ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຕ້ອງສົງໄສ ສັງຫານທ່ານ Nemtsov ອາດສາລະພາບ ຍ້ອນຖືກທໍລະມານ


ທ້າວ Zaur Dadayev ນຶ່ງໃນຈຳນວນຜູ້ຕ້ອງສົງໄສ 5 ຄົນ ໃນການສັງຫານ ທ່ານBoris Nemtsov ຢູ່ໃນສານ ທີ່ມົສກູ, ຣັດເຊຍ ວັນທີ 8 ມີນາ 2015.
ທ້າວ Zaur Dadayev ນຶ່ງໃນຈຳນວນຜູ້ຕ້ອງສົງໄສ 5 ຄົນ ໃນການສັງຫານ ທ່ານBoris Nemtsov ຢູ່ໃນສານ ທີ່ມົສກູ, ຣັດເຊຍ ວັນທີ 8 ມີນາ 2015.

ສະມາຊິກ​ຄົນ​ນຶ່ງ​ຂອງ​ສະພາ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ວັງ
Kremlin ກ່າວ​ວ່າ ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ເຊື່ອ​ວ່າ ຜູ້​ຕ້ອງ​ສົງ
​ໄສ​ຄົນ​ສຳຄັນ​ທີ່​ສຸດໃນ​ການ​ສັງຫານ​ທ່ານ Boris Nemtsov
ຜູ້ນຳ​ຝ່າຍ​ຄ້ານຣັດ​ເຊຍ ​ໄດ້ ຍອມຮັບ​ສາລະພາບ​ ພາຍ​ໃຕ້​
ການ​ທໍລະມານ.

ທ່ານ Andrei Babushkin ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພຸດ
​ມື້​ນີ້​ວ່າ ທ່ານ​ໄດ້​ພົບ​ເຫັນ​ “ບາດ​ແຜຈຳນວນ​ຫຼວງ​ຫຼາຍ” ​ໃນ
​ຕົນ​ໂຕ​ຂອງ​ທ້າວ Zaur Dadayev ​ໃນ​ລະຫວ່າງ​ການ​ໄປຢ້ຽມ
ຢາມ​ຜູ້​ຕ້ອງ​ສົງ​ໄສ ຢູ່​ໃນ​ຫ້ອງ​ຂັງ​ ໃນ​ວັນ​ອັງຄານ​ວານ​ນີ້.

​ໃນ​ຂະນະ​ດຽວ​ກັນ ໜັງສືພິມ​ທີ່​ມົສກູ​ສະບັບ​ນຶ່ງ ກ່າວ​ວ່າ ທ້າວ Dadayev ​ໄດ້​ຕ່າວ​ປີ້ນ​
ຄຳ​ຮັບ​ສາລະພາບ​ຂອງ​ລາວໃນ​ການ​ສັງຫານ​ນັ້ນໂດຍ​ກ່າວ​ຕໍ່​ໜັງສືພິມ Moskovsky somolets ວ່າ ລາວ​ໄດ້ກ່າວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ວ່າ ລາວ​ບໍ່​ໄດ້​ສັງຫານ​ທ່ານ Nemtsov ​
ແລະໄດ້ວາງ​ແຜນ​ທີ່​ໃຫ້ການ​ວ່າ​ລາວ​ບໍ່​ມີ​ຄວາມ​ຜິດ​ຫຍັງ ​ເວລາຖືກ​ນຳ​ໂຕ​ໄປສະ​ເໜີ​ຕໍ່ຜູ້​ພິພາກສາ​ນັ້ນ ​ແຕ່​ກ່າວ​ວ່າ ​ເວລາ​ລາວ​ຖືກ​ນຳ​ໂຕ​ໄປ​ສານ​ນັ້ນ ລາວ​ບໍ່​ມີ​ໂອກາດ​ທີ່ຈະ​ເວົ້າ
​ຫຍັງ​ຕໍ່ສານ.

ໜັງສືພິມ​ສະບັບ​ນີ້ ຍັງ​ອ້າງ​ຄຳ​ເວົ້າ​ຂອງ​ທ້າວ Dadayev ​ເຊັ່ນ​ກັນ​ວ່າ ລາວ​ໄດ້​ຮັບ​ສາລະ
ພາບ ​ໂດຍຄວາມຜິດພາດນັ້ນ ​ເພື່ອ​ວ່າ​ຕຳຫຼວດ​ຈະປ່ອຍ​ເພື່ອນຂອງລາວ​ຄົນ​ນຶ່ງທີ່​ຢູ່ກັບ
ລາວ ​ເວລາ​ລາວ​ຖືກ​ຈັບ​ກຸມ​ນັ້ນ.

​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ຜູ້​ພິພາກສາຣັດ​ເຊຍ​ທ່ານ​ນຶ່ງ ປະກາດ​ເລື້ອງຄຳ​ຮັບ​ສາ​ລະ​ພາບ
ຂອງ​ທ້າວ Dadayev ​ໃຫ້​ຮູ້ ​ໃນ​ຂະນະ​ທີ່​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຍັງ​ສືບ​ຕໍ່​ທຳ​ການ​ສືບ
ສວນ​ສອບ​ສວນ​ຂອງ​ເຂົາ​ເຈົ້າ​ກັບພວກ​ຜູ້​ຕ້ອງ​ສົງ​ໄສ​ອື່ນອີກ 4 ຄົນ​ນັ້ນ.

ພວກ​ຜູ້​ຕ້ອງ​ສົງ​ໄສ​ທັງ 5 ຄົນ​ໄດ້​ໄປ​ປາກົດ​ໂຕ​ໃນ​ສານ​ທີ່​ມົສກູ ​ແລະ​ຖືກກັກ​ຂັງ​ໄວ້ ​ໃນ​ຂະ
ນະ​ທີ່​ເຈົ້າ​ໜ້າ​ທີ່​ທຳ​ການ​ສອບ​ປາກຄຳ​ເຂົາ​ເຈົ້າກ່ຽວ​ກັບ ​ການ​ຍິງ​ສັງຫານ​ທ່ານ Nemtsov ຜູ້​ຄັດຄ້ານ​ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍຢ່າງ​ແຂງ​ຂັນ ໃນ​ວັນ​ທີ 27 ກຸມ
ພາ​ຜ່ານ​ມາ​ນີ້. ທ່ານ Nemtsov ຖືກ​ຍິງ​ໃສ່​ຫຼັງ 4 ນັດ ​ໃນ​ຂະນະ​ທີ່​ທ່ານ​ກຳລັງ​ຍ່າງ​ຂ້າມ​ຂົວ​ແຫ່ງ​ນຶ່ງ​ກັບ​ແຟນຂອງ​ທ່ານຢູ່​ໃກ້ໆ​ກັບ​ວັງ Kremlin ນັ້ນ.

ຜູ້​ພິພາກສາ Nataliya Mushnikova ກ່າວ​ວ່າ ທ້າວ Dadayev ​ໄດ້​ລົງ​ນາມ​ໃນ​ເອກະ
ສານ​ຮັບ​ສາລະພາບ ​ແຕ່​ວ່າ​ບໍ່​ໄດ້ເປີດ​ເຜີຍ​ລາຍ​ລະອຽດ​ໃດໆ​ໃຫ້​ຊາບ​ກ່ຽວກັບ​ບົດບາດ​
ຂອງ​ລາວ.

ຜູ້​ພິພາກສາກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ຄົນທີ​ສອງຄືທ້າວ Anzor Gubashev ທີ່ຖືກ​ກ່າວ​ຫາ​ເປັນຄາດ​ຕະກອນ​ ໃນ​ການສັງຫານ​ທ່ານ Nemtsov ນັ້ນ ​ໄດ້​ປະຕິ​ເສດ​ວ່າ ​ລາວ​ບໍ່​ສ່ວນ​ພົວພັນ​ໃດໆ.

Russia Nemtsov Suspects
please wait

No media source currently available

0:00 0:01:38 0:00

XS
SM
MD
LG