​ດາ​ກຸ່ມ​ນັກ​ຄົ້ນ​ຫາ ​ໃນ​ປະ​ເທດ ເນ​ປານ ເມື່ອ​ວັນ​ຈັນ​ວານນີ້​ ໄດ້​ພົບ​ກ່ອງ​ດຳ ແລະ ເຄື່ອງ​ບັນ​ທຶກ​ສຽງ​ຫ້ອງ​ຂັບ​ເຮືອ​ບິນ​ຂອງ​ເຮືອ​ບິນ​ໂດຍ​ສານ​ທີ່​ໄດ້​ຕົກ, ເຮັດ​ໃຫ້​ຢ່າງ​ໜ້ອຍ 70 ຄົນ​ເສຍ​ຊີ​ວິດ​ໃນ​ການ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ປະ​ເທດ​ໃນຮອບ 30 ປີ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ເວົ້າ​ວ່າ​ເຂົາ​ເຈົ້າ​ຫວັງ​ວ່າ​ຂໍ້​ມູນ​ໃນ​ເຄື່ອງ​ບັນ​ທຶກ​ຈະ​ຊ່ວຍ​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ວ່າ​ເປັນ​ຫຍັງ​ເຮືອ​ບິນສອງ​ເຄື່ອງ​ຈັກ ATR 72 ຂອງ​ສາຍ​ການ​ບິນ ເຢ​ຕີ (Yeti) ຈຶ່ງ​ຕົກ. ເຮືອ​ບິນ​ລຳ​ດັ່ງ​ກ່າວ​ໄດ້​ຕົກ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ, ໃນ​ວັນ​ທີ່​ມີ​ທ້ອ​ງ​ຟ້າ​ແຈ່ມ​ໃສ​ພຽງ​ບໍ່​ເທົ່າ​ໃດ​ນາ​ທີ ​ກ່ອນ​ທີ່​ມັນ​ຈະ​ລົງ​ຈອດ​ໃນ​ເມືອງ​ນັກ​ທ່ອງ​ທ່ຽວ ໂປ​ຄາ​ຣາ.

ຄົນ​ຂັບ​ເຮືອ​ບິນບໍ່​ໄດ້​ລາຍ​ງານຫຍັງ ກ່ຽວ​ກັບ ຄວາມ​ຜິດ​ສັງ​ເກດ,” ອີງ​ຕາມ​ໂຄ​ສົກ​ສະ​ໜາມ​ບິນ ກັດ​ມັນ​ດູ ກ່າວ​ຕໍ່​ໂທ​ລະ​ພາບ BBC.

ກຸ່ມ​ນັກ​ກູ້​ໄພ​ໃນ​ວັນ​ຈັ​ນ​ວານນີ້​ໄດ້​ຄົ້ນ​ຫາ​ແມ່​ນ້ຳ​ໃນ​ຮ່ອມ​ພູ​ບ່ອນ​ທີ່​ເຮືອ​ບິນທີ່​ນຳ​ພາ 72 ຄົນ​ໄດ້​ຕົກ​. ອົງ​ການ​ຂ່າວ​ຣອຍ​ເຕີ​ໄດ້​ລາຍ​ງານ​ວ່າ​ອີກ​ສອງ​ສົບ​ຖືກກອບ​ກູ້​ມາ​ໄດ້​ໃນ​ວັນ​ຈັນ​ວານນີ້, ເຮັດ​ໃຫ້​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ເປັນ 70 ຄົນ. ຜູ້​ໂດຍ​ສານ​ທີ່​ຫາຍ​ສາບ​ສູນ​ອີກ​ສອງ​ຄົນ​ແມ່ນ​ເຊື່ອ​ວ່າ​ໄດ້​ເສຍ​ຊີ​ວິດ​ເຊັ່ນ​ກັນ.

ບັນ​ດາ​ນັກ​ກູ້​ໄພ​ ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຄົ້ນ​ຫາ​ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ອັງ​ຄານມື້ນີ້.

ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ, ຜູ້​ທີ່​ໄດ້​ຢູ່​ໃນ​ສະ​ຖານ​ທີ່​ເຮືອ​ບິນ​ຕົກ, ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ, “ແປວ​ໄຟ​ແມ່ນ​ຮ້ອນຫຼາຍ ເຮັດ​ໃຫ້​ພວກ​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃກ້​ຊາກ​ຫັກ​ພັງ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຜູ້​ຊາຍ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ, ແຕ່​ຍ້ອນ​ແປວ​ໄຟ ແລະ ຄວັນ​ພວກ​ເຮົາ​ຈຶ່ງບໍ່​ສາ​ມາດ​ໄປ​ຊ່ວຍ​ລາວ.”

ລັດ​ຖະ​ບານ​ຂອງ ເນ​ປານ ໄດ້​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເພື່ອ​ສືບ​ສວນ​ສອບ​ສວນ​ໄພ​ພິ​ບັດ​ດັ່ງ​ກ່າວ.

ປະ​ເທດ ເນ​ປານ ໄດ້​ຈັດ​ການ​ໄວ້​ອາ​ໄລ​ໃນ​ວັນ​ຈັນ​ວານນີ້. ໃນ​ນະ​ຄອນຫຼວງ ກັດ​ມັນ​ດູ, ປະ​ຊາ​ຊົນ​ປະ​ມານ 100 ຄົນ​ໄດ້​ໄຕ້​ທຽນ ແລະ ຮຽກ​ຮ້ອງ​ລັດ​ຖະ​ບານ​ໃຫ້​ຮັບ​ປະ​ກັນ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ ​ຂອງ​ສາຍ​ການ​ບິນ​ໃຫ້​ດີກວ່ານີ້.

ເຮື​ອ​ບິນ​ລຳ​ດັ່ງ​ກ່າວ​ແມ່ນ​ໃກ້​ຈະ​ສຳ​ເລັດ​ການ​ບິນ 30 ນາ​ທີ​ຈາກ​ນະ​ຄອນຫຼວງ ກັດ​ມັນ​ດູ ໄປ​ເມືອງ ໂປ​ຄາ​ຣາ ເວ​ລາ​ທີ່​ມັນ​ໄດ້​ຕົກ. ຜູ້​ໂດຍ​ສານ 68 ຄົນ ແລະ ລູກ​ເຮືອ 4 ຄົນ​ແມ່ນ​ຢູ່​ໃນ​ເຮືອ​ບິນ​ນັ້ນ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ການ​ບິນ​ພົນ​ລະ​ເຮືອນ​ຂອງ ເນ​ປານ. ຜູ້​ໂດຍ​ສານ​ທີ່​ວ່າ​ນັ້ນ​ລວມ​ມີ​ຄົນ​ຕ່າງ​ປະ​ເທດ 15 ຄົນຄື ຄົນ​ອິນ​ເດຍ 5 ຄົນ, ຣັດ​ເຊຍ 4 ຄົນ, ເກົາຫຼີ​ໃຕ້ 2 ຄົນ ແລະ ນຶ່ງ​ຄົນ​ຈາກ ອາ​ເຈັນ​ຕີ​ນາ, ອອ​ສ​ເຕ​ຣ​ເລຍ, ໄອ​ຣ​ແລນ ແລະ ຝ​ຣັ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG