ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ​ ຄົນນຶ່ງ ຂອງກຸ່ມ ນາ​ຊີ​ໃໝ່ ຖືກ​ຕັດສິນ​ ຈຳ​ຄຸກ ຕະ​ຫຼອດ​ຊີວິດ


ນາງບີ​ເຕ ຊາບ​ເປ (Beate Zschape) ຊ້າຍ, ຢືນຢູ່ຄຽງຂ້າງ
ທະນາຍຄວາມຂອງລາວ ທ່ານ ມາທີອາສ ກຣາແຊລ (Mathias Grasel) ທີ 2 ຈາກຊ້າຍ, ຕໍ່ໜ້າຜູ້ພິພາກສາ ແມນແຟຣດ ກັອສເຊີລ (Manfred Goetzl),ທີ 2 ຈາກຂວາ, ທີ່ອ່ານຄຳພິພາກສາສ ໃນນະຄອນມິວນິກ ຂອງເຢຍຣະມັນ, 11 ກໍລະກົດ 2018.
ນາງບີ​ເຕ ຊາບ​ເປ (Beate Zschape) ຊ້າຍ, ຢືນຢູ່ຄຽງຂ້າງ ທະນາຍຄວາມຂອງລາວ ທ່ານ ມາທີອາສ ກຣາແຊລ (Mathias Grasel) ທີ 2 ຈາກຊ້າຍ, ຕໍ່ໜ້າຜູ້ພິພາກສາ ແມນແຟຣດ ກັອສເຊີລ (Manfred Goetzl),ທີ 2 ຈາກຂວາ, ທີ່ອ່ານຄຳພິພາກສາສ ໃນນະຄອນມິວນິກ ຂອງເຢຍຣະມັນ, 11 ກໍລະກົດ 2018.

ສານ​ເຢຍຣະມັນ ​ໄດ້​ພົບ​ເຫັນ​ວ່າ ສະມາຊິກ​ຄົນນຶ່ງ ຂອງກຸ່ມນາ​ຊີ​ໃໝ່ ມີ​ຄວາມ​ຜິດ
ໃນ​ການ​ສັງຫານ 10 ຄົນ ​ແລະ​ຕັດສິນ​ໃຫ້​ຜູ້ກ່ຽວ ຈຳ​ຄຸກ​ຕະ​ຫຼອດ​ຊີບ ຫຼັງ​ຈາກ​ທີ່​ໄດ້
​ດຳ​ເນີນ​ຄະດີ​ມາ​ເປັນ​ເວລາ 5 ປີ ນັ້ນ.

ນາງບີ​ເຕ ຊາບ​ເປ (Beate Zschape) ສະມາຊິກຜູ້​ທ້າ​ຍສຸດທີ່ຊາບ​ວ່າ ຍັງ​ມີ​ຊີວິດຢູ່
ຂອງ​ກຸ່ມ​ສັງຄົມນິຍົມແຫ່ງຊາດ​ໃຕ້​ດິນ ຫຼື (National Socialist Underground)
​ໄດ້ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ທີ່​ໄດ້​ສັງຫານ ພວກຄົນ​ເຂົ້າ​ເມືອງ 9 ຄົນ ທີ່​ເປັນຊາວ
​ເທີ​ກີ 8 ຄົນແລະ​ຊາວ​ກຣິ​ສ 1 ຄົນ ​ແລະຕຳຫຼວດແມ່ຍິງຊາວເຢຍຣະມັນ 1 ຄົນ ລະຫວ່າງ
ປີ 2000 ຫາ ປີ 2007. ພວກໄອຍະການ ໄດ້ກ່າວວ່າ ການສັງຫານທີ່ວ່ານີ້ ແມ່ນເປັນຍ້ອນການກີດຊັງດ້ານຜິວພັນ.

ລາວ​ຍັງ​ໄດ້​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ການລະ​ເບີດ​ທີ່​ນະຄອນ​ໂຄ​ໂລ​ນ ​ແລະລັກ​ຂະ​ໂມ​ຍ
ອີກ 15 ຄັ້ງ ​ແລະ​ສັງກັດ​ຢູ່​ໃນ​ກຸ່ມ​ກໍ່​ການ​ຮ້າຍ.

​ນາງຊາບ​ເປ ​ແມ່ນ​ໄດ້​ຖືກ​ຈັບ​ກຸມ ​ໃນ​ປີ 2011 ຫຼັງ​ຈາກ​ທີ່​ສະມາຊິກ​ຂອງ​ກຸ່ມ NSU ​
ໄດ້​ເສຍ​ຊີວິດ​ລົງ 2 ຄົນ ​ໃນ​ການວາງ​ລະ​ເບີດ​ຂ້າ​ຕົວ​ຕາຍ ລຸນຫຼັງທີ່​ໄດ້​ພະຍາຍາມ​ຈະ
ທຳການປຸ້ນ. ນາງຊາບ​ເປ ​ໄດ້​ຈູດ​ເຜົາ​ຕຶກ​ຫ້ອງ​ແຖວ ບ່ອນ​ທີ່​ນາງ​ອາ​ໄສ​ຢູ່​ກັບ​ຊາຍ 2 ຄົນ
​ແລະ​ຕໍ່​ມາ ຍອມຮັບ​ວ່າ​ລາວ ​ເປັນ​ຜູ້​ຈູດ.

ພາບ​ວີ​ດີ​ໂອ ທີ່​ສາລະພາບ ​ໄດ້​ຖືກ​ປະ​ຖິ້ມ​ໄວ້ ​ໂດຍ​ຊາຍ 2 ຄົນນັ້ນ ​ແມ່ນ​ໄດ້​ນຳ​ໃຊ້​ເປັນ
​ຫຼັກ​ຖານ​ຕັດສິນ​ໂທດ ​ຕໍ່​ນາງຊາບ​ເປ.

ມີ​ຜູ້​ຊາຍ ອີກ 4 ຄົນ ​ແມ່ນ​ໄດ້​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ ​ໃນ​ການ​ສະໜັບສະ​ໜຸນ
ກຸ່ມ NSU ທີ່​ຮວມທັງ ​ໃຫ້ການ​ຊ່ອຍ​ເຫຼືອ​ອາ​ວຸດ. ພວກ​ກ່ຽວ​ແມ່ນ​ໄດ້​ຖືກ​ຕັດສິນຕິດ​ຄຸກ ​
ໃນ​ເວລາ ແຕ່ 2 ປີ​ເຄິ່ງ ​ຫາ 10 ປີ.

ການ​ຕັດສິນ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ຮັບ​ຄວາມເຫັນ​ດີ​ຈາກ​ຄອບຄົວ​ພວກ​ເຄາະ​ຮ້າຍ ກຸ່ມ​ສິດທິ
​ມະນຸດ ​ແລະ​ເຈົ້າ​ໜ້າ​ທີ່​ເຢຍຣະມັນ.

​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງເຢຍຣະມັນ ທ່ານ ຮອຣສ ຊີ​ໂຮ​ເຟີ ​ໄດ້ກ່າວ​ວ່າ ຄະດີ​
ອາ​ຊະ​ຍາ​ກຳ​ຂອງກຸ່ມ NSU “ຄວນ​ຈະ​ເປັນ​ບົດຮຽນ ​ແລະ​ເປັນ​ໜ້າ​ທີ່​ຂອງ​ພວກ​ເຮົາ
ທີ່​ຈະ​ຕໍ່ສູ້ ກຸ່ມ​ຫົວ​ຮຸນ​ແຮງ​ຂວາຈັດ ​ໃນ​ເຢຍຣະມັນ ດ້ວຍ​ທຸກ​ວິທີ​ທາງ​ທີ່​ຈຳ​ເປັນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG