ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນປານ ສະຫລອງ ຄົບຮອບ 60 ປີ ວັນປີນພູ Everest ເທື່ອທໍາອິດ (ວີດິໂອ/ສະໄລດ໌)


ນາງ Amelia Rose Hillary (ກາງ) ຍ່າງໄປວາງພວງມາລາໃສ່ຮູບປັ້ນຂອງພໍ່ຕູ້ລາວຂອງລາວ, ທ່ານ Edmund Hillary (ຊ້າຍ) ແລະໃຫ້ທ່ານ Tenzing Norgay Sherpa (ຂວາ), ຢູ່ນະຄອນກັດມັນດູ ໃນວັນທ 29 ພຶດສະພາ 2013.
ນາງ Amelia Rose Hillary (ກາງ) ຍ່າງໄປວາງພວງມາລາໃສ່ຮູບປັ້ນຂອງພໍ່ຕູ້ລາວຂອງລາວ, ທ່ານ Edmund Hillary (ຊ້າຍ) ແລະໃຫ້ທ່ານ Tenzing Norgay Sherpa (ຂວາ), ຢູ່ນະຄອນກັດມັນດູ ໃນວັນທ 29 ພຶດສະພາ 2013.
ເນປານ ໄດ້ສະຫລອງວັນຄົບຮອບ 60 ປີ ທີ່ທ່ານ Edmund
Hillary ຊາວ ນີວຊີແລນ ແລະທ່ານ Tenzing Norgay ຊາວ
ເນປານໄດ້ປີນຂຶ້ນໄປເທິງພູ Everest ເປັນເທື່ອທໍາອິດ.

ໃນວັນພຸດວານນີ້ ໄດ້ມີຂະບວນແຫ່ທີ່ມີສີສັນງົດງາມ ຢູ່ນະຄອນ
ຫລວງກັດມັນດູ ເພື່ອເປັນກຽດໃຫ້ແກ່ທ່ານ Hillary ແລະທ່ານ
Norgay ພ້ອມທັງນັກປີນພູຄົນ ອື່ນໆ ທີ່ໄດ້ສ້າງສະຖິຕິ ໃນການ
ປີນຂຶ້ນໄປເທິງຈອມພູສູງທີ່ສຸດຂອງໂລກ.

ພວກປີນພູ ແລະບຸກຄົນສໍາຄັນທັງຫລາຍ ໄດ້ພາກັນເອົາພວງ
ມາລາໄປສວມໃສ່ຮູບປັ້ນຂອງທ່ານ Hillary ແລະທ່ານ Norgay ພ້ອມທັງມີລໍ້ທີ່ແກ່ດ້ວຍມ້າ ແລະຄົນຫລາຍຮ້ອຍຄົນຍ່າງຕາມຫລັງໄປ ເພື່ອແຫ່ນຳເອົາ
ບັນດາແຂກເຂົ້າໄປໃນພະລາດຊະວັງໃນງານທີ່ເປັນຂີດໝາຍເຖິງວັນຄົບຮອບດັ່ງກ່າວ.

ພ້ອມກັນນັ້ນ ນັກກິລາໂດ່ງດັງຂອງຣັດເຊຍ ກໍໄດ້ສະຫລອງວັນຄົບຮອບນີ້ ໂດຍທໍາສະ
ຖິຕິ ໃນການໂຕນລົງມາຈາກຈອມພູ Everest. ທ້າວ Valery Rozov ໄດ້ໂຕນລົງມາ
ຈາກບ່ອນທີ່ມີຄວາມສູງ 7,220 ແມັດ.

ທ່ານ Hillary ແລະທ່ານ Norgay ໄດ້ປີນຂຶ້ນໄປເທິງພູ Everest ໃນວັນທີ 29 ພຶດສະ
ພາ 1953. ການປີນຂຶ້ນໄປຫາຈອມພູສູງ 8,850 ແມັດ ແມ່ນຖືວ່າ ເປັນຜົນສໍາເລັດໃນ
ການສຳຫຼວດອັນຍິ່ງໃຫຍ່ສຸດ ສໍາລັບສັດຕະວັດທີ 20.

ເບິ່ງວີດິໂອກ່ຽວການໂຕນພູຂອງທ້າວ Valery Rozov:


ມີຜູ້ທໍາສະຖິຕິໃໝ່ຢູ່ທີ່ພູ Everest ຫລາຍຄົນ ໃນບໍ່ເທົ່າໃດມື້ຜ່ານມານີ້. ທ່ານ Yuichiro
Miura ຊາຍຍີ່ປຸ່ນ ໄວ 80 ປີ ໄດ້ກາຍມາເປັນຜູ້ສູງອາຍຸທີ່ສຸດໃນໂລກທີ່ໄດ້ປີນພູຂຶ້ນຈອມ
ພູຫິມະໄລ. ພໍ່ຕູ້ Min Bahadur Sherchan ໄດ້ຕັ້ງໃຈທີ່ຈະທໍາລາຍສະຖິຕິຂອງພໍ່ຕູ້
Miura ແຕ່ກໍໄດ້ເລີກລົ້ມການປີນພູດັ່ງກ່າວໃນວັນອັງຄານຜ່ານມານີ້ຍ້ອນອາກາດບໍ່ດີ.

ທ່ານ Sudarshan Gautam ຊາວການາດາ ທີ່ເກີດຢູ່ເນປານ ທີ່ແຂນກຸດທັງສອງເບື້ອງ
ຍ້ອນອຸປະຕິເຫດ ໄດ້ກາຍເປັນຄົນເສຍອົງຄະທັງສອງເບື້ອງຜູ້ທຳອິດ ໄດ້ຂຶ້ນໄປເຖິງ
ຈອມພູດັ່ງກ່າວ.

ນາງ Arunima Sinha ຈາກອິນເດຍ ເປັນຜູ້ຍິງແຂນກຸດຄົນທໍາອິດ ທີ່ໄດ້ປີນຂຶ້ນໄປ
ເທິງພູດັ່ງກ່າວ.

ນາງ Raha Moharrak ໄດ້ກາຍມາເປັນແມ່ຍິງຊາອຸດີ ອາຣາເບຍຄົນທຳອິດ ທີ່ໄດ້ປີນ
ຂຶ້ນໄປເທິງພູນີ້.

ມີທັງໝົດເກືອບ 4,000 ຄົນ ທີ່ໄດ້ປີນຂຶ້ນໄປເທິງຈອມພູ Everest ນັບແຕ່ປີ 1953 ເປັນ
ຕົ້ນມາ ແລະມີຫຼາຍກວ່າ 200 ຄົນໄດ້ເສຍຊີວິດຂະນະທີ່ພະຍາ ຍາມປີນຂຶ້ນໄປເທິງ
ຈອມພູດັ່ງກ່າວ.

ປະມວນພາບກ່ຽວກັບຂ່າວນີ້:

XS
SM
MD
LG