ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານ ໃນເນປາລ


This citizen journalism image provided by Aleppo Media Center, AMC, shows anti-Syrian regime protesters in Bustan Al-Qasr, Aleppo, Syria, March 8, 2013.
This citizen journalism image provided by Aleppo Media Center, AMC, shows anti-Syrian regime protesters in Bustan Al-Qasr, Aleppo, Syria, March 8, 2013.

ພວກຝ່າຍຄ້ານ ສະໜັບສະໜຸນ ເໝົາເຊຕຸງ ຈຳນວນຫລາຍສິບພັນຄົນ ໃນເນປາລ ໄດ້ພາກັນ ໂຮມຊຸມນຸມ ເດີນຂະບວນຄັ້ງໃຫຍ່ ເນື່ອງໃນໂອກາດ ວັນກຳມະກອນສາກົນ ທີ່ແນໃສ່ ເພື່ອໂຄ່ນລົ້ມ ລັດຖະບານ. ທ່ານ BABURAM BHATTARAI ຜູ້ນຳຂອງກຸ່ມ ນິຍົມເໝົາເຊຕຸງ ກ່າວວ່າ ຄາດວ່າ ຈະມີພວກສະໜັບສະໜຸນ 5 ແສນຄົນ ໄປຮ່ວມ ການເດີນຂະບວນ ໃນວັນເສົາມື້ນີ້ ເພື່ອຮຽກຮ້ອງໃຫ້ ນາຍົກລັດຖະມົນຕີ ເນປາລ ທ່ານ MAKHAV KUMAR ລາອອກ ພາຍໃນແລງມື້ນີ້. ທ່ານເວົ້າວ່າ ການເດີນຂະບວນປະທ້ວງ ຈະດຳເນີນຕໍ່ໄປ ແບບບໍ່ມີກຳນົດ ຖ້ານາຍົກລັດຖະມົນຕີ ຫາກບໍ່ລາອອກ. ທ່ານ BHATTARAI ເວົ້າວ່າ ທ່ານມີຄວາມຫວັງ ໄປໃນແງ່ດີ ກ່ຽວກັບການ ເຈລາຈາຫາລື ລະຫວ່າງພັກການເມືອງ ທີ່ສຳຄັນໆ ຂອງເນປາລ ເພື່ອແກ້ໄຂ ສະພາບການ ບໍ່ໄປບໍ່ມາ ທາງດ້ານເມືອງ ດ້ວຍສັນຕິວິທີ. ທ່ານ KUSS KUMAR JOSHI ຈາກສະຫະພັນ ສະພາການຄ້າ ແລະອຸສາຫະກັມ ຂອງເນປາລ ຊຶ່ງເປັນຜູ້ໄກ່ເກ່ຍ ໃນການ ເຈລະຈາເຫລົ່ານີ້ ເວົ້າວ່າ ການໂອ້ລົມກັນ ແມ່ນດຳເນີນໄປ ໃນທາງບວກ. ນາຍົກລັດຖະມົນຕີ ເນປາລ ກ່າວວ່າ ທ່ານເຕັມໃຈ ທີ່ຈະລົງຈາກຕຳແໜ່ງ ພາຍໃຕ້ສະພາບ ທີ່ຖືກຕ້ອງເໝາະສົມ ຖ້າມັນຈະກະຕຸກຊຸກຍູ້ ຂັ້ນຕອນສັນຕິພາບ ຮວມທັງ ການຮ່າງ ລັດຖະທຳມະນູນ ສະບັບໃໝ່. ແຕ່ທ່ານ BHATTARAI ເວົ້າວ່າ ນາຍົກລັດຖະມົນຕີ ຂອງເນປາລ ຕ້ອງລາອອກ ໂດຍບໍ່ມີເງື່ອນໄຂ ໃດໆທັງສິ້ນ.

XS
SM
MD
LG