ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ເນປາລບໍ່ສາມາດຮ່າງ ລັດຖະທໍາມະນູນ ສະບັບໃໝ່


ນາຍົກລັດຖະມັນຕີ ປະເທດ Nepal, ທ່ານ Baburam Bhattarai
ນາຍົກລັດຖະມັນຕີ ປະເທດ Nepal, ທ່ານ Baburam Bhattarai

ວັນ​ຈັນ​ມື້​ນີ້ ​ເຈົ້າ​ໜ້າ​ທີ່ເນ​ປາລ​ພາກັນ​ກຽມ​ໂຕ​ຮັບ​ມື ​ກັບສະພາວະບໍ່​ມີສະຖຽນ​ລະ​ພາບທາງ​ດ້ານ​ການ​ເມືອງ ​ແລະກັບ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ເປັນ​ເວລາ​ຫຼາຍ​ເດືອນ​ ຫຼັງ​ຈາກ​ສະພາ​ແຫ່ງ​ຊາດພາດ​ກໍານົດ​ເວລາ​ເສ້ນ​ຕາຍ​ໃນ​ເວລາ​ທ່ຽງຄືນ​ວັນ​ອາທິດ​ວານ​ນີ້ ​ສໍາລັບ​ໃຫ້​ເສັດ​ສິ້ນ​ການ​ຂຽນ​ກົດໝາຍລັດຖະທໍາ​ມະນູນ​ສະບັບ​ໃໝ່​ ໃນ​ຍຸກ​ຫຼັງ​ຈາກ​ສົງຄາມ​ນັ້ນ.

ທ່ານ Baburam Bhattarai ນາຍົກລັດຖະມົນຕີ​ເນ​ປາລ ​ໄດ້​ອອກ​ມາ​ປະກາດ​ໃນ​ວັນອາທິດ​ວານ​ນີ້​ວ່າ ສະພາ​ຮ່າງ​ລັດຖະທໍາ​ມະນູນ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ ​ໃນ​ການ​ຮ່າງ​ລັດຖະທໍາ​ມະນູນ​ໃໝ່​ໃຫ້​ສໍາ​ເລັດ​ນັ້ນ ​ແລະກ່າວ​ຕໍ່​ໄປ​ວ່າ ທ່ານ​ຈະ​ດໍາລົງ​ຕໍາ​ແໜ່​ງຢູ່​ຕໍ່​ໄປ​ຈົນຮອດ​ມີ​ການ​ເລືອກ​ຕັ້ງເອົາ​ສະພາ​ຊຸດໃໝ່ ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 22 ພະຈິກປີ​ນີ້.

ລັດຖະບານ​ໄດ້​ສົ່ງ​ພວກ​ກໍາລັງ​ຮັກສາ​ຄວາມ​ສະຫງົບ​ໄປ​ປະ​ຈໍາ​ການ​ຢູ່​ໃນ​ ທົ່ວນະຄອນ​ຫຼວງ ກັດ​ມັນ​ດູ ​ໃຫ້​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ຢ່າງ​ສູງ ຫຼັງ​ຈາກພວກ​ປະ​ທ້ວງ​ປະ​ທະ​ກັບ​ພວກ​ຕໍາຫຼວດ​ຢູ່​ນອກ​ຕຶກ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ອາທິດ​ວານ​ນີ້.

ສະຫາ​ຮ່າງ​ລັດຖະທໍາ​ມະນູນ ທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ໃນ​ປີ 2008 ຫຼັງ​ຈາກ ການ​ລົບ​ລ້າງ​ລະບົບ​ລາຊາທິປະ​ໄຕ​ຂອງ​ຊາວ​ຮິນ​ດູ​ ທີ່​ປົກຄອງເນ​ປາລ ມາ​ຫຼາຍ​ສັດຕະວັດ​ ໄດ້​ຮັບ​ມອບ​ໝາຍ​ໃຫ້​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ໃໝ່ຂອງ​ປະ​ເທດ. ພວກ​ສະມາຊິກສະພາ​ຮ່າງ​ລັດຖະທໍາ​ມະນູນໄດ້ ຮັບ​ການ​ຕໍ່​ອາຍຸສະ​ໄໝ​ການ​ດໍາລົງ​ຕໍາ​ແໜ່​ງມາ 4 ​ເທື່ອ​ແລ້ວ ​ແຕ່​ບັດ​ນີ້​ສານ​ສູງ​ສຸດ​ໄດ້​ປະຕິ​ເສດ​ ຕໍ່ການ​ຕໍ່​ເວລາໃດໆ​ຕື່ມ​ອີກ.

XS
SM
MD
LG