ຝົນຕົກຢ່າງໜັກໜ່ວງ ໄດ້ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ
ແລະດິນເຈື່ອນຢ່າງຫລວງຫຼາຍ ທີ່ໄດ້ສົ່ງຜົນໃຫ້ ຫຼາຍກວ່າ
75 ຄົນເສຍຊີວິດໃນອິນເດຍ ແລະ ເນປາລ ໃນໄລຍະ 2-3
ມື້ທີ່ຜ່ານມານີ້.
ລັດຖະມົນຕີກະຊວງພາຍໃນ ຂອງເນປາລ ກ່າວໃນວັນເສົາ
ວານນີ້ ວ່າ ຢ່າງນ້ອຍ 53 ຄົນໄດ້ເສຍຊີວິດ ຢູ່ຂົງເຂດທາງ
ພາກຕາເວັນຕົກ ແລະ ອີກ 75 ຄົນ ຫາຍສາບສູນ.
ເຈົ້າໜ້າທີ່ກ່າວວ່າ ນ້ຳຖ້ວມຫົນທາງຫຼາຍໆເສັ້ນ ແລະດິນທີ່
ເຈື່ອນລົງມານັ້ນ ໄດ້ກີດຂວາງພວກພະນັກງານກູ້ໄພ ບໍ່ໃຫ້
ສາມາດເຂົ້າໄປເຖິງ ປະຊາຊົນຢູ່ໝູ່ບ້ານຕ່າງໆ ທີ່ຫ່າງໄກສອກຫຼີກ. ພວກເຂົາກ່າວວ່າ
ເຊື່ອກັນວ່າ ຫຼາຍພັນຄົນ ໄດ້ສູນເສຍບ້ານເຮືອນຂອງຕົນ.
ຢູ່ປະເທດເພື່ອນບ້ານອິນເດຍນັ້ນ ບັນດາເຈົ້າໜ້າທີ່ອິນເດຍ ກ່າວວ່າ ຝົນທີ່ຕົກຢ່າງໜັກ
ໜ່ວງນັ້ນ ໄດ້ພາໃຫ້ມີ ຢ່າງນ້ອຍ 24 ຄົນເສຍຊີວິດ ຢູ່ລັດ Uttarakhand ຕັ້ງແຕ່ວັນສຸກ
ທີ່ຜ່ານມາ.
ລະດູມໍລະສຸມປະຈຳປີ ຂອງເອເຊຍໃຕ້ ຊຶ່ງເລີ້ມຈາກເດືອນມິຖຸນາ ຫາ ກັນຍາ ແມ່ນໄດ້
ເອົາຊີວິດຫູາຍໆຄົນໄປ ເປັນປະຈຳ.
ໃນທ້າຍເດືອນກໍລະກົດຜ່ານມານີ້ ຝົນທີ່ຕົກໜັກໃນພາກຕາເວັນຕົກ ຂອງອິນເດຍ ໄດ້
ສົ່ງຜົນໃຫ້ຈ້າຍພູໜ່ວຍນຶ່ງ ເຈື່ອນລົງມາໃສ່ໝູ່ບ້ານທັງຫຼາຍ ທີ່ຢູ່ທາງລຸ່ມ ເອົາຊີວິດຄົນໄປ
ຫຼາຍກວ່າ 100 ຊີວິດ.